ໃນ​ບົດ​ນີ້​ຈະ​ເວົ້າຄໍາວ່າ “ຄົວ” ຄວາມໝາຍໃນພາສາລາວມີ​ຫຍັງ​ແດ່?

SA Game

DooDiDo

ອະທິບາຍຄໍາວ່າ “ຄົວ” ມີຄວາມໝາຍແນວໃດ?

ຄໍາວ່າ “ຄົວ” ໝາຍເຖິງເຮືອນຄົວ ຫຼື ເຮືອນໄຟ ຊຶ່ງເປັນບ່ອນແຕ່ງກິນ ຫຼື ເຮັດອາຫານ ຄົນສະໄໝກ່ອນ ນິຍົມກັນເຮັດຢູ່ນອກເຮືອນ ແຕ່ເຮືອນແບບສະໄໝໃໝ່ໃນປະຈຸບັນ ນິຍົມກັນເຮັດຢູ່ໃນເຮືອນ. ພ້ອມນັ້ນ, ຍັງໝາຍເຖິງຈໍານວນຄົນທີ່ຢູ່ໃນເຮືອນດຽວກັນທັງໝົດ ຫຼື ຄົວເຮືອນນຶ່ງໆເອີ້ນຄອບຄົວ ຕົວຢ່າງ ຄົວເຮືອນ ນີ້ມີທັງໝົດ 5 ຄົນ ປະກອບມີພໍ່ແມ່ ແລະ ລູກ 3 ຄົນ. ອີກນຶ່ງຄວາມໝາຍແມ່ນເຄື່ອງຂອງຕ່າງໆໃນເຮືອນ ກະເອີ້ນ ຄົວ ຄືກັນ.

ນອກຈາກນັ້ນ, ຍັງໝາຍເຖິງການແຕ່ງກິນ ຫຼື ເຮັດອາຫານ ແລະ ຍັງໝາຍເຖິງການປາດຊີ້ນ ຫຼື ປາ ຫຼື ສັດ ເພື່ອເຮັດອາຫານ ເອີ້ນຄົວກິນ (ແຕ່ງກິນ) ເຊັ່ນ: ຄົວເປັດ, ຄົວໄກ່, ຄົວປາ, ຄົວ ຊີ້ນໝູ, ຄົວຊີ້ນງົວ. ສໍາລັບບຸກຄົນທີ່ແຕ່ງອາຫານຖ້າເປັນຜູ້ຊາຍເຮົາເອີ້ນ ພໍ່ຄົວ ແລະ ຖ້າເປັນແມ່ຍິງເຮົາ ເອີ້ນ ແມ່ຄົວ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຄົວ”.

“ຄົວ” (1. ຄໍານາມ) ເຮືອນບ່ອນເຮັດອາຫານ, ຈໍານວນຄົນທີ່ຢູ່ໃນເຮືອນດຽວກັນທັງໝົດ, ເຄື່ອງຂອງ ຕ່າງໆໃນເຮືອນ. (2. ຄໍາກິລິຍາ) ເຮັດອາຫານກິນ, ປາດຊີ້ນ ຫຼື ປາ ເພື່ອເຮັດອາຫານ, ຄົວກິນ (ເຮັດອາ ຫານກິນ).

ຕົວ­ຢ່າງ:

  • ເຮືອນຄົວຢູ່ເຮືອນລາວຈັ່ງແມ່ນທັນສະໄໝ ມີເຄົາເຕີ, ມີເຕົາໄມໂຄເວັບ, ມີລະບົບລະບາຍອາການ, ລະບົບໄຟ, ລະບົບນໍ້າ ຄົບຊຸດ ຕ່າງກັບເຮືອນຄົວສະໄໝກ່ອນທີ່ມີພຽງເຕົາໄຟ ສ່ວນນໍ້າຕ້ອງໄດ້ໄປ ຕັກຕ່າງຫາກ, ຟືນກະກອງໄວ້ຕະລ່າງ ຈັ່ງແມ່ນຫຍຸ້ງຍາກ.
  • ຄົວເຮືອນລາວມີທັງໝົດ 7 ຄົນ ມີ ປູ່ກັບຍ່າ, ພໍ່ ແລະ ແມ່ນ ພ້ອມດ້ວຍລູກ 3 ຄົນ.
  • ລາວເປັນພໍ່ຄົວທີ່ເກັ່ງ ເວລາລາວຄົວໄກ່ ເພື່ອເຮັດກິນໃຊ້ເວລານ້ອຍດຽວ ແລະ ແຕ່ງອອກມາດ້ວຍ ລົດຊາດທີ່ດີເລີດ.

ສະຫຼຸບ.

ຄໍາວ່າ “ຄົວ” ໝາຍເຖິງເຮືອນຄົວ ຫຼື ເຮືອນໄຟ ບ່ອນແຕ່ງກິນ, ໝາຍເຖິງຄົວເຮືອນນຶ່ງໆ ຫຼື ຈໍານວນຄົນທີ່ຢູ່ໃນເຮືອນດຽວກັນທັງໝົດ, ໝາຍເຖິງເຄື່ອງຂອງຕ່າງໆໃນເຮືອນ. ພ້ອມກັນນັ້ນ, ຍັງໝາຍເຖິງການຄົວ ກິນ, ການຄົວຊີ້ນ ຄົວປາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo