​ຖ້ຳ​ຂຸນ​ລາງ ຖ້ຳ​ທີ​ມີ​ຕຳ​ນານ​ຄວາມ​ຮັກ​ຂ້າງ​ດຽວ​​ໃນ​ນິ​ທານອັນ​ຍາວ​ນານ

SA Game

ພາບ​: laophattananews.com

ຖ້ຳຂຸນລາງ ນິ​ທານຕຳນານຄວາມຮັກຂ້າງດຽວທີ່ມີຕໍ່ນາງອົ້ວ.

ຄິດ​ວ່າ​ຫລາຍໆ​ຄົນ​ຄົງ​ເຄີຍ​ໄດ້​ຍິນ ແລະ ໄດ້​ຟັງ​ເລື່ອງ​ເລົ່າ​ນີ້​ມາ​ແຕ່​ນ້ອຍ, ຫລື ອາດ​ຈະ​ໄດ້​ອ່ານຜ່ານ​ປື້ມ​ນິ​ທານ​ຕ່າງໆ​ຂອງ​ ລາວ​ເຮົາ, ໃນ​ນັ້ນ​ນິ​ທານ​ເລື່ອງ ຂຸນ​ລູ ນາງ​ອົ້ວ​ກໍ່​ແມ່ນ​ນິ​ທານ​ຮັກ​ສາມ​ເສົ້າ​ໜືງ​ທີ່​ໄດ້​ເປັນ​ທີ່​ກ່​າວ​ຂານ​ກັນ​ມາ​ຈົນ​ເຖິງ​ປະ​ຈ​ຸ​ບັນ.

ຖໍ້າຂຸນລາງຕັ້ງຢູ່ບໍລິ ເວນເຂດບ້ານຫ້ວຍສ້ານຫ່າງຈາກເມືອງກາສີ ແຂວງ ວຽງຈັນ ໄປທາງທິດຕາເວັນຕົກສຽງເໜືອ ປະມານ 18 ກິໂລແມັດ ຫຼືຈາກນະຄອນຫຼວງວຽງຈັນໄປ ປະມານ 228 ກິໂລແມັດ, ເປັນບໍລິເວນ ທີ່ເຕັມໄປດ້ວຍພູຜາປ່າດົງ  ແລະ ມີນໍ້າຕົກຕາດໄຫຼຕະຫຼອດປີ.

SA Game
ພາບ​: laophattananews.com

ທ່ານຮອງຫົວໜ້າຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ກາສີ ໃຫ້ຮູ້ວ່າ: ຖໍ້າດັ່ງກ່າວນີ້ຖືກຄົ້ນພົບໃນປີ  1987  ແລະ ໄດ້ເລີ່ມພັດທະນາໃຫ້ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດຂອງ ເມືອງມາຕັ້ງແຕ່ປີ 2011 ແລະໄດ້ເປີດ ໃຫ້ນັກທ່ອງທ່ຽວເຂົ້າໄປ ທ່ຽວຊົມນັບ ຕັ້ງແຕ່ນັ້ນມາ

ໂດຍສະເລ່ຍແຕ່ລະປີ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ບໍ່ຕໍ່າກວ່າ 5.000 ຄົນ ໂດຍ ສະເພາະລະດູໜາວແມ່ນ ໄດ້ຮັບຄວາມນິຍົມ ແລະ ມີຄວາມຟົດຟື້ນຫຼາຍ ຍ້ອນສະພາບແວດລ້ອມ ແລະ ມີຄວາມສະດວກສະບາຍ ກວ່າລະດູອື່ນໆ.

SA Game
ພາບ​: laophattananews.com

ທ່ານຮອງຫົວໜ້າຫ້ອງການໃຫ້ຮູ້ອີກວ່າ: ກ່ອນຈະໄດ້ຊື່ວ່າ “ຖໍ້າຂຸນລາງ” ຍ້ອນ ເຫັນວ່າໃນຖໍ້າດັ່ງກ່າວນີ້ມີ ຫີນຍ້ອຍລົງມາກໍ່ໃຫ້ເກີດ ມີຮູບລັກສະນະຕ່າງໆຄືກັບ ເຄື່ອງປະກອບໃນຂະບວນ ແຫ່ຂັນໝາກຂອງຂຸນລາງ ໃນຕຳນານຮັກ “ຂຸນລູ- ນາງ ອົ້ວ”. ເລື່ອງມີຢູ່ວ່າ ຂຸນລາງ ມີຄວາມຮັກຕໍ່ນາງອົ້ວ ແລະ ເວົ້າຖືກໃຈກັບແມ່ນາງອົ້ວ ຈຶ່ງໄດ້ແຫ່ຂັນໝາກໄປສູ່ຂໍ ນາງອົ້ວຢູ່ນະຄອນກາສີ ແຕ່ ນາງອົ້ວມີິຄົນຮັກຢູ່ແລ້ວຊື່ວ່າ “ຂຸນລູ” ຍ້ອນບໍ່ຢາກແຕ່ງ ງານກັບຂຸນລາງຈຶ່ງຂ້າຕົວ ຕາຍ. ເມື່ອຂຸນລາງແຫ່ຂັນໝາກໄປໃກ້ຈະຮອດນະຄອນແລ້ວໄດ້ຍິນຂ່າວວ່ານາງອົ້ວໄດ້ໃຊ້ມີດແທງຕົວຕາຍ    ກ່ອນ ທ້າວຂຸນລາງເສຍໃຈ ແລະ ຜິດຫວັງຢ່າງແຮງ ຈົນຕົກລົງຈາກຫຼັງມ້າຕາຍ ແລະ ເຄື່ອງຂັນໝາກທັງ ຫຼາຍທີ່ ຂະບວນແຫ່ມານັ້ນ ກໍຖິ້ມຢັງຢາຍໄວ້ບໍລິເວນ ດັ່ງກ່າວນັ້ນ.  ຍ້ອນເຫດນີ້ ຊາວບ້ານແຖບນັ້ນຈຶ່ງເຊື່ອ   ວ່າ ຖໍ້າແຫ່ງນີ້ແມ່ນຕຳນານ ທ້າວຂຸນລາງ.

SA Game
ພາບ​: laophattananews.com

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laophattananews.com