​ເຊ​ີນເປັນ​ສ່ວນ​ໜື່ງ​ໃນງານ​ມະ​ຫາ​ກຳ ​ສີ​ມືຫັດ​ຖະ​ກຳ​ລາວ​ຄັ້ງ​ທີ່ 19.

SA Game

ພາບ: ຂ​ປ​ລ

ມາ​ສະ​ນັບ​ສະ​ໜູນ​ສິນ​ຄ້າ​ລາວ​ໃນງານ​ມະ​ຫາ​ກຳ ​ສີ​ມືຫັດ​ຖະ​ກຳ​ລາວ​ຄັ້ງ​ທີ່ 19 ​ນີ້.

ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 19 ປະຈໍາ ປີ 2020 ທີ່ໄດ້ເປີດໃຫ້ບັນດາມວນຊົນ ໄດ້ເຂົ້າມາທ່ຽວຊົມ, ຈັບຈ່າຍຊື້ສິນຄ້າ ແລະ ຜະລິດຕະພັນສີໄມ້ລາຍມືຂອງຄົນລາວ ຕັ້ງແຕ່ວັນທີ 10 ຕຸລາ ແລະ ຈະເປີດໄປຮອດ ວັນທີ 18 ຕຸລາ 2020, ບັນພໍ່ຄ້າຊາວ-ຂາຍ, ຫົວໜ່ວຍທຸລະກິດ ຕະຫລອດພໍ່ແມ່ປະຊາຊົນ ພາຍໃນນະຄອນຫລວງວຽງຈັນ, ມາທ່ຽວຊົມອຸດໜູນ ແລະ ຊື້ຜະລິດຕະພັນ ສີໄມ້ລາຍມືຂອງຄົນລາວ​ໃນ​ງານ​ນີ້​ໄດ້.

ພາຍໃນງານ ໄດ້ມີຫລາກຫລາຍຜະລິດ ຕະພັນເຂົ້າມາວາງສະແດງ ແລະ ຂາຍ ເປັນຕົ້ນ ເຄື່ອງຫັດຖະກໍາຜ້າໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງເງິນ, ວັດຖຸມີຄ່າ, ເຄື່ອງທອງເຫລືອງ, ເຄື່ອງປັ້ນດິນເຜົ່າ, ເຄື່ອງຈັກສານຈາກໄມ້ປ່ອງ, ຫວາຍ ແລະ ເຄື່ອງຊົນເຜົ່າ ພ້ອມດ້ວຍຜັກ, ໝາກໄມ້ ແລະ ອາຫານການກິນ ທີ່ເປັນເອກະລັກສະເພາະ ຂອງແຕ່ລະແຂວງພາຍໃນທົ່ວປະເທດ.

SA Game
ພາບ: ຂ​ປ​ລ

ເພື່ອເປັນການອະ ນຸລັກ ຮັກສາພູມປັນຍາ ທາງດ້ານຫັດຖະກຳ ແລະ ການຟື້ນຟູການຜະລິດ ເຄື່ອງຫັດຖະກຳ ຂອງຊົນເຜົ່າຕ່າງໆ ທີ່ຖືກປະຖິ້ມຄືນໃໝ່, ພ້ອມທັງເປັນການຊຸກຍູ້ສົ່ງເສີມ ຜະລິດຕະພັນຂອງຄົນລາວ, ສົ່ງເສີມໃຫ້ການຜະລິດ ເຄື່ອງຫັດຖະກຳກາຍເປັນສິນຄ້າ, ສ້າງລາຍໄດ້ໃຫ້ກັບຊຸມຊົນ ເຮັດໃຫ້ເຂົາເຈົ້າສາມາດ ຊ່ວຍເຫລືອຄອບຄົວ ໃຫ້ມີຊີວິດທີ່ດີ ໃຫ້ພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ.

ທ່ານ ນາງ ຫັດສະດີ ເພັດຄຳໃບ ເຈົ້າຂອງຜະລິດຕະພັນໂອດັອບ ຊີ້ນສະຫວັນ ບ້ານໂພນສະຫວັນ, ນະຄອນໄກສອນ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ເມື່ອບໍ່ນານມານີ້ວ່າ:

ດີໃຈຫລາຍ ທີ່ພັກ-ລັດຖະບານ ເຮົາໄດ້ຈັດງານແບບນີ້ຂຶ້ນມາ, ເຊິ່ງໄດ້ເປັນການຕໍ່ຍອດ ແລະ ການສ້າງລາຍຮັບເຂົ້າ ຄອບຄົວຂອງພວກເຮົາ, ເພາະວ່າ ໃນໄລຍະ 8-9 ເດືອນຜ່ານມາ ເປັນໄລຍະທີ່ມີການລະບາດຂອງ ພະຍາດໂຄວິດ-19 ທຸລະກິດຂອງພວກເຮົາ ໄດ້ຮັບຜົນກະທົບຫລາຍ ເຮັດໃຫ້ຜະລິດ ຕະພັນຂອງເຮົາຂາຍ ບໍ່ໄດ້ດີປານໃດ, ຂາຍໃຫ້ພຽງແຕ່ ຄົນພາຍໃນແຂວງເທົ່ານັ້ນ ແລະ ລູກຄ້າທີ່ເຄີຍຊື້ນຳເຮົາກໍໄດ້ໂທສັ່ງ ແລະ ເຮົາກໍໄດ້ໄປສົ່ງໃຫ້.

