ແຂວງ ອຸດົມໄຊ ປັບປຸງການຈັດຕັ້ງອົງການໄອຍະການປະຊາຊົນໃໝ່

SA Game

ຂ​ປ​ລ

ຊັບຊ້ອນ ແລະ ມອບ-ຮັບໜ້າທີ່ໃໝ່ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ

ແຂວງອຸດົມໄຊໄດ້ເປີດພິທີປະກາດການຈັດ ຕັ້ງ-ຍົກຍ້າຍ, ຊັບຊ້ອນ ແລະ ມອບ-ຮັບໜ້າທີ່ ຂອງອົງການໄອຍະການປະຊາຊົນ  ໂດຍໃຫ້ກຽດເປັນຄະນະປະທານຮ່ວມ ຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານແຂວງ ອຸດົມໄຊ, ມີຄະນະພັກ -ຄະນະນຳ, ກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກເໜືອ, ອົງການໄອຍະການປະຊາຊົນແຂວງ, ເຂດ ຂອງ ແຂວງ ອຸດົມໄຊ, ພະນັກງານກຽ່ວຂ້ອງເຂົ້າຮ່ວມ.

ໃນວາລະດັ່ງກ່າວ ທ່ານ ຈັນທະບູນ ເພັງຄໍາໃສ ຄະນະບໍລິຫານງານພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍ ການຍົກຍ້າຍ, ແຕ່ງຕັ້ງ, ທ່ານ ບຸນທ່ຽງ ວິໄລວົງ ເລຂາໜ່ວຍພັກ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງ ອຸດົມໄຊ, (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ເປັນຫົວໜ້າໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ ພົນລະເມືອງ ແລະການຈັດຕັ້ງ ທີ່ມີຄວາມສົນໃຈຕໍ່ການດຳເນີນຄະດີຕາມຂະບວນການຍຸຕິທຳ ຊ່ວຍທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຢູ່ອົງການໄອຍະການຊາຊົນສູງສຸດ

SA Game
ຂ​ປ​ລ

ແຕ່ງຕັ້ງ ທ່ານ ນາງ ສົມຫວັງ ໄຊຍະຕິ ຮອງປະທານກວດກາພັກ-ລັດ ແຂວງອຸດົມໄຊ ມາເປັນຫົວໜ້າອົງການໄອຍະການປະຊາຊົນ ແລະ ເປັນເລຂາໜ່ວຍພັກ ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ (ຜູ້ໃໜ່); ຍົກຍ້າຍ ທ່ານ ນາງ ຄອນ ສີວົງໄຊ ຮອງຫົວໜ້າອົງການໄອຍະການປະຊາ ຊົນແຂວງ ອຸດົມໄຊ ໄປຢູ່ຫ້ອງວ່າການແຂວງ ອຸດົມໄຊ; ຍົກຍ້າຍ ທ່ານ ເຂິງຄຳ ຈັນທະວິໄຊ ຫົວໜ້າອົງການໄອຍະການປະຊາຊົນເຂດ 1 ແຂວງ ອຸດົມໄຊ ໄປຢູ່ຫ້ອງວ່າການ ແຂວງອຸດົມໄຊ.

ຈາກນັ້ນ, ກໍໄດ້ມີພິທິ ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ອຸ ດົມໄຊ, (ຜູ້ເກົ່າ) ແລະ ຫົວໜ້າອົງການໄອຍະການປະຊາ ຊົນແຂວງ ອຸດົມໄຊ, (ຜູ້ໃໝ່) ອີກດ້ວຍ.

ຊຶ່ງທັງໝົດນັ້ນ ແມ່ນຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທັງສະ ເພາະໜ້າ ແລະ ຍາວນານ, ເປັນການກໍ່ສ້າງພະນັກງານ ໄປຕາມທິດນໍາຂອງພັກ, ເປັນການສ້າງຄວາມເຂັ້ມແຂງດ້ານການຈັດອົງການໄອຍະການປະຊາຊົນທັງ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ຄວາມເຂັ້ມແຂງໃນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ.

ໂອກາດນີ້, ຄະນະປະທານຮ່ວມກອງປະຊຸມ ໄດ້ເນັ້ນຫລາຍບັນຫາທີ່ສໍາຄັນ ເປັນຕົ້ນ ຄະນະພັກ-ຄະນະນໍາ ອົງ ການໄອຍະການປະຊາຊົນແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີສຶກສາອົບຮົມທາງດ້ານການເມືອງ-ນໍາພາແນວຄິດ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ເອົາໃຈໃສ່ເຊື່ອມຊຶມມະຕິຂອງພັກ ກໍຄືການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າສູ່ການປະຕິບັດພາລະບົດບາດ, ສິດ ແລະ ໜ້າ ທີ່ ຂອງອົງການໄອຍະການປະຊາຊົນ ໃຫ້ເປັນຮູບປະທໍາ

SA Game
ຂ​ປ​ລ

ຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຕິດຕາມກວດກາການດໍາເນີນຄະດີຢາເສບຕິດ ຢ່າງເຂັ້ມງວດ, ເດັດຂາດ ບໍ່ໃຫ້ພະນັກງານອົງການໄອຍະການປະຊາຊົນ ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ, ຖ້າມີປາກົດການຫຍໍ້ທໍ້ດັ່ງກ່າວນີ້ເກີດຂຶ້ນຢູ່ຂັ້ນໃດ ຕ້ອງໄດ້ຮີບຮ້ອນແກ້ໄຂຢ່າງເດັດຂາດ.

ຄຽງຄູ່ກັນນັ້ນ ຕ້ອງໄດ້ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ສ້າງກົນໄກປະສານສົມທົບກັບອົງການສືບສວນ-ສອບສວນ ເພື່ອເຮັດໃຫ້ການດໍາເນີນຄະດີໄປຕາມກົດໝາຍ ແລະ ລະ ບຽບຫລັກການ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັບປະກັນ ໃຫ້ການດໍາເນີນຄະດີໄປຕາມຂະບວນການຍຸຕິທໍາ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.