​ຄຳ​ວ່າ ປະ​ຈານ ແລະ ວິ​ຈານ ມີ​ຄວາມ​ໝາຍ​ແນວ​ໃດໃນ​ພາ​ສາ​ລາວ

SA Game

DooDiDo

ອະ​ທິ​ບາຍ​ພາ​ສາ​ລາວຄວາມ​ໝາຍ​ຂອງ​ຄຳ​ວ່າ ປະ​ຈານ ແລະ ວິ​ຈານ.

ການນຳໃຊ້ພາສາລາວເປັນສິ່ງສຳຄັນໃນການ ຄົບຄ້າສະມາຄົມອາລົມຈິດນຳກັນໃນສັງຄົມ. ເຮົາໃຊ້ພາສາສື່ສານກັນຜ່ານການເວົ້າ ແລະການຂຽນ, ໃນການເວົ້າອາດຈະບໍ່ຈໍາເປັນມີກົດເກນຈໍາກັດຕາຍຕົວຫຼາຍ ແຕ່ໃນການຂຽນພັດບໍ່ແມ່ນແນວນັ້ນ. ພາສາທີ່ສື່ສານຜ່ານການຂຽນຖືເປັນພາສາ ທີ່ໃຊ້ໃນການສື່ສານໃນລະດັບທີ່ຕ້ອງມີຄວາມຖືກຕ້ອງແນ່ນອນດ້ານອັກຂະຫຼະວິທີ ຫຼື ວິທີການຂຽນໃຫ້ ເປັນໄປຕາມຫຼັກໄວຍາກອນຂອງພາສາເຊິ່ງໄດ້ກຳນົດໄວ້.

ມື້ນີ້, ພວກເຮົາຈະນຳເອົາຄຳວ່າ ປະ​ຈານ ແລະ ວິ​ຈານ ມາອະທິບາຍ.ເຊິ່ງ​ສອງ​ຄຳ​ນີ້ບາງຄົນອາດຄິດວ່າເປັນຄວາມໝາຍອັນດຽວກັນກໍ່ເປັນໄດ້ເພາະມັນເປັນຄຳທີ່ຟັງແລ້ວຄ້ອນຄ້າງມີນ້ຳສຽງຄ້າຍຄືກັນ ​  ໂດຍສະເພາະແມ່ນກັບຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວກໍ່ຍັງຈຳແນກບໍ່ໄດ້ວ່າສອງຄຳນີ້ມີຄວາມໝາຍ ແລະ ວິທີການນຳໃຊ້ແນວໃດຈື່ງຈະຖືກຕ້ອງ.

SA Game
DooDiDo

ຄຳວ່າ ປະຈານ.

ຄຳວ່າປະຈານເປັນຄຳກຳມະ ເຊິ່ງເປັນຄຳທີ່ສາມາດໃຊ້ປະກາດ ຫຼື ໃຊ້ເປີດເຜີຍຄວາມຊົ່ວຂອງບັນດາບຸກຄົນທີ່ປະພຶດຕົນບໍ່ດີຢູ່ໃນສັງຄົມດ້ວຍວິທີການຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ ຫຼື ໝາຍເຖິງການຫັກໜ້າກັນຢ່າງບໍ່ມີຄວາມເຫັນອົກເຫັນໃຈເຊິ່ງກັນແລະກັນ ເຊິ່ງຄຳນີ້ຈະປາກົດເຫັນຂື້ນຫຼາຍໃນການໃຊ້ຊີວິດປະຈຳວັນທຸກມື້ນີ້.

ຕົວຢ່າງ :

  1. ທ້າວສົມດີຖືກລົງໂທດດ້ວຍການອອກໄປຢືນຂາດຽວຢູ່ຫຼັກທຸງຍ້ອນລາວຫຼັັກອອກຈາກຫ້ອງຮຽນກ່ອນເວລາເລີກຮຽນ.
  2. ແມ່ຄ້າທ່່ານໜື່ງໄດ້ໂພສປະຈານລູກຄ້າລາວຜ່ານສື່ສັງຄົມອອນລາຍຍ້ອນລູກຄ້າລາວຮັບສິນຄ້າໄປແລ້ວບໍ່ຍອມຈ່າຍເງິນ.

ຄຳວ່າ ວິຈານ.

     ຄຳວ່າວິຈານ ຄືການພິຈາລະນາເປັນສິ່ງທີ່ດີ ເພາະການວິຈານຄືການຊີ້ແຈງ, ການສະແດງຄວາມຄິດເຫັນເພື່ອຊອກຫາທາງອອກທີ່ດີ ແລະ ເໝາະສົມ ຊີ້ແຈງຈຸດອ່ອນ, ເຮັດໃຫ້ສັງຄົມເພີງພໍໃຈ, ສາມາດປັບໄປໃຊ້ໃນຊີວິດປະຈຳວັນໃຫ້ໄດ້ດີກວ່າ.ຫຼື ໝາຍເຖິງການຕັດສິນທີ່ເປັນສິນລະປະກຳ ໂດຍຜູ້ທີ່ມີຄວາມຮູ້ ແລະ ເຊື່ອຖືໄດ້ເຊັ່ນ :

ຕົວຢ່າງ:

  1. ໜັງສືເຫຼັ້ມນີ້ສະແດງປັນຫາສັງຄົມໃນປະຈຸບັນໄດ້ດີຫຼາຍ.
  2. ຖ້າມີການຝຶກຝົນເພີ່ມຂື້ນອີກໜ້ອຍໜື່ງການສະແດງບົດຟ້ອນໃນມື້ນີ້ຈະອອກມາໄດ້ດີກ່ວານີ້ຫຼາຍ.

ສະຫຼຸບ.

     ຄຳວ່າ ປະຈານ ແລະ ວິຈານ ນັ້ນມີຄວາມໝາຍທີ່ແຕກຕ່າງກັນຢ່າງສີ້ນເຊີງເພາະຄຳວ່າ ປະຈານ ຈະໃຊ້ປະກາດຄວາມບໍ່ດີອອກສູ່ສັງຄົມໄດ້ຮັບຮູ້ ສ່ວນຄຳວ່າ ວິຈານ ຈະເວົ້າເຖິງການໃຫ້ຄວາມຄິດເຫັນ ຫຼື ການຊີ້ແຈງເຮັດໃຫ້ຄົມເພິງພໍໃຈ ດັ່ງນັ້ນເຮົາຄວນຈຳແນກໃຫ້ໄດ້ວ່າຄຳໃດຄວນໃຊ້ໃນກໍລະນີໃດເພື່ອບໍ່ໃຫ້ເກີດມີບັນຫາໃນການນຳໃຊ້ຖ້ອຍຄຳ,ການຂຽນ ຫຼື ການເວົ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo