​ຮູ້​ແລ້ວ​ບໍ່?ບຸນເຂົ້າພັນສາ ແມ່ນຫຍັງ? ຮູ້​ຈັກ​ທີ່​ມາ​ຂອງ​ບຸນ​ເຂົ້າ​ພັນ​ສາ

SA Game

ໜັງສືພິມ ວຽງຈັນໃໝ່

ມາ​ຮູ້​ຈັກ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ບຸນ​ເຂົ້າ​ພັນ​ສາ​ສາ​ສະ​ໜາ​ພຸດ.

ໃກ້​ຈະ​ຮອດ​ມື້​ບຸນ​ປະ​ເພ​ນີ​ໃຫ​ຍ່​ຂອງ​ຊາດ​ພຸດ​ແລ້ວ, ເຫຼືອອີກບໍ່ພໍເທົ່າໃດວັນກໍຈະກ້າວເຖິງວັນບຸນເຂົ້າພັນສາ ເຊິ່ງວັນບຸນດັ່ງກ່າວໃນປີນີ້ແມ່ນກົງກັບ ວັນທີ 24 ກໍລະກົດ 2021 ເຊິ່ງເປັນມື້ທີ່ຊາວພຸດທະສາສະໜາຈະໄດ້ພ້ອມກັນນຳພາຄອບຄົວອອກໄປທຳມະເທສະໜາກ່ອນມີກິດຈະກຳອື່ນໆກັບຄອບຄົວ, ຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ.

ເມື່ອເວົ້າເຖິງປະຫວັດຄວາມເປັນມາຂອງການເຂົ້າພັນສານັ້ນ ເປັນພຸດທະບັນຍັດ ເຊິ່ງພິກຂຸທຸກຮູບຕ້ອງປະຕິບັດຕາມ ໝາຍເຖິງການອະທິຖານວ່າພັກປະຈຳບ່ອນໃດບ່ອນໜຶ່ງໃນໄລຍະລະດູຝົນ ເປັນເວລາ 3 ເດືອນ ໂດຍບໍ່ໄດ້ຄ້າງແຮມຢູ່ບ່ອນອື່ນ ຫຼື ຕາມທີ່ເອີ້ນຕິດປາກກັນທົ່ວໄປວ່າ ການຈຳພັນສາ.

SA Game
ໜັງສືພິມ ວຽງຈັນໃໝ່

ເຂົ້າພັນສາ ແປວ່າ ພັກຝົນ ໝາຍເຖິງວ່າ ພະພິກຂຸສົງຕ້ອງຢູ່ປະຈຳໃນວັດໃດໜຶ່ງລະຫວ່າງລະດູຝົນ ໂດຍເຫດທີ່ພະພິກຂຸ ໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງຈາລຶກໂຜດສັດ ແລະ ເຜີຍແຜ່ພະທຳອຳສັ່ງສອນແກ່ປະຊາຊົນໃນສະຖານທີ່ຕ່າງໆ ບໍ່ຈຳເປັນຕ້ອງມີບ່ອນຢູ່ປະຈຳ ເຖິງແມ່ນວ່າຈະເປັນລະດູຝົນ ຊາວບ້ານຈຶ່ງຕຳໜິວ່າໄປຢຽມເຂົ້າກ້າ ແລະ ພືດພັນອື່ນໆຈົນເສຍຫາຍ ພະພຸດທະເຈົ້າຈຶ່ງຊົງວາງລະບຽບການຈຳພັນສາໃຫ້ພະພິກຂຸຢູ່ປະຈຳບ່ອນເກົ່າຕະຫຼອດ 3 ເດືອນ ໃນລະດູຝົນ ຄື: ເລີ່ມຕັ້ງແຕ່ມື້ແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ເອີ້ນວ່າ ປຸຣິມະພັນສາ.

ຖ້າປີໃດມີເດືອນ 8 ສອງຄັ້ງ (ສອງຫົນ) ກໍເລື່ອນມາເປັນມື້ແຮມ 1 ຄ່ຳ ເດືອນ 8 ຫຼັງ ແລະ ອອກພັນສາໃນມື້ຂຶ້ນ 15 ຄ່ຳ ເດືອນ 11 ເອີ້ນວ່າ ປັດສິມພັນສາ.

ແນວໃດກໍຕາມ ຫາກພະພິກຂຸສົງຮູບໃດມີກິດທຸລະ ຄື: ເມື່ອເດິນທາງໄປແລ້ວບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາດໃຫ້ໄປແຮມຄືນໄດ້ຄາວໜຶ່ງບໍ່ເກີນ 7 ຄືນ ເອີ້ນວ່າ: ສັດຕາຫະ ຫາກເກີນກຳນົດນີ້ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງການຈຳພັນສາ ຈັດວ່າ ພັນສາຂາດ ສຳລັບຂໍ້ຍົກເວັ້ນໃຫ້ພະພິກຂຸຈຳພັນສາຢູ່ບ່ອນອື່ນໄດ້ ໂດຍບໍ່ຖືເປັນການຂາດພັນສາເວັ້ນແຕ່ເກີນ 7 ວັນ ໄດ້ແກ່: 1). ການໄປຮັກສາພະຍາບານພິກຂຸ ຫຼື ບິດາ-ມານດາທີ່ເຈັບປ່ວຍ, 2). ການໄປລະງັບພິກຂຸ-ສາມາເນນ ທີ່ຕ້ອງການຈະສິກບໍ່ໃຫ້ສິກໄດ້, 3). ການໄປເພື່ອກິດທຸລະຂອງຄະນະສົງ ເຊັ່ນ: ການໄປຫາອຸປະກອນມາສ້ອມແປງກຸຕິທີ່ເປ່ເພ, 4). ຫາກທາຍົກນິມົນໄປທຳບຸນ ກໍໄປສະຫຼອງສັດທາໃນການນຳເພັນກຸສົນຂອງເຂົາໄດ້.

ໂດຍປົກກະຕິແລ້ວ ເຄື່ອງໃຊ້ສອຍຂອງພະພິກຂຸສົງຕາມການອະນຸຍາດຂອງພະພຸດທະເຈົ້າໃຫ້ມີປະຈຳຕົວນັ້ນມີພຽງອັດຖະບໍລິຂານ ອັນໄດ້ແກ່: ຜ້າສະບົງຈີວອນ (ຜ້າຄຸມ) ສັງຄາຕິ (ຜ້າສັງຄາ) ເຂັມ ບາດ ສາຍປະຄົດ (ສາຍຮັດມັດແອວ) ໝໍ້ຕອງນ້ຳ ແລະ ມີດໂກນ. ນອກນັ້ນ, ກວ່າພະພິກຂຸສົງທ່ານຈະຫາບ່ອນພັກແຮມໄດ້ ບາງທີກໍຖືກຝົນຕົ້ນລະດູຮຳປຽກ ຊາວບ້ານທີ່ໃຈບຸນຈຶ່ງຖວາຍຜ້າອາບນ້ຳຝົນສຳຫຼັບໃຫ້ທ່ານໄດ້ຜັດປ່ຽນ ແລະ ຖວາຍຂອງຈຳເປັນແກ່ກິດປະຈຳວັນຂອງທ່ານເປັນພິເສດໃນວັນເຂົ້າພັນສາ ນັບເປັນເຫດໃຫ້ມີປະເພນີທຳບຸນເນື່ອງໃນວັນດັ່ງກ່າວສືບຕໍ່ກັນມາກາຍເປັນວັດທະນະທຳທາງສາສະໜາອັນລ້ຳຄ່າ.

ສຳລັບອອກຕົນຍາດໂຍມກໍໄດ້ມີການກະກຽມສິ່ງຂອງຕ່າງໆເພື່ອໄປທຳບຸນໃນມື້ເຂົ້າພັນສາບໍ່ວ່າຈະເປັນເຂົ້າຕົ້ມ ເຂົ້າປາດ ສັງຂະທານ ທຽນພັນສາ ຜ້ານ້ຳຝົນ ແລະ ອື່ນໆ ເພື່ອໄປຖວາຍແກ່ພະພິກຂຸສົງໃນມື້ເຂົ້າພັນສາ.

ນັ້ນກໍຖືວ່າເປັນວັນສຳຄັນຂອງຊາວພຸດທະສາສະໜາ ແລະ ໃນປີນີ້ ກົງກັບວັນພັກລັດຖະການອີກດັ່ງນັ້ນ, ການໄປມາຕ້ອງມີສະຕິ ດື່ມສິ່ງມືນເມົາແລ້ວບໍ່ຂັບ ເພື່ອຫຼຸດຜ່ອນຄວາມສູນເສຍຈາກການເກີດອຸບັດຕິເຫດ ການນຸ່ງຖືຂອງເອື້ອຍນ້ອງແມ່ຍິງໃນເວລາໄປທຳບຸນ ກໍຕ້ອງຮັກສາໄດ້ເອກະລັກຂອງຄົນລາວໄວ້ ເພື່ອອະນຸຮັກ ຮັກສາວັດທະນະທຳລາວໃຫ້ເປັນທີ່ຮັບຮູ້ຂອງສາກົນ ແລະ ພາກພື້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງສືພິມ ວຽງຈັນໃໝ່