ໂຄວິດ-19 ກະ​ທົບ​ຕໍ່​ປະ​ຊາ​ຊົນ ແລະ​ຊາວ​ຄ້າ​ຂາຍ​ໃນ​ຕະ​ຫລາດ​ກະ​ສິ​ກຳ​ອິນ​ຊີ

SA Game

laoedaily.com.

​ມາ​ເບິ່ງ​ຜົນ​ກະ​ທົບ​ຂອງການລະບາດຂອງພະຍາດໂຄວິດ-19 ຕໍ່ຊາວຄ້າຂາຍຕະຫຼາດກະສິກຳອິນຊີ.

ຈາກ​ທີ່​ເລີມ​ມີການລະບາດຂອງພະຍາດໂຄວິດ-19 ມາ​ເຖິງ​ປະ​ຈຸ​ບັນ​ນີ້, ໄດ້ສົ່ງຜົນກະທົບຕໍ່ການຊື້-ຂາຍຂອງຕະຫຼາດກະສິກຳອິນຊີທີ່ຈຸດເດີ່ນສູນການຄ້າລາວໄອ-ເຕັກ, ທ່ານ ຄຳພູ ຄັນທະບູນ ຄະນະຮັບຜິດຊອບຕະຫຼາດກະສິກຳອິນຊີ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມ ປະຊາຊົນ ໃນວັນທີ 20 ຕຸລາຜ່ານ​ມານີ້ວ່າ ຕະຫຼາດກະສິກຳອິນຊີ ມີທັງໝົດ 10 ກຸ່ມໃຫຍ່ຂອງນະຄອນຫຼວງວຽງຈັນ, ມີ 6 ຕົວເມືອງຄື:

ເມືອງໄຊທານີ, ເມືອງໄຊເສດຖາ, ເມືອງຫາດຊາຍຟອງ, ເມືອງສີໂຄດ, ເມືອງນາຊາຍທອງ ແລະ ເມືອງປາກງື່ມ, ມີສະມາຊິກທັງໝົດ 288 ຄອບຄົວ, ມີຈຸດຂາຍຢູ່ 5 ຈຸດຄື: ຈຸດເດີ່ນສູນການຄ້າລາວ-ໄອເຕັກ ຂາຍວັນພຸດ-ວັນເສົາ, ຈຸດຊ້າງເຜືອກຂາຍວັນຈັນ-ວັນພະຫັດ, ຈຸດຕະຫຼາດຫ້ວຍຫົງຂາຍວັນເສົາ, ຈຸດຕະຫຼາດລາວສຳພັນຂາຍວັນທິດ ແລະ ຈຸດຕະຫຼາດທົ່ງຂັນຄຳຂາຍວັນທິດ, ຢູ່ໃນ 5 ຈຸດທີ່ເຄີຍຂາຍປັດຈຸບັນໄດ້ເປີດຂາຍຜັກພຽງຈຸດດຽວຄື ຢູ່ຈຸດເດີ່ນສູນການຄ້າລາວ-ໄອເຕັກ ເທົ່ານັ້ນ.

SA Game
ໜັງ​ສື​ພິມ​ປະ​ຊາ​ຊົນ

ສາເຫດເນື່ອງຈາກພະຍາດໂຄວິດ-19 ມີການລະບາດເຮັດໃຫ້ສະພາບການຄ້າ-ຂາຍມີຄວາມຫຍຸ້ງຍາກ ຄົນຊື້-ຄົນຂາຍກໍຢ້ານພະຍາດ, ລູກຄ້າທີ່ເຄີຍອອກມາຊື້ຜັກກໍຫຼຸດລົງ, ເຄີຍຊື້ຜັກຫຼາຍໆກໍຊື້ເທົ່າທີ່ຈຳເປັນ ເຮັດໃຫ້ພືດຜັກຂອງຊາວສວນລົ້ນຕະຫຼາດບໍ່ມີຜູ້ມາຊື້ຫຼາຍຄືໄລຍະຜ່ານມາ, ດັ່ງນັ້ນ ທາງຄະນະຮັບຜິດຊອບຕະຫຼາດຈຶ່ງໄດ້ຫາວິທີທາງອອກດ້ວຍການແຈ້ງໄປຫາບໍລິສັດ, ຫ້າງຮ້ານຕ່າງໆ ເພື່ອຫາທາງອອກຮ່ວມກັນ ແຕ່ໃນສະພາບທີ່ໂຄວິດ-19 ມີການລະບາດຫ້າງຮ້ານຕ່າງໆກໍໄດ້ຢຸດ.

ທ່ານ ຄຳພູ ຄັນທະບູນ ກ່າວໃຫ້ຮູ້ອີກວ່າ: ກ່ອນທີ່ພະຍາດໂຄວິດ-19 ມີການລະບາດ ການຊື້-ຂາຍພືດຜັກກະສິກຳອິນຊີມີບັນຍາກາດຟົດຟື້ນດີ, ມີຜູ້ເຂົ້າມາຈັບຈ່າຍຊື້-ຂາຍເປັນຈຳນວນຫຼວງຫຼາຍ ເຮັດໃຫ້ຊາວສວນມີຄວາມດຸໝັ້ນ ຫ້າວຫັນ ມີກຳລັງໃຈໃນການປູກພືດຜັກເພື່ອສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດກໍຄືລູກຄ້າ ເຮັດໃຫ້ມີລາຍຮັບສູງ, ມີຕະຫຼາດຈຳໜ່າຍຫຼາຍບ່ອນ, ການໄປມາຊື້-ຂາຍກໍມີຄວາມສະດວກສະບາຍ.

SA Game
ພາບ: ຂ​ປ​ລ.

ນອກຈາກບໍລິການຂາຍກັບທີ່ ຍັງມີບໍລິການສົ່ງຕາມຫ້າງຮ້ານຕ່າງໆ ມາຮອດປັດຈຸບັນເນື່ອງຈາກພະຍາດໂຄວິດ-19 ມີການລະບາດເຮັດໃຫ້ຫ້າງຮ້ານຕ່າງໆກໍໄດ້ຢຸດເຊົາບໍ່ຮັບຊື້ພືດຜັກ ສົ່ງຜົນໃຫ້ພືດຜັກຂອງຊາວສວນລົ້ນຕະ ຫຼາດ ຂາຍບໍ່ໄດ້ດີຄືກັບໄລຍະຜ່ານມາ. ສຳລັບມາດຕະການປ້ອງກັນພະຍາດໂຄວິດ-19 ທາງຕະຫຼາດໄດ້ມີຄວາມເຂັ້ມງວດໃຫ້ມີການເຂົ້າ-ອອກຕະຫຼາດທາງດຽວ, ມີການຕັ້ງຈຸດວັດແທກອຸນຫະພູມ, ມີເຈວ, ມີເຫຼົ້າ ແລະ ຜ້າອັດປາກໄວ້ຄອຍບໍລິການໃຫ້ລູກຄ້າ.

ທ່ານນາງ ວັນທອງ ຈຸນລະມະນີ ອະດີດພະນັກງານບຳເນັດ ກະຊວງການຕ່າງປະເທດ ອະດີດພັນລະຍານັກການທູດ ໄດ້ໃຫ້ສຳພາດວ່າ: ຕົນເອງໄດ້ມາຊື້ຜັກຢູ່ຕະຫຼາດກະສິກຳອິນຊີທີ່ຈຸດເດີ່ນສູນການຄ້າລາວໄອເຕັກນີ້ເປັນປະຈຳ ພືດຜັກໃໝ່ສົດສະອາດ ຂໍສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຕະຫຼາດທີ່ໄດ້ມີການຈັດສັນໄດ້ດີ, ມີມາດຕະການໃນການປ້ອງກັນພະຍາດໂຄວິດ-19 ທີ່ເຂັ້ມງວດ, ຜູ້ຊື້-ຜູ້ຂາຍກໍໄດ້ເອົາໃຈໃສ່ປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ໄດ້ເປັນຢ່າງດີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງ​ສື​ພິມ​ປະ​ຊາ​ຊົນ.