ໃນ​ຕອນ​ນີ້​ຈະ​ຍົກຄໍາວ່າ “ຕົກ” ຄວາມໝາຍໃນພາສາລາວມາ​ອະ​ທິ​ບາຍ

SA Game

DooDiDo

ອະທິບາຍຄໍາວ່າ “ຕົກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕົກ” ມີຫຼາຍຄວາມໝາຍນຶ່ງໃນນັ້ນ ໝາຍເຖິງ ຫຼຸດລົງ ຫຼື ຕົກຈາກບ່ອນສູງລົງມາ ເຊັ່ນ: ນໍ້າຕົກ, ຝົນຕົກ, ຍົນຕົກ, ຕົກຕົ້ນໄມ້. ພ້ອມນັ້ນ, ຍັງໝາຍເຖິງຫຼຸດຈາກຖານະສູງ ເຊັ່ນ: ຕົກຫ້ອງ, ຕົກຕໍາແໜ່ງ, ຕົກການ, ຕົກງານ, ຕົກຕໍ່າ, ຕົກອັບ, ຕົກທຸກໄດ້ຍາກ ແລະ ຍັງມີຄວາມໝາຍວ່າ ເຖິງ ຫຼື ຮອດຍາມ ດັ່ງ: ຕົກຍາມຮ້ອນ, ຕົກກາງຄືນ, ຕົກຕອນເດິກ, ຕົກຮຸ້ງແຈ້ງ, ຕົກຕອນເຊົ້າ, ຕົກຕອນບ່າຍ ຫຼື ຕົກຍາມບ່າຍ.

ອີກ ຄວາມນຶ່ງແມ່ນ ຈາງ ຫຼື ເສົ້າໝອງ ເຊັ່ນ: ສີຕົກ, ຕົກສີ, ຕົກໂໝກ, ຕົກເຫັດ. ພ້ອມນັ້ນ, ຍັງໝາຍ ເຖິງຂາດເຊັ່ນ: ດັ່ງຂຽນໜັງສືຕົກ, ໄຟຕົກ. ໝາຍເຖິງບັນລຸໄດ້ ຫຼື ສໍາເລັດຜົນ: ປົງຕົກ, ຄຶດຕົກ. ນອກນັ້ນ, ເວລາໄປບວກກັບຄໍາອື່ນຍັງໃຫ້ຫຼາຍຄວາມໝາຍອອກໄປເປັນຕົ້ນ ຕົກກະເທີນ ໝາຍເຖິງ ໄດ້ເຮັດ ຫຼື ເວົ້າ ແລ້ວຕ້ອງປະຕິບັດ, ຕົກກ້າ ແມ່ນການເອົາເຂົ້າເປືອກທີ່ແຊ່ນໍ້າໄວ້ໄປຫວ່ານລົງໄຮ່ນາ ເພືອໃຫ້ເກີດເປັນກ້າ, ຕົກລົງ ໝາຍເຖິງ ຍິນຍອມພ້ອມໃຈ ແລະ ມີຄໍາປະສົມອີກຫຼາຍຢ່າງເຊັ່ນ:  ຕົກມັນ (ຊ້າງຕົກມັນ), ຕົກ ລູກ, ຕົກເລືອດ, ຕົກສະເງີ້, ຕົກຕະລຶງ, ຕົກໃຈ, ຕົກອົກຕົກໃຈ, ຕົກຕາ, ຕົກແຕ່ງ, ຕົກວົງລ້ອມ, ຕົກນໍ້າ ບໍ່ໄຫຼຕົກໄຟບໍ່ໄໝ້, ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ, ຕົກນາລົກ, ຕົກເຫວ, ຕົກທອດ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຕົກ”.

“ຕົກ” (1. ຄໍາກິລິຍາ) ຫຼຸດລົງ, ວາງລົງມາຈາກທີ່ສູງ, ຫຼຸດຈາກຖານະສູງ ດັ່ງ ຕົກຕໍາແໜ່ງ, ເຖິງ ດັ່ງຕົກຍາມຮ້ອນ, ຈາງ ດັ່ງສີຕົກ, ຂາດ ດັ່ງ ດັ່ງຂຽນໜັງສືຕົກ. (2. ຄໍາກິລິຍາວິເສດ) ຕະຫຼອດ, ບັນລຸ, ສໍາເລັດ ດັ່ງ ປົງຕົກ, ຄຶດຕົກ.

ຕົວ­ຢ່າງ: 

  • ນໍ້າຕົກຕາດກວາງຊີ ຕົກສູງຫຼາຍສິບແມັດ ແລະ ມີຫຼາຍຊັ້ນ ເປັນນໍ້າຕົກທີ່ງາມຫຼາຍ ແຕ່ລະປີມີຄົນ ໄປທ່ຽວຫຼາຍພັນຄົນ.
  • ລາວຕົກຕໍາແໜ່ງ ຍ້ອນເຮັດວຽກບໍ່ໄດ້ ອີກຢ່າງນຶ່ງລາວກໍບໍ່ມັກປະຕິບັດລະບຽບການທີ່ອົງກອນວາງ ອອກ.
  • ພໍຕົກລະດູຝົນ ປະຊາຊົນເລີ່ມຕົກກ້າ ເພື່ອໄວ້ດໍານາຢ່າງເປັນຂະບວນຟົດຟື້ນ.
  • ເຮືອນຂ້ອຍຕັ້ງໄດ້ຫຼາຍປີດັ່ງນັ້ນຈິ່ງຕົກສີ ແລະ ຈະໄດ້ທາສີຄືນໃໝ່ໃນມໍ່ໆນີ້.
  • ໃນເມື່ອກ່ອນລາວຄຶດນໍາແຕ່ເລື່ອງເງິນໆ ຄໍາໆ ແລະ ຄຶດບໍ່ຕົກ ຈິ່ງເຮັດໃຫ້ລາວນອນບໍ່ຫຼັບສຸດທ້າຍ ກໍມີບັນຫາເລື່ອງສຸຂະພາບ. ປະຈຸບັນ ລາວສາມາດປົງຕົກ ຈິ່ງເຮັດໃຫ້ສຸຂະພາບຄ່ອຍໆດີຂຶ້ນ.

ສະຫຼຸບ.

ຄໍາວ່າ “ຕົກ”​ ໝາຍເຖິງການຫຼຸດລົງ, ການຕົກລົງມາຈາກທີ່ສູງ, ການຫຼຸດຈາກຖານະສູງ. ໝາຍເຖິງ ເຖິງ ຫຼື ຮອດຍາມ, ໝາຍເຖິງສີຈາງລົງ, ໝາຍເຖິງຂາດ (ໄຟຕົກ). ນອກຈາກນັ້ນ, ຍັງໝາຍເຖິງການບັນລຸຜົນ ຫຼື ສໍາເລັດຜົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo