ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳດອນລົບປາດີເມືອງໂຂງ

ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳດອນລົບປາດີເມືອງໂຂງທີ່ໜ້າຄົ້ນຫາ.

ດອນລົບປາດີ ແມ່ນເປັນຊື່ທາງການທີ່ນຳໃຊ້ກັນໃນປັດຈຸບັນ ແຕ່ຄົນທົ່ວໄປກໍມັກຈະເອີ້ນວ່າ ດອນລົບປະດີ ຫຼື ລົບປາກດີ. ທັງນີ້, ກໍຂຶ້ນກັບສໍານຽງເວົ້າຂອງໃຜມັນ. ດອນລົບປາດີ ມີຄວາມ ກວ້າງສຸດປະມານ 5 ກິໂລແມັດ ແລະ ຍາວປະມານ 10 ກວ່າກິໂລແມັດ, ມີບ້ານທັງໝົດ 6 ບ້ານ ຄື: ບ້ານຫົວລົບປາດີ, ບ້ານລົບປາດີໂພນທັນ, ບ້ານລົບປາດີກາງ, ບ້ານລົບປາດີຈົ໋ກ, ບ້ານລົບປາດີຄອນນ້ອຍ ແລະ ບ້ານລົບປາດີໂພນດູ່.

ລົບປາດີ ເປັນບ້ານດອນແຫ່ງໜຶ່ງຂອງຫຼາຍໆບ້ານຂຶ້ນກັບເມືອງໂຂງ ແຂວງຈຳປາສັກ ທີ່ຖືກຈັດຢູ່ອັນດັບທີ 3 ຂອງດອນໃຫຍ່ໃນເຂດມະຫານະທີສີພັນດອນ ຖັດຈາກດອນໂຂງ ແລະ ດອນສົມ ເຊິ່ງເປັນດອນຕັ້ງຢູ່ກາງແມ່ນ້ຳຂອງ ທີ່ໄຫຼຜ່ານຄືກັນກັບດອນອື່ນໆລົງສູ່ເຫວຫຼີ່ຜີ ປະກອບກັບໝູ່ດອນນ້ອຍ – ໃຫຍ່ທີ່ຢັງຢາຍກັນໄປທົ່ວ ລວມໄປເຖິງບັນດາແກ້ງຫີນຕ່າງໆທີ່ເປັນອຸປະສັກໃນການເດີນເຮືອ ບໍ່ວ່າຈະເປັນລະດູແລ້ງ ຫຼື ລະດູຝົນ ຕ່າງກໍປາກົດໃຫ້ເຫັນເປັນປະຈຳ. ແຕ່ສຳລັບປະຊາຊົນໃນເຂດນັ້ນເຂົາມີຄວາມຊິນເຄີຍກັບໜ້ານ້ຳເປັນຢ່າງດີ. ສະນັ້ນ, ເວລາຂີ່ເຮືອໄປທ່ຽວ ໂດຍຄົນໃນເຂດນີ້ເປັນຜູ້ພາທາງ ຈຶ່ງໝັ້ນໃຈໃນປະສົບການແລ່ນເຮືອຂອງເຂົາເຈົ້າ.

SA Game
ພາບ: laoedaily.com.la

ທີ່ມາຂອງຄຳເວົ້າດັ່ງກ່າວເກີດມາຈາກເລື່ອງທີ່ຄົນເລົ່າຂານກັນມາວ່າ: ມີຄົນຈາມ ( ຊົນເຜົ່າໜຶ່ງທີ່ມີຫຼາຍຢູ່ຂະເໝນ ຕັ້ງແຕ່ກຳປົງຈາມລົງໄປທາງຂະເໝນໃຕ້ ) ທີ່ເດີນທາງຂຶ້ນມາຂາຍຄ້ອງ ເມື່ອມາຮອດດອນລົບປາດີ ກໍເລີຍພັກແຮມຄືນທີ່ວັດບ້ານດັ່ງກ່າວ. ພໍຮອດຍາມ 18:00 ໂມງ ພາຍຫຼັງທີ່ພະສົງໄດ້ສໍາເລັດການໄຫວ້ພະສູດມົນແລ້ວ ພວກຈາມກໍເຂົ້າໄປສົນທະນາກັບພະສົງວັດທີ່ຕົນພັກຢູ່ນັ້ນ ເມື່ອສົນທະນາປາໄສກັນໄປຫຼາຍເລື່ອງ ກໍເລີຍສົນທະນາໄປເຖິງວິຊາອາຄົມເຮັດໃຫ້ເກີດຢາກຂໍທົດລອງກັບພະອາຈານທີ່ເປັນເຈົ້າອະທິການວັດນັ້ນ ວ່າຈະມີວິຊາອາຄົມເກັ່ງແທ້ ຫຼື ບໍ່?.

ຈາກນັ້ນ, ພະອາຈານກໍໄດ້ຂາບພະພຸດທະຮູບອົງໃຫຍ່ພາຍໃນສິມນັ້ນ 3 ບາດ ແລ້ວກໍໃຫ້ຊາຍຈາມຄົນນັ້ນທົດລອງດ້ວຍການເອົາງ້າວຟັນເຖິງ 9 ຄັ້ງ, ແຕ່ພະອາຈານອົງນັ້ນບໍ່ມີຮ່ອງຮອຍທີ່ເປັນບາດແຜແນວໃດເລີຍ ຈົນເຮັດໃຫ້ຈາມຄົນນັ້ນເກີດອັດສະຈັນ ແລະ ເກີດສັດທາຢ່າງຍິ່ງ ຈົນມີສຽງກ່າວຂານຊ່າລືຕັ້ງແຕ່ນັ້ນມາ.

ເມື່ອປວງຊົນທັງຫຼາຍໄດ້ຍິນຂ່າວທີ່ຖືກເລົ່າຂານຈາກປາກຕໍ່ປາກ ແລ້ວກໍພາກັນມາຂາບໄຫວ້ພະພຸດທະຮູບດັ່ງກ່າວ ເຊິ່ງປະຊາຊົນທ້ອງຖິ່ນເອີ້ນວ່າ “ ໄຫວ້ນົບພະດີ ”. ເມື່ອເວລາຕໍ່ມາຄຳວ່າ “ ໄຫວ້ ” ໄດ້ຫາຍໄປຈາກຄໍາເວົ້າ ຍັງເຫຼືອແຕ່ຄຳວ່າ “ ນົບພະດີ ”, ແຕ່ເມື່ອຮອດຍາມປົດປ່ອຍປະເທດຊາດຢ່າງເປັນທາງການ ໃນໄລຍະປີ 1975 ເປັນຕົ້ນມາ ໄດ້ມີການກໍານົດຊື່ບ້ານຄືນໃໝ່ ຈຶ່ງໄດ້ປ່ຽນຄຳວ່າ “ ນົບພະດີ ” ມາເປັນ “ ລົບປາດີ ” ຈົນຮອດປັດຈຸບັນ.

SA Game
ພາບ: laoedaily.com.la

ຊາວລົບປາດີ ກໍເໝືອນກັບຊາວດອນອື່ນໆເປັນຄົນທີ່ມີອັດທະຍາໄສດີຕ້ອນຮັບແຂກຕ່າງຖິ່ນທີ່ມາຢ້ຽມຢາມ ຫຼື ມາພັກເຊົາ ເນື່ອງຈາກມີຄວາມເຊື່ອຖືໃນພຸດທະສາສະໜາ ແລະ ຮີດຄອງປະເພນີເປັນເຄົ້າ, ປະກອບກັບມີວັດຖຸບູຮານທີ່ເປັນສະຖາປັດຕະຍະກຳ ແລະ ປະຕິມະກຳ ອັນຍັງປາກົດຫຼົງເຫຼືອເປັນຮ່ອງຮອຍໄວ້ໃຫ້ຄົນຮຸ່ນໃໝ່ໄດ້ເຫັນຕັ້ງແຕ່ອະດີດຈົນເຖິງປັດຈຸບັນ.

SA Game
ພາບ: laoedaily.com.la

ສໍາລັບສິ່ງໂດດເດັ່ນທີ່ເປັນເອກະລັກ ແລະ ເປັນພະລັງເຊື່ອງຊ່ອນດ້ານທ່າແຮງທ້ອງຖິ່ນຂອງລົບປາດີ ແມ່ນເປັນດອນໜຶ່ງທີ່ມີຊື່ສຽງ ແລະ ເປັນດອນທີ່ອຸດົມສົມບູນໄປດ້ວຍອູ່ເຂົ້າ – ອູ່ປາ ແລະ ທັງເປັນດອນໜຶ່ງທີ່ປູກພືດເປັນສິນຄ້າມາແຕ່ບູຮານນະການ, ສ່ວນສິນຄ້າທີ່ລືຊື່ຂອງບ້ານລົບປາດີແມ່ນການຜະລິດເຂົ້ານາປີ – ນາແຊງ, ການປູກພືດຜັກ, ການປະມົງຈົນກາຍເປັນເສດຖະກິດພື້ນບ້ານທີ່ຂຶ້ນຊື່ຂອງຊາວດອນແຫ່ງນີ້ຕັ້ງແຕ່ອະດີດຈົນເຖິງທຸກມື້ນີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com