​ຄຳ​ວ່າ ຈຸດ​ປະ​ສົງ​ ໃນ​ພາ​ສາ​ລາວ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມ​ໝາຍ​ຂອງຄຳວ່າ ຈຸດປະສົງ ໃນພາສາລາວ.

ຄຳເວົ້າໃນພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບທີ່ມີຍັງມີບັນຫາໃນການນຳໃຊ້ ເພາະຄຳເວົ້າບາງຄຳນັ້ນເຮົາຍັງບໍ່ຮູ້ແທ້ແນ່ນນອນ ວ່າມັນມີຄວາມໝາຍເຖິງອັນໃດກັນແທ້ ຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນໃນຊີວິດປະຈຳວັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ຖ້ອຍຄຳທີ່ບໍ່ຖືກຕ້ອງກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປກໍ່ເປັນໄດ້ເຊັ່ນ : ຄຳວ່າ ຈຸດປະສົງ ເຊີ່ງບາງຄົນອາດຍັງບໍ່ເຂົ້າໃຈໃນຄວາມໝາຍຂອງມັນກໍ່ເປັນໄດ້.

ບົດນີ້​ຈື່ງຈະຍົກເອົາ ຄຳວ່າ ຈຸດປະສົງ ມາ​ອະ​ທິ​ບາຍ, ເພາະ​​ຄຳ​ນີ້ບາງຄົນອາດຍັງບໍ່ຮູ້ເຖິງຄວາມໝາຍທີ່ແທ້ຈິງຂອງມັນໄດ້ ເພາະມັນເປັນຄຳທີ່ຄ້ອນຄ້າງສະຫຼັບຊັບຊ້ອນເລັກນ້ອຍ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນຄຳເວົ້າ ແລະ ຄວາມໝາຍຂອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາລົງເລິກເຖິງຄຳນີ້ວ່າຄວາມໝາຍແທ້ໆຂອງຄຳວ່າ ຈຸດປະສົງ ນີ້ມີຄວາມໝາຍວ່າແນວໃດ.

SA Game
DooDiDo

ຄຳວ່າ ຈຸດປະສົງ.

     ຄຳວ່າຈຸດປະສົງໝາຍເຖິງ ຜົນທີ່ເຮົາຕ້ອງການໃຫ້ບັນລຸໄປໃຫ້ຖືກຕາມຄວາມຕ້ອງການຂອງເຮົາທີ່ໄດ້ຕັ້ງເປົ້າໝາຍໄວ້ ຫຼື ໝາຍເຖິງການເຮັດການກະທຳເພື່ອໃຫ້ບັນລຸເປົ້າໝາຍຕາມແນວຄິດ, ຕາມແຜນການທີ່ເຮົາໄດ້ກຳນົດໃຫ້ສອດຄ່ອງກັນກັບຜົນທີ່ຈະໄດ້ຮັບເອີີ້ນວ່າ ຈຸດປະສົງ. ເຊິ່ງຄຳນີ້ຈະຖືກນຳໃຊ້ຫຼາຍໃນການໃຊ້ຊີວິດປະຈຳວັນຂອງຄົນເຮົາ ເພາະມັນເປັນຄຳທີ່ບົງບອກເຖິງຄວາມຕ້ອງການຂອງບຸກຄົນໃດຄົນໜື່ງ, ກຸ່ມຄົນໃດໜື່ງ ຫຼື ອົງກອນໃດໜື່ງໄດ້ເຊັ່ນ :

ຕົວຢ່າງ :

  1. ຈຸດປະສົງທີ່ມາຫາເຈົ້າໃນມື້ນີ້ຄືຢາກໃຫ້ເຈົ້າຍົກໂທດໃຫ້ຂ້ອຍໄດ້ບໍ່ ?
  2. ການແຂ່ງຂັນກິລາເທື່ອນີ້ມີຈຸດປະສົງເພື່ອສ້າງຄວາມສາມັກຄີພາຍໃນໝູ່ຄະນະ.
  3. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຸກລະດົມແນວຄິດໃຫ້ກັບພໍ່ແມ່ພີ້ນ້ອງປະຊາຊົນໃຫ້ມີຄວາມກະຕືລືລົ້ນໃນການປົກປັກຮັກສາສິ່ງແວດລ້ອມ.

ສະຫຼຸບ.

ຄຳວ່າ ຈຸດປະສົງ ເປັນຄຳທີ່ບົງບອກເຖິງຄວາມຕ້ອງການໃຫ້ບັນລຸຕາມເປົ້າໝາຍຂອງຄົນເຮົາໂດຍກົງເລີຍກໍວ່າໄດ້ ເພາະມັນເປັນຄຳທີ່ຊີ້ແຈງໃຫ້ເຫັນເຖິງຄວາມຕ້ອງການທີ່ເຮົາຢາກໃຫ້ເກີດຂື້ນຕາມແນວທາງ ແລະ ຄວາມຄິດຂອງເຮົາເອງ ດັ່ງນັ້ນເພື່ອໃຫ້ເຂົ້າໃຈໄດ້ງ່າຍຂື້ນເວລາທີ່ເຮົາຕ້ອງການເວົ້າເຖິງຄວາມຕ້ອງການທີ່ເຮົາຢາກໃຫ້ມັນເກີດຂື້ນກັບໂຕເຮົາ ເຮົາກໍສາມາດເອີ້ນຄຳເຫຼົ່ານັ້ນວ່າຈຸດປະສົງໄດ້ເຊັ່ນກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo