​ມາ​ຮູ້​ຈັກ​ກັບ​ປະ​ຫວັດ​ອັນ​ເກົ່າ​ແກ່​ຂອງ​ບັນ​ພະ​ບູ​ລຸດ​ເຜົ່າ ລາວ-ໄຕ

ເມືອງແຖນ ​ຕົ້ນກຳເນີດດັ້ງ​ເດີມຂອງບັນດາບັນພະບູລຸດເຜົ່າ ລາວ-ໄຕ.

ໃນ​ຕອນ​ນີ້​ຈະ​ມາ​ເວົ້າ​ກ່ຽວ​ກັບ​ເລື​່ອງ​ລາວ​ຂອງ​ເຜົ່າ​ລາວ-ໄຕ ວ່າ​ມີ​ຕົ້ນ​ກ່ຳ​ເນີດ​ບັນ​ພະ​ບູ​ລຸດ​ມາ​ແຕ່​ໃສ່​ເຊິງ​ຕົ້ນ​ກຳ​ເນີດ​ອັນ​ດັ້ງ​ເດີມ​ຂອງ​ບັນ​ດາ​ບັນ​ພະ​ບູ​ລຸດ​ເຜົ່າ ລາວ-ໄຕ ນັ້ນ ແມ່ນ​ມາ​ຈາກ ເມືອງແຖນນີ້ຕັ້ງຢູ່ ເຂດ 12 ຈຸໄທ ທີ່ບໍລິເວນລ້ອງແມ່ນ້ຳດຳ (ດຽນບຽນຟູປະຈຸບັນນີ້) ເປັນເມືອງຕັ້ງຍູ່ດ້ານຕາເວັນອອກຂອງລ້ານຊ້າງ.

ປະຫວັດຄວາມເປັນມາຂອງເມືອງແຖນນີ້ໃນພົງສາວະດານແລະຕຳນານບູຮານໄດ້ອ້າງວ່າ ເມືອງແຖນແມ່ນ ຖີ່ນກຳເນີດຂອງບັນດາບັນພະບູລຸດຂອງເຜົ່າ ລາວ-ໄຕ ຈາກນັ້ນຈຶ່ງໄດ້ພາກັນຍ້າຍໄປສ້າງບ້ານແປງເມືອງ ຢູ່ຕາມເຂດທີ່ເປັນປະເທດລາວແລະປະເທດໄທໃນປະຈຸບັນນີ້ ຂຸນລໍຄຳໄດ້ພາໄພ່ພົນລົງມາສ້າງບ້ານແປງເມືອງຢູ່ທົ່ງສາມໝື່ນ ດິນແດນທີ່ເອີ້ນວ່າເມືອງແຖນ ຫລື ແຖງໃນປະຈຸບັນນິ້ ຂຸນລໍຄຳມີເລື່ອງເລົ່າຄ້າຍຄືກັບຂຸນບູຣົມ ທີ່ກ່າວໃນພົງສາວະດານລ້ານຊ້າງແລະໃນທ້າຍພົງສາວະດານຂອງພວກລາວໄຕຍັງໄດ້ບອກວ່າເມື່ອຂຸນລໍຄຳຕາຍແລ້ວຈື່ງມີຜູ້ມີບຸນມາເກີດຜູ້ນັ້ນຄືຂຸນບູຣົມ.

SA Game
​ພາບ: ອິນ​ໄຊ​ລາວ

ພົງສາວະດານລ້ານຊ້າງໄດ້ກ່າວວ່າ ຂຸນບູຣົມລົງມາສ້າງບ້ານແປງເມືອງທີ່ທົ່ງນານ້ອຍອ້ອຍຫນູ (ດຽນບຽນຟູ) ແລະໄດ້ສົ່ງລູກຊາຍ7ຄົນອອກໄປປົກຄອງເມືອງຕ່າງໆ ເພືອ່ຂະຫຍາຍເຂດແດນປົກຄອງລົງມາທາງໃຕ້ຄື:

1.ຂຸນລໍໄປປົກຄອງເມືອງຊວາ

2.ຍີ່ຜາລານໄປປົກຄອງຕ້າຫໍຫລືຫໍແຕ (ຊຽງຮຸ່ງ)

3.ສາມຈຸສົ່ງໄປປົກຄອງເມືອງນະຄອນຈຸລະນີພົມມະທັດ (ພິມາຍ)

4.ຂຸນໄສພົງ ສົ່ງໄປປົກຄອງເມືອງຊຽງແສນ ລ້ານນາ

5. ຂຸນງົວອິນ ໄປປົກຄອງເມືອງອະໂຍທະຍາ (ອາຍຸດທະຍາ)

