ໃຜ​ຍັງ​ບໍ່​ເຄີຍ​ເຫ​ັນ! ຮູບ​ຮ່າງ​ໜ້າ​ຕາ​ຂອງ ເງິນຕາ​ສະ​ໄໝອານາຈັກລ້ານຊ້າງ​

ອິນ​ໄຊ​ລາວ.

ອິນ​ໄຊ​ລາວ.

ມາ​ເບິ່ງເງິນຕາຂອງ​ສະ​ໄໝອານາຈັກລ້ານຊ້າງ​ມີ​ຮູບ​ຮາງ​ໜ້າ​ຕາ​ແນວ​ໃດ?

ເງິນ​ຕາ​ເປັນ​ສິ່ງ​ທີ່​ກຳ​ເນີດ​ເກີດ​ຂື້ນ​ຈາກ​ການ​ແລກ​ປ່ຽນ​ລະ​ຫວ່າງ​ສິ່ງ​ຂອງ​ຕ່າງໆ​ນຳ​ກັນ, ເຊິງ​ໃນ​ແຕ່​ລະ​ຍຸກ​ແຕ່​ລະ​ສະ​ໄໝ​ກໍ​ລ້ວນ​ແລ້ວ​ແຕ່​ມີ​ເງິນ​ຕາ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຕົນ​ເອງ ໃນ​ຕອນ​ນີ້​ເຮົາ​ຈະ​ມາ​ເບິ່ງເງິນຕາຂອງອານາຈັກລ້ານຊ້າງ ທີ່ນຳໃຊ້ຢູ່ໃນສະໄໝບູຮານ.

​ໃນ​ສະ​ໄໝ​ກ່ອນ​ນັ້ນ​ອາ​ນາ​ຈັກ​ລ້ານ​ຊ້າງ​ຖື​ວ່າ​ເປັນ​ອາ​ນາ​ຈັກ​ໜຶ່ງ​ທີ່​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທາງ​ດ້ານ​ວັດ​ຖະ​ນາ​ທຳ ແລະ ສິນ​ລະ​ປະ​ກຳ, ແລະ ເງິນ​ຕາ​ຂອງ​ອາ​ນາ​ຈັກ​ລາວ​ລ້ານ​ຊ້າງ​ເອງ​ກໍແມ່ນ​ມີ​ໜ້າ​ຕາ​ຮູບ​ລັກ​ທີ່​ຫລາກ​ຫລ​າຍ, ເຊິງວ່າເງິນຕາຂອງອານາຈັກລ້ານຊ້າງ ມີຫຼາຍຊະນິດ ຄື:  ເງິນຮ້ອຍ, ເງິນລາດ ແລະເງິນເຮືອ.

SA Game
ອິນ​ໄຊ​ລາວ.

1. ເງິນຮ້ອຍ ເຮັດດ້ວຍເນື້ອເງິນປະສົມ ມີຮູບຮ່າງຄ້າຍຄືເຮືອຊະລ່າ ຫຼື ກະສວຍທໍຫູກ ຫົວທ້າຍເລັກນ້ອຍ ດ້ານເທິງມີຕຸ່ມທົ່ວ ໄປ ຄ້າຍຄືໂຕບົ້ງ ມີລາຄາຕ່າງກັນຕາມເນື້ອ ຄຳວ່າ “ຮ້ອຍ” ແມ່ນມາດຕາຊັ່ງປະຊາຊົນຊາວສີສັດຕະນາຄະນະຫຸດ ເຊິ່ງກຳນົດເອີ້ນນ້ຳໜັກສິບບາດ ວ່າ “ຮ້ອຍໜຶ່ງ”.

SA Game
ອິນ​ໄຊ​ລາວ.

2. ເງິນລາດ ຫຼືທອງລາດ ມີລັກສະນະຄ້າຍຄືເງິນຮ້ອຍ ແຕ່ລຽວນ້ອຍກວ່າ ຫຼໍ່ດ້ວຍທອງແດງປະສົມທອງເຫຼືອງ ແລະມັກຊຸບດ້ວຍເງິນ ມີຂະໜາດແຕກຕ່າງກັນ ມີຕຣາປະທັບຢ່າງນ້ອຍ 3 ຕຣາ ເຊັ່ນ ຕຣາຊ້າງ, ຫອຍກາບ, ແມງກະເບື້ອ, ເຕົ່າ, ຈັກ, ປາ, ດອກຈັນ ໆລໆ ນອກຈາກນີ້, ຍັງພົບເງິນລາດ ມີລັກສະນະເປັນຮູບກະສວຍ ແລະມີຮ່ອງທາງກາງ ແຕ່ບໍ່ມີກາປະທັບ.

SA Game
ອິນ​ໄຊ​ລາວ.

3. ເງິນເຮືອ ມີລັກສະນະຄ້າຍຄືເຮືອ ສ່ວນຫຼາຍເຮັດມາຈາກທອງແດງ, ທອງເຫຼືອງ, ທອງແດງ ມີຫຼາຍຂະໜາດ ໃຊ້ເປັນເງິນປີກໃນສະໄໝລ້ານຊ້າງ ຖືເປັນເງິນທີ່ມີຄ່ານ້ອຍທີ່ສຸດ.

ເງິນ​ເຫລົ່າ​ນີ້​ປະ​ຈຸ​ບັນ​ແມ່ນ​ຫາ​ເບິງ​ຢາກ​ແລ້ວ ແລະ ເປັນ​ຂອງ​ລ້ຳ​ຄ່າ ມີ​ມູນ​ລາ​ຄາ​ມະ​ຫາ​ສານ ແລະ ບໍ່​ຄອຍ​ມີ​ ແລະ ບໍ່​ໄດ້​ໃຊ້​ແລ້ວ​ປະ​ຈຸ​ບັນ​ນີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.