ແຂວງ ຈໍາປາສັກ ກໍາລັງປະສົບກັບບັນຫາສະຖານທີ່ປິ່ນປົວໂຄວິດ-19 ບໍ່ພຽງພໍ

SA Game

ພາບ​: laoedaily.com

ຈຳປາສັກຍັງ​ຂາດ​ເຂີນ​ດ້ານ​ສະ​ຖານ​ທີ່​ຮອງ​ຮັບ ຜູ້ຕິດພະ​ຍາດໂຄວິດ-19.

​ຈາກ​ສະ​ພາບ​ການ​ທີ່​ການ​ນຳ​ເຂົ້າ​ແຮງ​ງານກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພີ່ມຂຶ້ນທຸກວັນໃນປະຈຸບັນ ໂດຍສະເພາະແຮງງານລາວທີ່ກັບຄືນຈາກໄທ ລວມໆຍອດຜູ້ຕິດເຊື້ອສະສົມພາຍໃນແຂວງ ຫຼາຍກວ່າ 500 ຄົນ ແຕ່ທີ່ກຳລັງນອນປິ່ນປົວມີ 200 ເຊິ່ງເລີ່ມມີບັນຫາກ່ຽວກັບສະຖານທີ່ ເນື່ອງຈາກຄົນຫຼາຍເກີນທີ່ກະກຽມໄວ້ໃນເບື້ອງຕົ້ນ.

ຕາມການລາຍຂ່າວຈາກ ວິທະຍຸກະຈາຍສຽງແຫ່ງຊາດ ໃຫ້ຮູ້ວ່າ: ແຂວງ ຈໍາປາສັກ ກໍາລັງປະສົບກັບບັນຫາສະ ຖານທີ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ບໍ່ພຽງພໍກັບຄວາມຕ້ອງການ ເນື່ອງຈາກຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫລາຍໃນໄລຍະນີ້ ເຮັດໃຫ້ອົງການປົກຄອງແຂວງ ຕ້ອງຂໍຄວາມຊ່ວຍເຫລືອຈາກຄະນະສະເພາະກິດຂັ້ນສູນກາງ ແລະ ບັນດາແຂວງເພື່ອໄປຮັບເອົາແຮງງານຂອງຕົນທີ່ເດີນທາງຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ.

SA Game
ພາບ​: laoedaily.com

ດຣ ວຽງສີ ສຸພັກດີ, ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ສໍາພາດວ່າ: ເນື່ອງຈາກໄລຍະນີ້ມີແຮງ ງານລາວຢູ່ໄທເດີນທາງກັບຄືນປະເທດໂດຍຜ່ານດ່ານສາ ກົນວັງເຕົາ-ຊ່ອງເມັກ, ແຂວງຈຳປາສັກ ສະເລ່ຍບໍ່ຫລຸດ 100 ຄົນຕໍ່ວັນ ເຮັດໃຫ້ສູນຈຳກັດບໍລິເວນຂອງແຂວງເຕັມແລ້ວ. ສໍາຄັນກວ່ານີ້ ຜ່ານການກວດຫາເຊື້ອພະຍາດໂຄວິດ-19 ຂອງແຮງງານເຫລົ່ານີ້ແມ່ນພົບຜູ້ຕິດເຊື້ອເປັນຈຳ ນວນຫລາຍ ເຮັດໃຫ້ 3 ສະຖານທີ່ທີ່ໃຊ້ປິ່ນປົວຜູ້ຕິດເຊື້ອບໍ່ສາມາດຮອງຮັບໄດ້ອີກ ຄື: ໂຮງໝໍເມືອງໂພນທອງ ສາມາດບັນຈຸໄດ້ 81 ຄົນ ແລະ ໂຮງໝໍພາກສະໜາມ ຫລັກ 21 ສາມາດບັນຈຸໄດ້ 113 ຄົນ ແມ່ນເຕັມໝົດແລ້ວ, ຍັງເຫລືອພຽງໂຮງໝໍ 106 ທີ່ບັນຈຸໄດ້ 40 ຄົນ.

ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ, ອົງການປົກຄອງແຂວງ ຈະນຳໃຊ້ຫໍພັກວິທະຍາໄລການເງິນພາກໃຕ້ເປັນໂຮງໝໍພາກສະໜາມອີກແຫ່ງໜຶ່ງຂອງແຂວງ ແຕ່ຈະຮອງຮັບບໍ່ໄດ້ຫລາຍ, ຖ້າຫາກມີຜູ້ຕິດເຊື້ອເພີ່ມຂຶ້ນຈຳນວນ ຫລາຍຈະເຮັດໃຫ້ບໍ່ສາມາດຮອງຮັບຜູ້ຕິດເຊື້ອໄດ້ອີກແລ້ວ.

ສະນັ້ນ ແຮງງານລາວຖ້າຕ້ອງການເດີນທາງກັບຄືນປະເທດໃນໄລຍະນີ້ ດີແທ້ຄວນຫລີກຫລ່ຽງການເດີນທາງຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ໃນໄລຍະນີ້ ແລະຫັນໄປເດີນທາງຜ່ານດ່ານສາກົນອື່ນແທນ, ພ້ອມນີ້ ຮຽກຮ້ອງໃຫ້ຄະນະສະ ເພາະກິດຂັ້ນສູນກາງຫາວິທີໃຫ້ການຊ່ວຍ ເຫລືອຢ່າງຮີບດ່ວນ ແລະ ຮຽກຮ້ອງມາຍັງແຂວງບັນດາແຂວງໃນທົ່ວປະເທດທີ່ມີແຮງງານຂອງຕົນເດີນທາງເຂົ້າປະເທດໂດຍຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ໃຫ້ໄປຮັບເອົາແຮງງານຂອງຕົນໄປຈຳກັດບໍລິເວນ ເພື່ອຫລີກຫລ່ຽງບໍ່ໃຫ້ຈຳກັດບໍລິເວນຢູ່ແຂວງຈຳປາສັກ.

ສຳລັບແຂວງຈຳປາສັກ ມາຮອດວັນທີ 7 ກໍລະກົດນີ້ ມີຜູ້ຕິດເຊື້ອສະ ສົມທັງໝົດ 571 ຄົນ, ໃນນີ້ ປິ່ນປົວດີ 371 ຄົນ ແລະ ກຳລັງປິ່ນປົວ 200 ຄົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ວິທະຍຸກະຈາຍສຽງແຫ່ງຊາດ.