6. ຂຸນລົກກົມ ໄປປົກຄອງເມືອງຫລ້າຄຳມວນ (ສີໂຄດຕະບອງ)

7. ທ້າວເຈັດເຈືອງ ໄປປົກຄອງເມືອງພວນ ແຂວງຊຽງຂວາງ

ແລະທີ່ກ່າວມາທັງຫມົດນັ້ນແມ່ນຫລັກຖານຈາກພົງສາວະດານແລະຕຳນານບູຮານທີ່ກ່າວເຖີງເຫດການໃນເມືອງແຖນ ສະໄຫມກ່ອນການສ້າງຕັ້ງອານາຈັກລາວລ້ານຊ້າງ ເອກະລາດ ເອກະພາບ ໃນກາງສະຕາວັດທີ່ XIV ແຕ່ເຖີງຍ່າງໃດກໍ່ຕາມ ຫລັກຖານທີ່ແທ້ຈິງມີຢູ່ວ່າ ເມືອງແຖນແມ່ນເຂດ 12ຈຸໄທ ເປັນດິນແດ່ນທີ່ຄົນເວົ້າຕະກູນ ລາວ ໄຕ ໄດ້ຄອບຄອງມາແລ້ວຍ່າງຫນ້ອຍແມ່ນສະຕາວັດທີ່ VI-VIIIແລະຍັງມີ ໄຕດຳ ລື້ ຍວນ ໄຕແດງ ໄຕລາວ ຍູ່ນຳເຊີ່ງມີວັດທະນະທຳ ປະເພນີສືບທອດມາເຖີງປະຈຸບັນ.

ກຸ່ມຄົນທີ່ເວົ້າພາສາໄຕລາວນັ້ນມີຖີ່ນຖານດັ້ງເດີຍູ່ທາງທິດເຫນືອຫລືໂຫລ້ງແມ່ນຳ້ຂອງທາງເທິງແລະຕາເວັນອອກ ໄດ້ເຄື່ອນຍ້າຍລົງມາເປັນເວລາ 3000-4000ປິມາແລ້ວ ເມື່ອປະມານຕົ້ນສະຕະວັດແຫ່ງຄິດຕະສັງກາດໄດ້ເຄື່ອນລົງມາທາງໃຕ້ເຂົ້າສູ່ໂຫລ້ງແມ່ນຳ້ຂອງ ລີລາວະດີ ແມ່ນຳ້ແດງ ສາລະວິນ ຈຶ່ງເປັນໄປໄດ້ວ່າ ດິນແດນເມືອງແຖນແຄ້ວນ 12 ຈຸໄຕກໍ່ແມ່ນຫນຶ່ງບ່ອນທີ່ເຄີຍເປັນບ່ອນຢູ່ອາໄສຂອງ ພວກລາວໄຕ ມາແລ້ວໃນອາດີດ.

ກ່ຽວກັບການປົກຄອງເມືອງແຖນຕັ້ງແຕ່ຕົ້ນຈົນຮອດສະໄຫມເຈົ້າຟ້າງຸ່ມທ້ອນໂຮມລາວຍັງບໍ່ທັນຊອກເຫັນໄດ້ຫລັກຖານທີ່ແຈ່ມແຈ້ງ ແຕ່ກໍ່ສັງເກດໄດ້ວ່າໄລຍະຕົ້ນເມືອງແຖນອາດແບ່ງເຂດປົກຄອງອອກເປັນ 3 ຫລື 4ເຂດ ກ່ອນເຈົ້າກົກເຈົ້າເລົ່າເປັນຜູ້ປົກຄອງ ໂດຍສະໄຫມນະຄອນຣັດແບ່ງອອກເປັນ12ຈຸ ເອີ້ນວ່າ 12ຈຸໄທ ຫລື 12ເຈົ້າໄທ ແຕ່ລະເມືອງມີເຈົ້າປະຈຳເຜົ່າໃຜລາວ ປົກຄອງກັນເອງແລະມີການພົວພັນແບບບ້ານພີ່ເມືອງນ້ອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ບູຮານຄະດີແລະປະຫວັດສາດລາວ History Laos

ຄັດຈາກ:“ປື້ມປະຫວັດສາດລາວດຶກດຳບັນ“
ດຣ ສຸເນດ ໂພທິສານ
ຮູບພາບປະກອບໂດຍ:ມໍລະດົກລ້ານຊ້າງ
ຂຽນໂດຍ: ນາງສາຍວາລິນ ບໍລະວົງ