ໝໍ້ໄຟອາຊຽນ! ປະ​ຈຸ​ບັນ ສ​ປ​ປ ລາວມີແຫຼ່ງຜະລິດໄຟຟ້າແລ້ວ 86 ແຫ່ງ 

SA Game

ເສດຖະກິດສັງຄົມ

ລາວມີແຫຼ່ງຜະລິດໄຟຟ້າແລ້ວ 86 ແຫ່ງ ກັບ​ເປົ້າ​ໃນ​ການ​ທີ່​ຈະ​ເປັນ​ໝໍ້​ໄຟ​ແຫ່ງ​ອາ​ຊຽນ.

ເນື່ອງ​ຈາກ ສປປ ລາວ ເປັນປະເທດທີ່ມີແມ່ນ້ໍານ້ອຍໃຫຍ່ຫຼາຍສາຍຊຶ່ງເຫມາະສົມແກ່ການສ້າງແຫຼ່ງຜະລິດໄຟຟ້າໄວ້ຊົມໃຊ້ພາຍໃນ ແລະສົ່ງອອກໄປຂາຍຕ່າງປະເທດ, ດັ່ງ​ນັ້ນ ປະ​ເທດ​ລາວ​ໄດ້​ຕັ້ງ​ເປົ້າ​ຂອງ​ຕົວ​ເອງ​ໄວ້ ໂດຍ​ຈະ​ເປັນ​ໜໍ້​ໄຟ​ແຫ່ງ​ອາຊຽນ ແລະ ໃນ​ປະ​ຈຸ​ບັນນີ້ມີແລ້ວ 86 ແຫ່ງ ລວມກໍາລັງການຕິດຕັ້ງ 10.448 ເມກາວັດ ທີ່ສ່ວນຫຼາຍແມ່ນພະລັງງານໄຟຟ້ານ້ໍາຕົກຂະນະທີ່ມີອີກເກືອບ 20 ໂຄງການກໍາລັງກໍ່ສ້າງ ແລະ 3 ໂຄງການຈະສໍາເລັດໄວນີ້.

ຕາມການເປີດເຜີຍຂໍ້ຂໍ້ມູນໃນໂອກາດທີ່ທ່ານ ບົວເທບ ມາໄລຄໍາ ຫົວຫນ້າກົມຄຸ້ມຄອງພະລັງງານພ້ອມດ້ວຍຄະນະວິຊາການ ແລະຄະນະວິຊາການພະແນກພະລັງງານ ແລະບໍ່ແຮ່ແຂວງບໍລິຄໍາໄຊໄດ້ລົງຕິດຕາມກວດກາການດໍາເນີນງານການຜະລິດ ແລະບໍາລຸງຮັກສາ, ວຽກງານຄວາມປອດໄພຂອງເຂື່ອນ, ການບໍລິຫານຈັດການອ່າງນ້ໍາ ແລະແຜນຮັບມືສຸກເສີນຂອງໂຄງການເຂື່ອນໄຟຟ້ານ້ໍາງຽບ 1 ເມື່ອວັນທີ 16 ສິງຫາຜ່ານມາ
SA Game
ເສດຖະກິດສັງຄົມ
ມາຮອດເດືອນມິຖຸນາ 2021 ທົ່ວປະເທດມີ ແຫຼ່ງຜະລິດໄຟຟ້າທີ່ມີກໍາລັງຕິດຕັ້ງ 1 ເມກາວັດ ຂຶ້ນໄປທັງຫມົດມີ 86 ແຫ່ງ ໃນນີ້ເປັນພະລັງງານໄຟຟ້ານ້ໍາຕົກ 73 ແຫ່ງ, ແສງຕາເວັນ 8 ແຫ່ງ,ຊິວະມວນ 4 ແຫ່ງ ແລະພະລັງງານຄວາມຮ້ອນຖ່ານຫີນ 1 ແຫ່ງ ລວມກໍາລັງຕິດຕັ້ງ 10.448 ເມກາວັດ, ຄວາມອາດສາມາດຜະລິດພະລັງງານໄຟຟ້າໄດ້ 54.05 ລ້ານກິໂລວັດ ໂມງຕໍ່. ປີ ແລະອັດຕາການຊົມໃຊ້ໄຟຟ້າຂອງຄົວເຮືອນໄດ້ 95 ເມກາວັດ.
ນອກຈາກນີ້ຍັງມີໂຄງການຢູ່ໃນໄລຍະການກໍ່ສ້າງອີກ 19 ໂຄງການລວມກໍາລັງຕິດຕັ້ງ 2,584 ເມກາວັດ ແລະຈະມີ 3 ໂຄງການ ທີ່ຈະສໍາເລັດໃນໄວໆນີ້ຄື:
ໂຄງການເຂື່ອນໄຟຟ້ານໍ້າກົງ 1 ທີ່ຈະສໍາເລັດໃນເດືອນສິງຫາ 2021 ນີ້, ໂຄງການເຂື່ອນໄຟຟ້ານ້ໍາອູ 7 ຈະສໍາເລັດໃນເດືອນກັນຍາ 2021 ແລະ ຈະສໍາເລັດໃນເດືອນຕຸລາ 2021 ແມ່ນໂຄງການເຂື່ອນໄຟຟ້ານໍ້າກົງ 3.
ແນວໃດກໍ່ດີແຫຼ່ງພະລິດໄຟຟ້າໃນລາວແມ່ນໄດ້ປະກອບສ່ວນສໍາຄັນໃນການແກ້ໄຂຊີວິດການເປັນຂອງປະຊາຊົນລາວບັນດາເຜົ່າໂດຍສະເພາະແມ່ນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນທີ່ສໍາຄັນຄືສາມາດຊ່ວຍໃຫ້ພົນລະເມືອງໄດ້ຊົມໃຊ້ໄຟຟ້າຖາວອນຫຼາຍຂຶ້ນ ແລະທົ່ວເຖິງເປັນຕົ້ນແມ່ນເຂດຫ່າງໄກສອກຫຼີກ
ພ້ອມດຽວກັນນັ້ນຍັງສາມາດເປັນສິນຄ້າສົ່ງອອກໄປຂາຍໄປຍັງຕ່າງປະເທດເອົາເງິນຕາເຂົ້າມາໄດ້ເປັນຈໍານວນຫຼາຍໃນແຕ່ລະປີ.

ສະເພາະ 6 ເດືອນປີ 2021 ການສົ່ງອອກໄຟຟ້າແມ່ນໄດ້ປະກອບສ່ວນສໍາຄັນໃນມູນຄ່າການຄ້າຂອງລາວກັບຕ່າງປະເທດທີ່ບັນລຸໄດ້ທັງຫມົດປະມານ 6.784 ລ້ານໂດລາສະຫະລັດ ເກີນດູນການຄ້າ 735 ລ້ານໂດລາສະຫະລັດ ແຕ່ຖ້າຫາກບໍ່ລວມຕົວເລກນໍາເຂົ້າ ແລະສົ່ງອອກໄຟຟ້າແມ່ນຍັງຈະຂາດດຸນປະມານ 85 ລ້ານ ໂດລາສະຫະລັດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເສດຖະກິດສັງຄົມ