​ຈະ​ໃຊ້​ດອກ​ໄມ້​ຫຍັງ​ໃນ​ການ​ບູ​ຊາ? ການ​ເລືອກດອກ​ໄມ້​ບູ​ຊາ​ຕາມ​ປະ​ເພ​ນີລາວ

SA Game

medialaos.com

ວິ​ທີການເລືອກດອກໄມ້ບູຊາ ຄວນເລືອກດອກໄມ້ຊະນິດໃດ ແລະ ແບບ​ໃດແດ່?

ນັບ​ຕັ້ງ​ແຕ່​ໃດ​ມາ​ ປະ​ເທດ​ລາວ​ເຮົາ​ໄດ້​ມີ​ຮີດ​ຄອງ​ປະ​ເພ​ນີ​ຫລາກ​ຫລາຍ​ຢ່າງ​ສືບ​ທອດ​ກັນ​ມາ​ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ​ວັດ​ຖະ​ນາ​ທຳ ຮີດ​ຄອງ​ປະ​ເພ​ນີ ສາດ​ສະ​ໜາ ການ​ບູ​ຊາ​ຕ່າງໆ, ເຊິງ​ເຮົາ​ແປກ​ໃຈ​ບໍ່​ວ່າ​ໃນເວລາເຮັດບຸນການ​ບູ​ຊາ​ຂອງ​ເຮົາ​ທີ່​ເອົາ​ດອກ​ໄມ້​ຕ່າງໆ​ໄປ​ບູ​ຊາ​ນັ້ນ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ​ໃນ​ແຕ່​ລະ​ຊະ​ນິດ​ຈັງ​ໃດ? ໃນ​ຕອນ​ນີ້​ຈະ​ນຳ​ເອົາ​ຂໍ້​ມູ​ນ​ກ່ຽວ​ກັບ​ດອກ​ໄມ້​ບູ​ຊາ​ມາ​ໃຫ້​ຮູ້​ຄວາມ​ໝາຍ​ໄປ​ນຳ​ກັນ.

ສິ່ງທີ່ສຳຄັນດອກໄມ້ຕ້ອງສົດ, ໃໝ່ ແລະ ສວຍງາມ ເພື່ອຈະໄດ້ກາບໄຫວ້ບູຊາ ເພາະເຊື່ອວ່າມັນຈະເຮັດໃຫ້ຊີວິດຂອງເຮົາຈະເລີນຮຸ່ງເຮືອງ, ມີຄວາມສຸກ, ສວຍງາມຄືກັນກັບດອກໄມ້ ແລະ ມັນແມ່ນສິ່ງທີ່ໄດ້ຮັບການສືບທອດມາເປັນເວລາດົນນານ ຖ້າພ້ອມແລ້ວເຮົາມາເບິ່ງວ່າມີດອກໄມ້ຊະນິດໃດແດ່?

ການເລືອກດອກໄມ້ເພື່ອບູຊາແມ່ນສິ່ງສຳຄັນ ອີກຢ່າງໜຶ່ງກໍ່ເປັນການຂໍພອນໃຫ້ແກ່ຕົວເຮົາເອງ ເພື່ອເສີມບາລະມີ ແລະ ເສີມໂຊກລາບ ຄວາມໂຊກດີເຮົາ ດ້ວຍດອກໄມ້ແຕ່ລະຊະນິດ ກໍ່ມີຄວາມໝາຍແຕກຕ່າງກັນ ດັ່ງຕໍ່ໄປນີ້:

ດອກບົວ.

SA Game
medialaos.com

ຈະເຮັດໃຫ້ພວກເຮົາພົບກັບຄວາມສຳເລັດ ຖືວ່າເປັນສິ່ງມົງຄຸນມີຄຸນຄ່າສູງ ແລະ ຍັງເປັນສັນຍາລັກຂອງຄວາມບໍລິສຸດ ເປັນດອກໄມ້ທີ່ນິຍົມທີ່ສຸດໃນການບູຊາ.

ດອກດາວເຮືອງ.

SA Game
medialaos.com

ເຮັດໃຫ້ພວກເຮົາພົບຄວາມຈະເລີນຮຸ່ງເຮືອງ, ເປັນມົງຄຸນ ໃຫ້ຊີວິດຈະເລີນກ້າວໜ້າ ມີເງີນ, ຄຳບໍ່ຂາດມື.

ດອກພຸດ.

SA Game
medialaos.com

ຈະເຮັດໃຫ້ພວກເຮົາຈະເລີນຮຸ່ງເຮືອງໝັ້ນຄົງ, ສົມບຸນທຸກຢ່າງ ແລະ ສິ່ງສຳຄັນຄວນ ໃຊ້ເປັນດອກພຸດສີຂາວ ຈະເປັນການດີທີ່ສຸດ.

ດອກມະລິ.

SA Game
medialaos.com

ເປັນດອກໄມ້ທີ່ມີຄວາມອຸດົມສົມບູນ, ຄວາມບໍລິສຸດ, ຄວາມຮັກ ແລະ ຄິດຮອດ ສຳລັບປະຊາຊົນທົ່ວໄປ ບໍ່ວ່າຈະເປັນດອກມິລິຊ້ອນ ຫຼື ດອກມະລິລາກໍ່ສາມາດນໍາມາໃຊ້ໄດ້ເຊັ່ນດຽວກັນ.

ດອກຮັກ.

SA Game
medialaos.com

ແມ່ນດອກໄມ້ທີ່ເຮັດໃຫ້ພວກເຮົາພົບແຕ່ຄວາມຮັກທີ່ດີ, ພົບກັບຄົນທີ່ດີ, ມີແຕ່ຄວາມສຸກຫຼາຍກວ່າເກົ່າ.

ນີ້ແມ່ນດອກໄມ້ທີ່ພວກເຮົາມາແນະນຳໃນການເລືອກບູຊາ ເຊິ່ງມີຄວາມໝາຍຕ່າງກັນຕາມຄວາມເຊື່ອ ການຖະຫວາຍດອກໄມ້ໄປເປັນວັດຖຸແມ່ນສັກສິດ ແລະ ມັນອາດຈະເຮັດໃຫ້ພອນທີ່ທ່ານຂໍ ປະສົບຜົນສຳເລັດ ແລະ ເປັນຈີງຂື້ນມາໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: medialaos.com