ສຳລັບຜະລິດຕະພັນຂອງເຮົາ ທີ່ນຳມາວາງສະແດງ ແລະ ຂາຍ ມີ:

ຊີ້ນສະຫວັນປະເພດແຜນ ແລະ ປະເພດຕ່ອງ, ໝໍ່າໝູ, ໝໍ່າງົວ, ອົ່ວເຄື່ອງ ແລະ ອົ່ວຫວານ, ແຈ່ວນ້ຳຜັກ, ແຈ່ວບອງ, ແຈ່ວໝາກກອກ, ແຈ່ວປາກະເຕົາ ແລະ ອື່ນໆ ອີກຫລາຍຢ່າງທີ່ເປັນອາຫານ ເອກະລັກຂອງ ແຂວງສະຫວັນນະເຂດ.

SA Game
ພາບ: ຂ​ປ​ລ

ພ້ອມນີ້, ຂໍເຊີນຊວນພໍ່ແມ່ປະຊາຊົນຊາວນະ ຄອນຫລວງວຽງຈັນ ມາຊ່ວຍອຸດໜູນຜະລິດຕະພັນ ແລະ ຊື້ສິນຄ້າສະຫວັນ ເພື່ອເປັນກຳລັງໃຈ ແລະ ເປັນການສົ່ງເສີມຜະລິດ ຕະພັນສິນຄ້າໂອດັອບຂອງພວກເຮົາ.

ແມ່ຕູ້ບຸນມີ ພັນທະເນດ ຝ່າຍຂາຍຂອງບໍລິສັດ ກະເປົາລາວປະຍຸກ ໄຜ່ເອກະລັກ ບ້ານທົ່ງຕູມເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເວົ້າວ່າ:

ຜະລິດຕະພັນຂອງ ພວກເຮົາມີຫລາຍກວ່າ 20 ຢ່າງ ແລະ ເຮັດມາໄດ້ເກືອບ 30 ປີແລ້ວ ເປັນຕົ້ນແມ່ນ ກະເປົາທີ່ເຮັດຈາກໄມ້ໄຜ່, ຫວາຍ, ກະເປົາຜ້າໄໝມ້ອນ, ກະເປົາຜ້າຝ້າຍ, ເຊິ່ງຕະຫລາດຈຳໜ່າຍຫລັກ ແມ່ນຂາຍຢູ່ພາຍໃນປະເທດ ແລະ ກໍມີສ່ວນໜຶ່ງທີ່ ສົ່ງອອກຕ່າງປະເທດ ເຊັ່ນ:

ອາເມລິກາ, ຝຣັ່ງ, ແລະ ອົດສະຕາລີ. ເພາະໄລຍະຜ່ານສະພາບ ການຄ້າຂາຍບໍ່ຄ່ອຍດີ ເນື່ອງຈາກເກີດການລະບາດ ຂອງພະຍາໂຄວິດ-19 ເຮັດໃຫ້ການຜະລິດ ແລະ ການຈຳໜ່າຍຜະລິດຕະພັນ ຢູ່ພາຍໃນ ແລະ ຕ່າງປະເທດຢຸດສະງັກ, ຂາຍພຽງ ແຕ່ຢູ່ໜ້າເຮືອນເທົ່ານັ້ນ ເຮັດໃຫ້ລູກຄ້າ, ຜູ້ມາຊື້ກໍໜ້ອຍລົງ ແລະ ເຮັດໃຫ້ລາຍຮັບກໍຫລຸດລົງເຊັ່ນກັນ.

ໃນນາມເປັນຝ່າຍຂາຍ ແມ່ຕູ້ ຂໍຮຽກຮ້ອງມາຍັງ ປະຊາຊົນຄົວລາວ ຈົ່ງພ້ອມກັນຫັນມາຊົມໃຊ້, ມາຊື້ຜະລິດຕະພັນ ທີ່ຄົນລາວຜະລິດເອງ ເພາະຈະເປັນການສ້າງກຳລັງໃຈ ແລະ ເປັນການສົ່ງເສີມລາຍໄດ້ ໃຫ້ທັງແຮງງານ ແລະ ທັງຜູ້ຜະລິດເອງ ໄດ້ສືບຕໍ່ທຸລະກິດ ຂອງເຂົາເຈົ້າໃຫ້ຢູ່ລອດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.