ໜອງຟ້າແຂວງອັດຕະປື ສະຖານສັກສິດກັບປະຫວັດຄວາມເປັນມາ

SA Game

ພາບ: champapost.com

ປະຫວັດຄວາມ​ເປັນ​ມາ​ຂອງໜອງຟ້າ ສະຖານ​​ສັກສິດຂອງ ແຂວງອັດຕະປື.

ແຂວງອັດຕະປື ຂາຍຊ້າງແລກກະບອງ ສາຍຍານີ້ກໍອາດຈະແມ່ນໄດ້ມາຈາກຄວາມອຸດົມສົມບູນກັບສັບໃນດິນສິນໃນນ້ຳ ແລະ ສັດສາວາສິ່ງຕ່າງໆ ອັດຕະປືເອງກໍມີປະຫວັດອັນຍາວນານ ແລະ ຫລາຍໆສະຖານທີ່ບູຮານ ຫລາຍໆເລື່ອງລາວທີ່ກ່າວຂານກັນມາ ລວມທັງມີແຫລ່ງທ່ອງທ່ຽວວັດຖະນະທຳ, ທຳມະຊາດ ແລະ ຄວາມຫລາກຫລາຍຮີດຄອງປະເພນີຂອງຊົນເຜົ່າຕ່າງໆ ທີ່ໜ້າສົນໃຈຫລາຍ.

ໜອງຟ້າ ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ໄດ້ຮັບຄວາມສົນ­ໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ­ປະ­ເທດ ອັນເນື່ອງມາຈາກຄວາມສວຍງາມນີ້ເອງ ຈຶ່ງເຮັດໃຫ້ຜູ້ຄົນສົນໃຈຕໍ່ແຫຼ່ງທ່ອງທ່ຽວແຫ່ງນີ້ຫຼາຍຂຶ້ນ ໂດຍໜອງຟ້າຈະຢູ່ບໍ­ລິ­ເວນເຂດວັງຕັດ ເມືອງຊານໄຊ, ໜອງຟ້າ ຕັ້ງຢູ່ໃນເຂດປ່າສະຫງວນ ດົງອຳພາມ, ບໍລິເວນທີ່ມີຫົວພູຈຸ້ມເຂົ້າໃສ່ກັນ ຢູ່ລະດັບສູງ 1200-1500 m ທີ່ເຂດເມືອງຊານໄຊ, ເບື້ອງທິດຕາວັນອອກຂອງແຂວງອັດຕະປື.

SA Game
ພາບ: champapost.com

ໜອງຟ້າ ຄົງເປັນໜອງທີ່ເກີດຈາກ ພູໄຟລະເບີດ ຫຼື ລູກອຸກະບາດຕົກໃສ່ຫຼາຍພັນໆປີຜ່ານມາກ່ອນ ຈົນເກີດເປັນປ່ອງພູເຂົາໄຟຂະຫນາດໃຫຍ່ກາຍມາເປັນໜອງຟ້າໃຫ້ພວກເຮົາເຫັນໃນປະ­ຈຸບັນນີ້.

​ໂດຍຊາວ­ບ້ານໃຫ້ຄວາມເຊື່ອຖື ເປັນໜອງທີ່ລຶກລັບ ສັກສິດ ແລະ ມີເລື່ອງລາວ ກ່າວຂານບູຮານກັນວ່າ ມີໄກ່ຜູ້ໂອກປີກຄຳ ເຝົ້າ ແລະ ເປັນເຈົ້າບັນຊາໃຫ້ນໍ້າຂຶ້ນນໍ້າລົງໄດ້ ແລະ ໃນຍາມກາງຄືນຈະມີແສງໄຟທີ່ສົ່ງແສງຂຶ້ນມາຈາກພື້ນນໍ້າໃນຍາມວັນສິນ, ມີນໍ້າປູນສີ­ຂາວຂຶ້ນມາໜ້ານໍ້າ ແຕ່ພິ­ເສດໄປກວ່ານັ້ນໃນຫນອງແຫ່ງນີ້ມີພຽງແຕ່ປາ­ຄໍ່ກັ້ງຊະ­ນິດດຽວເທົ່ານັ້ນ, ​ເຊິ່ງນໍ້າ​ໃນໜອງຈະເປັນສີຂຽວໃສ ຄືນໍ້າທະເລ ຈະໃສຕະຫຼອດປີ.

SA Game
ພາບ: champapost.com

ໜອງກວ້າງປະມານ 1 Km (ສ່ວນຄວາມເລິກຍັງບໍ່ທັນຮູ້ເທື່ອ) ໄດ້ມີນັກສຳຫຼວດຂີ່ເຄື່ອງບິນໃຊ້ເຄື່ອງແທກຢ່ອນລົງເພື່ອວັດແທກຫາຄວາມເລິກຂອງໜອງດັ່ງກ່າວ ແຕ່ກໍບໍ່ສາມາດແທກໄດ້ ເພາະມີຄວາມເລິກທີ່ສຸດ ເປັນສິ່ງທີ່ໜ້າອັດສະຈັນທີ່ສຸດເລີຍ.

​ແຕ່ຖ້າຫາກທ່ານໃດສົນ­ໃຈຢາກໄປສຶກສາຕົວຈິງກໍ່ສາ­ມາດໄປຊົມໄດ້ດ້ວຍຕົວເອງເລີຍ ການໄປ ສາມາດໄປເຖິງໄດ້ສະດວກໃນຍາມແລ້ງ ຈາກເທດສະບານຕົວເມືອງສາມັກຄີໄຊ ໄປປະມານ 178 Km ຂີ່ລົດຕາມເສັ້ນທາງ 18B ອັດຕະປື-ດ່ານສາກົນພູເກືອ ທາງຢາງຈະມີປ້າຍຊີ້ບອກ ແລ້ວແວ່ເຂົ້າເບື້ອງຊ້າຍມື ທີ່ 52 Km ຫຼື ຮອດຫຼັກ 100 km ທີ່ບ້ານສອງຄອນ ກໍ່ໄດ້ ແຕ່ເສັ້ນທາງເຂົ້າໂຕນີ້ຈະໄກກວ່າ ທາງເຂົ້າຈະເປັນເສັ້ນທາງດິນແດງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: www.champapost.com