ໃນເດືອນກັນຍາ ອັດຕາເງິນເຟີ້ຂອງລາວເລີ່ມຫຼຸດລົງເລັກໜ້ອຍ

SA Game

ພາບ: targetlaos.com

ອັດ​ຕາເງິນ​ເຟີ້​ຂອງເງິນ​ກີບ​ລາວເດືອນ​ກັນ​ຍາ​ ປີ2020 ເລີ່ມຫລຸດ​ລົງ.

ຈາກ​ທີ່​ອັດ​ຕາ​ເງິນ​ເຟີ້​ພາຍ​ໃນ​ ສ​ປ​ປ ລາວ ມີ​ການ​ເພີ່ມ​ຂຶ້ນ​ສູງ​ຫລາຍ​ນັບ​ຕັ້ງ​ແຕ່​ປີ 2018 ແລະ ໜັກ​ໜວງ​ຂື້ນໃນ​ຊວງ​ຕົ້ນ​ປີ​ທີ​ຜ່ານ​ມາ​ເຮັດ​ໃຫ້​ສິນ​ຄ້າ​ຕ່າງໆ​ຂື້ນ​ລາ​ຄາ​ຈົນ​ມາ​ຮອດ​ເດືອນ​ກັນ​ຍາ​ນີ້ ອັດຕາເງິນເຟີ້ ຫຼຸດລົງເລັກໜ້ອຍ ມາຢູ່ທີ່ລະດັບ 4,63% ຈາກລະດັບ 5,84% ໃນເດືອນສິງຫາ.

ຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2020 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 318/ສຖຕ2.2 ລົງວັນທີ 2 ຕຸລາ 2020 ໃຫ້ຮູ້ວ່າ: ດັດສະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນກັນຍາ 2020 ເພີ່ມຂຶ້ນຢູ່ໃນລະດັບ 4,63% ເຊິ່ງເພີ່ມຂຶ້ນຊ້າກວ່າເດືອນຜ່ານມາເລັກໜ້ອຍ ( ເດືອນສິງຫາ 2020 ຢູ່ໃນລະດັບ 5,84% ) ແລະ ສະເລ່ຍໃນ 9 ເດືອນ 2020 ຢູ່ໃນລະດັບ 5,71%.

SA Game
ພາບ: targetlaos.com

ການປ່ຽນແປງດັດສະນີລາຄາເດືອນຕໍ່ເດືອນໃນເດືອນກັນຍາ ທຽບກັບເດືອນສິງຫາ 2020 ເພີ່ມຂຶ້ນເລັກໜ້ອຍ ຄື: 0,16% ໃນນີ້ແມ່ນມາຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 0,45% ເນື່ອງມາຈາກລາຄາຊີ້ນ, ພືດຜັກ ແລະ ໝາກໄມ້ ປັບຕົວເພີ່ມຂຶ້ນ. ຂະນະດຽວກັນປະເພດເຂົ້າສານແມ່ນມີທ່າອ່ຽງຫຼຸດລົງເລັກໜ້ອຍ -1,02%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0,60% ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,39% ເນື່ອງຈາກປະເພດເຄື່ອງນຸ່ງເດັກນ້ອຍ ແລະ ເກີບປັບຕົວເພີ່ມຂຶ້ນ, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,96% ເນື່ອງຈາກລາຄາຄຳ ເພີ່ມຂຶ້ນ 3,67%.

ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ປັບຕົວເພີ່ມຂຶ້ນ ແມ່ນມາຈາກການເໜັງຕີງຂອງໝວດສິນຄ້າ ຄື: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ທຽບປີຕໍ່ປີ ເພີ່ມຂຶ້ນ 7,70%; ໝວດເຄື່ອງນຸ່ງ ແລະ ເກີບ ເພີ່ມຂຶ້ນ 3,89%; ໝວດເຄື່ອງໃຊ້ໃນຄົວເຮືອນ ເພີ່ມ ຂຶ້ນ 4,87%; ໝວດຮັກສາສຸ  ຂະພາບ ແລະ ປາ ເພີ່ມຂຶ້ນ 5,66%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 6,59%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 9,89%; ໝວດຄົມມະນາຄົມ ແລະ ຂົນສົ່ງ ແມ່ນ 0,91%. ໃນຂະນະດຽວກັນ ໝວດອາຫານ ແລະ ໂຮງແຮມ ຫຼຸດລົງ -2,09%.

SA Game
ພາບ: targetlaos.com

ເມື່ອເວົ້າເຖິງປັດໄຈ ແລະ ສາເຫດທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ເດືອນກັນຍາ 2020 ເໜັງຕີງແມ່ນມາຈາກປັດໄຈພາຍໃນ ແລະ ພາຍນອກ ຄື:

  • ໄລຍະນີ້ແມ່ນລະດູຝົນເຮັດໃຫ້ການຜະລິດບາງຊະນິດບໍ່ໄດ້ຮັບຜົນເທົ່າທີ່ຄວນ.
  • ຊີ້ນແມ່ນໄດ້ຮັບຜົນກະທົບເຊັ່ນດຽວກັນ ກ່ຽວກັບຕົ້ນທຶນການຜະລິດ ເນື່ອງຈາກຕົ້ນທຶນການຜະລິດ ແລະ ວັດຖຸດິບ ແມ່ນນຳເຂົ້າຈາກຕ່າງປະເທດ ບວກກັບປັດໄຈອັດຕາແລກປ່ຽນ ແລະ ການຈຳກັດຄວາມສ່ຽງຢູ່ເຂດຊາຍແດນ ຍ້ອນຜົນກະທົບຂອງໂຄວິດ – 19 ສົ່ງຜົນໃຫ້ລາຄາຂາຍຍ່ອຍພາຍໃນປະເທດປັບຕົວສູງຂຶ້ນ.
  • ສະພາບການຜະລິດສິນຄ້າພາຍໃນຍັງບໍ່ທັນເຂັ້ມແຂງສົ່ງຜົນໃຫ້ລາຄາປະເພດອາຫານມີລາຄາສູງ ແລະ ທ່າອ່ຽງເພີ່ມຂຶ້ນ. ໃນຂະນະດຽວກັນມີບາງປະເພດສິນຄ້າແມ່ນເໜັງຕີງຫຼຸດລົງ ເຊັ່ນ: ນ້ຳມັນເຊື້ອໄຟ ( ກາຊວນ ), ອາຍແກ໊ສຫູງຕົ້ມ, ປະເພດເຮືອນພັກ ແລະ ໂຮງແຮມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ເສດຖະກິດ-ການຄ້າ.