ໂສມ​ດາກ​ຈຶງ ຈະ​ໄດ້​ຮັບ​ການ​ຈົດ​ທະ​ບຽນ​ຊັບ​ສິນ​ທາງ​ປັນ​ຍາ ໄວໆ​ນີ້

SA Game

laoedaily.com

ແຂວງເຊກອງ​ປະ​ຊຸມກຽມຈົດທະບຽນຖິ່ນກໍາເນີດ ໂສມດາກຈຶງ.

ໂສມ​ດາກ​ຈຶງ ຖື​ວ່າ​ເປັນ​ໜຶງ​ໃນ​ໂສມ​ທີ່​ມີ​ສັບ​ພະ​ຄຸນ​ຫລາຍ​ຢ່າງ ແລະ ຫລາຍໆ​ຄົນ​ກໍ​ເຄີຍ​ຊອກ​ຫາ​ມາ​ໄວ້​ເປັນ​ຢາ​ຕ່າງໆ ແລະ ຖື​ວ່າ​ໂສມ​ດາກ​ຈຶງ​ນີ້​ຍັງ​ເປັນ​ໂສມ​ທີ່​ຫລາຍໆ​ທ່ານ​ກຳ​ລັງ​ຕ້ອງ​ການ ອີກ​ທັງ​ການ​ຊື້​ຂາຍ​ກໍ​ມີ​ລາ​ຄາ​ຂ​້ອນ​ຂ້າງ​ສູງ​ເຊິງ​ຂ້າ​ພະ​ເຈົ້າ​ເອງ​ກໍ​ເຄີຍ​ໄດ້​ຊື້​ມາ​ໄວ້​ເຊັນ​ກັນ, ຫລ້າ​ສຸດ​ນີ້ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະການຄ້າແຂວງເຊກອງ ໄດ້ຈັດກອງປະຊຸມກ່ຽວກັບການກະກຽມຈົດທະບຽນຖິ່ນກໍາເນີດໂສມນີ້.

ໃນວັນທີ 10 ກັນຍາ 2021 ທີ່ສະໂມສອນແຂວງເຊກອງ ໂດຍການເປັນປະທານຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ພ້ອມນີ້ ກໍມີທ່ານເຈົ້າເມືອງດາກຈຶງ, ຫົວໜ້າ-ຮອງພະແນກ, ຫ້ອງການ, ຜູ້ຜະລິດ-ຜູ້ປະກອບການໂສມ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.

SA Game
laoedaily.com

ທ່ານ ເຫຼັກໄຫຼ ສີວິໄລ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ວຽກງານຊັບສິນທາງປັນຍາ ແລະປຶກສາຫາລືຮ່ວມກັບຜູ້ຜະລິດ, ຜູ້ປະກອບການໂສມ ເມືອງດາກຈຶງ ແລະຂະແໜງການກ່ຽວຂ້ອງກ່ຽວກັບການວາງແຜນ ແລະ ກະກຽມຈົດທະບຽນຖິ່ນກໍາເນີດໂສມຈາກເມືອງດາກຈຶງ ແລະບັນດາໜ້າວຽກຕ່າງໆໃນການກະ ກຽມຈົດທະບຽນ ເພື່ອເປັນການປົກປ້ອງຖິ່ນກໍາເນີດໂສມໃຫ້ແກ່ຜູ້ຜະລິດ ແລະຜູ້ປະກອບການໂສມດາກຈຶງ ແນໃສ່ໃຫ້ຂະແໜງການທ້ອງຖິ່ນ ແລະຜູ້ຜະລິດ, ຜູ້ປະກອບການເຫັນໄດ້ຄວາມສໍາຄັນ ແລະຜົນປະໂຫຍດຈາກການປົກປ້ອງຖິ່ນກໍາເນີດໂສມ ເພື່ອເປັນການສົ່ງເສີມຫົວໜ່ວຍທຸລະກິດ ນໍາໃຊ້ຊັບສິນທາງປັນຍາ ເຂົ້າໃນຂະບວນການຜະລິດເປັນຕົ້ນແມ່ນການຜະລິດໂສມ ແນໃສ່ສົ່ງເສີມສ້າງມູນຄ່າເພີ່ມໃຫ້ສິນຄ້າດັ່ງກ່າວ, ທັງເປັນການອະນຸລັກລະບົບນິເວດອັນອຸດົມສົມບູນ ແລະປົກປັກຮັກສາພູມປັນຍາທ້ອງຖິ່ນແບບດັ້ງເດີມໄວ້ໃຫ້ໝັ້ນຄົງ ແລະຍືນຍົງຕະຫຼອດໄປ.

SA Game
laoedaily.com

ຈາກນັ້ນ ຄະນະຮັບຜິດຊອບກອງປະຊຸມກໍໄດ້ນໍາສະເໜີວຽກງານສໍາຄັນຕ່າງໆ ເປັນຕົ້ນແມ່ນນໍາສະເໜີຂັ້ນຕອນການຈົດທະບຽນຖິ່ນກໍາເນີດໃຫ້ຜູ້ຜະລິດ ແລະຜູ້ປະກອບການໂສມ, ຂັ້ນຕອນການສ້າງຕັ້ງສະມາຄົມ ເພື່ອກະກຽມຈົດທະບຽນຖິ່ນກໍາເນີດ, ແຕ່ງຕັ້ງຄະນະຂົນຂວາຍ ເພື່ອສ້າງຕັ້ງສະມາມຄົມສົ່ງເສີມຖິ່ນກໍາເນີດ ທີ່ປະກອບດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງ, ການກໍານົດແຜນວຽກໃນຕໍ່ໜ້າ ແລະແບ່ງຄວາມຮັບຜິດ ຊອບຕໍ່ໜ້າວຽກ ເພື່ອແນໃສ່ໃຫ້ແຕ່ລະຂະແໜງການພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະກະກຽມຈົດທະ ບຽນຖິ່ນກໍາເນີດໂສມ ເມືອງດາກຈຶງແຂວງເຊກອງໃນຕໍ່ໜ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.