ແຂ່ງ​ຂັນ​ເລືອກ​ຕົວ​ແທນນັກ​ຮຽນໄປ​ແຂ່ງ​ຂັນ​ລະ​ດັບ​ພາກ​ພື້ນ​ອາ​ຊຽນ.

SA Game

ພາບ: ຂ​ປ​ລ.

ຄັດເລືອກຕົວແທນເພື່ອເຂົ້າຮ່ວມການແຂ່ງຂັນນັກ​ຮຽນລະດັບພາກພື້ນ.

ການ​ແຂ່ງ​ຂັນ​ລະ​ດັບ​ພາກ​ພື້ນ​ອາ​ຊຽນລະ​ດັບ​ມັດ​ທະ​ຍົມ​ສືກ​ສາ​ຕອນປາຍ ທີ່ມີອາຍຸສະເລ່ຍ 14 ຫາ 18 ປີ ທີ່ຈະຂຶ້ນໃນລະຫວ່າງວັນທີ 16-17 ທັນວາ 2020 ນີ້ໂດຍຜ່ານລະບົບສືສານແບບທາງໄກ ເຊິ່ງເປັນເຈົ້າພາບໂດຍ ປະເທດສິງກະໂປ.

ການແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບຊາດ ຄັ້ງທີ 9 ປະຈໍາປີ 2020 ໄດ້ຈັດຂຶ້ນ ໃນວັນທີ 4 ທັນວາ 2020 ນີ້, ຢູ່ ໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ, ມີນັກຮຽນເຂົ້າຮ່ວມແຂ່ງຂັນທັງໝົດ 13 ຄົນ ທີ່ມາຈາກແຂວງຫລວງພະບາງ, ສະຫວັນນະເຂດ ແລະ ແຂວງຈຳປາສັກ, ແຂວງລະ 3 ຄົນ ແລະ ນະຄອນຫລວງວຽງຈັນ 4 ຄົນ ເຊິ່ງຈະຄັດເລືອກເອົາ 3 ຄົນ ເພື່ອເປັນຕົວແທນໃຫ້ແກ່ ສປປ ລາວ ໄປຮ່ວມແຂ່ງຂັນລະດັບພາກພື້ນ​ທີ່​ສິງ​ກະ​ໂປ.

SA Game
ພາບ: ຂ​ປ​ລ.

ການແຂ່ງຂັນໃນຄັ້ງນີ້ ແມ່ນເລັ່ງໃສ່ບັນດານ້ອງນັກຮຽນ ລະດັບການສຶກສາຂັ້ນມັດທະຍົມຕອນປາຍ ທີ່ມີອາຍຸສະເລ່ຍ 14 ຫາ 18 ປີ, ການແຂ່ງຂັນແບ່ງອອກເປັນ 4 ຮອບ, ຕອບຄຳຖາມໃນ 4 ໝວດຄວາມຮູ້ ໂດຍຈະມີ ຄຳຖາມປະເພດຫລາຍຄຳຕອບໃຫ້ເລືອກ (ແບບປາລະໄນ), ຄຳຖາມແບບເປີດ-ປິດ ແລະ ຄຳຖາມແບບຕື່ມຄຳໃສ່ບ່ອນວ່າງ ເຊິ່ງຄຳຖາມທັງໝົດ ຈະເປັນພາສາອັງກິດ.

ຜ່ານການແຂ່ງຂັນ ສາມາດຄັດເລືອກໄດ້ອັນດັບ 1 ແມ່ນ ທ້າວ ກິດສະໄນ ພົມມະວົງສາ ຈາກນະຄອນ ຫລວງວຽງຈັນ, ອັນດັບ 2 ທ້າວ ອຳມະນາ ສຸດທິຈັກ ຈາກນະຄອນຫລວງວຽງຈັນ ແລະ ອັນດັບ 3ນາງ ປາວິນາ ວໍລະຈຳປາ ຈາກນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ຂຶ້ນມີຄຳເຫັນບາງຕອນໃຫ້ຮູ້ວ່າ:

ໂຄງການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ແມ່ນໜຶ່ງກິດຈະກຳທີ່ນອນຢູ່ໃນຂົງເຂດວຽກງານການຮ່ວມມື ດ້ານວັດທະນະທຳ ແລະ ຖະແຫລງຂ່າວອາຊຽນ ເຊິ່ງເປັນການສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບປະຊາຄົມອາຊຽນ ໂດຍສະເພາະ ປະຊາຄົມການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໃຫ້ແກ່ນ້ອງນັກຮຽນໃນອາຊຽນ ກໍຄື ສປປ ລາວ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ.

ໃນໄລຍະຜ່ານມາ ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ລະດັບພາກພື້ນ ຄັ້ງທີ 7 ໃນປີ 2016 ທີ່ ນະຄອນຫລວງວຽງຈັນ ເຊິ່ງນັກຮຽນຈາກ ສປປ ລາວ ສາມາດຍາດໄດ້ອັນດັບທີ 1 ຂອງອາຊຽນ.

ພ້ອມນັ້ນ, ຍັງຍາດໄດ້ອັນດັບ 2 ໃນການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນລະດັບພາກພື້ນ ຄັ້ງທີ 8 ທີໄດ້ຈັດຂຶ້ນຢູ່ ບາຫລີ ປະເທດອິນໂດເນເຊຍ ໃນປີ 2018 ເຊິ່ງຖືໄດ້ວ່າເປັນຜົນງານ ແລະ ຜົນສໍາເລັດອັນຫຍິ່ງໃຫຍ່ຂອງ ສປປ ລາວ ໃນໄລຍະຜ່ານມາ.

ໂຄງການແຂ່ງຂັນຖາມ-ຕອບຄວາມຮູ້ອາຊຽນ ເປັນໂຄງການໜຶ່ງທີ່ລິເລີ່ມຂຶ້ນ ໂດຍຄະນະກຳມະການ ວັດທະນະທຳ ແລະ ຖະແຫລງຂ່າວ ຂອງອາຊຽນ, ເປັນການແຂ່ງຂັນທົດສອບຄວາມຮູ້ກ່ຽວກັບອາຊຽນ ເຊິ່ງຈັດຂຶ້ນໂດຍການເຂົ້າຮ່ວມຂອງບັນດານ້ອງນັກຮຽນ ຈາກໂຮງຮຽນ ມັດທະຍົມຕອນປາຍ ທັງພາກລັດ ແລະ ເອກະຊົນ ຂອງ 10 ປະເທດອາຊຽນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: ຂປລ.