ໂຄງການຄຸ້ມຄອງການເງິນແຫ່ງລັດສະຫລຸບການປະຕິບັດໄລຍະ 2

SA Game

ກະຊວງການເງິນ

ສະຫລຸບລາຍງານ ການຈັດຕັ້ງປະຕິບັດ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ(PFMRP)

ໄດ້ມີການຈັດກອງປະຊຸມສະຫລຸບລາຍງານ ການຈັດຕັ້ງປະຕິບັດ ຂຶ້ນວັນທີ 13 ມິຖຸນາ 2022 ຂອງໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ(PFMRP) ໄລຍະ 2, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ວຽງສະໄໝ ສຣິດທິຣາດ ເຈົ້າໜ້າທີ່ອາວຸໂສ, ຮັກສາການຫົວໜ້າຫ້ອງ ການທະນາຄານໂລກ ປະຈຳ ສປປ ລາວ, ມີເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບ ປະຈຳລາວ, ມີຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງການເງິນ, ກະຊວງພາຍໃນ ແລະ ທີມງານຂອງທະນາຄານໂລກ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໄດ້ໃຫ້ຮູ້ວ່າ:

ການຈັດຕັ້ງປະຕິບັດໂຄງການປັບປຸງ ການຄຸ້ມຄອງການເງິນແຫ່ງລັດ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກສະຫະ ພາບເອີຣົບ ຜ່ານທະນາຄານໂລກ ແມ່ນໂຄງການທີ່ນອນຢູ່ໃນແຜນງານຂອງທະນາຄານໂລກ(ແຜນງານສະໜັບສະໜູນການປັບປຸງການຄຸ້ມຄອງການເງິນແຫ່ງລັດ) ໂດຍໄດ້ຮັບທຶນຊ່ວຍເຫລືອລ້າ ທັງໝົດ 5 ລ້ານເອີໂຣ

SA Game
ກະຊວງການເງິນ

ໃນນັ້ນ ກະຊວງການເງິນຄຸ້ມຄອງ 1,5 ລ້ານເອີໂຣ ເພື່ອນໍາໃຊ້ເຂົ້າໃນວຽກງານການປັບປຸງການເກັບລາຍຮັບພາຍໃນ, ການປັບປຸງການສ້າງແຜນງົບປະມານ ແລະ ການປະຕິບັດງົບປະມານ ແລະ ວຽກງານການສ້າງຄວາມເຂັ້ມແຂງໃຫ້ວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໂດຍມີໄລຍະການຈັດຕັ້ງປະຕິບັດໂຄງການແຕ່ປີ 2019 ເຖິງເດືອນມີນາ 2022.

ສະນັ້ນ, ການຈັດຕັ້ງປະຕິບັດໂຄງການດັ່ງ ກ່າວ ແມ່ນຜັນຂະຫຍາຍແຜນປະຕິຮູບຂະແໜງການເງິນບາດກ້າວທີ 1 ກໍຄື ຜັນຂະ ຫຍາຍວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດຮອດປີ 2025 ໃຫ້ບັນລຸບັນດາເປົ້າໝາຍ ແລະ ປະກົດຜົນເປັນຈິງໃນແຕ່ລະໄລຍະ, ພ້ອມທັງຮັບປະກັນປະສິດທິພາບ ແລະ ປະສິດຕິຜົນການຄຸ້ມຄອງການເງິນແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ຍຸຕິທໍາ ແລະ ສາມາດກວດສອບໄດ້.

SA Game
ກະຊວງການເງິນ

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການສະຫລຸບລາຍງານ ການຈັດຕັ້ງປະຕິບັດບັນດາກິດຈະກຳຕາມແຜນວຽກ ແລະ ແຜນງົບປະມານຂອງໂຄງການໃນໄລຍະຜ່ານມາ ຈົນຮອດປັດຈຸບັນ ເຊິ່ງຈະເຫັນໄດ້ຜົນສຳເລັດຫລາຍໆດ້ານ ໃນການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຕິດພັນກັບວຽກງານຂອງແຕ່ລະກົມກ່ຽວຂ້ອງ; ຮັບຟັງການນໍາສະເໜີຂອງທະນາຄານໂລກກ່ຽວກັບການກະກຽມແຜນວຽກຊ່ວຍເຫລືອລ້າ ຈາກສະຫະພາບເອີຣົບ ແລະ ກະຊວງການຕ່າງປະເທດ ແລະ ການຄ້າ ຂອງປະເທດອົສຕາລີ ໂດຍຜ່ານການຄຸ້ມຄອງຂອງທະນາ ຄານໂລກ ພາຍໃຕ້ແຜນງານການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການເງິນ