ແຂວງຜົ້ງສາລີ ໄດ້ຮັບໃບຢັ້ງຢືນຈົດທະບຽນຖິ່ນກຳເນີດຊາກໍແມນ.

SA Game

ພາບ: ຂ​ປ​ລ.

ຊາ​ກໍ​ແມນ​ໄດ້​ຮັບ​ການ​ຢັ້ງ​ຢືນ​ຖິ່ນ​ກຳ​ເນີດ​ທີ່​ແຂວງ​ຜົ້ງ​ສາ​ລີ.

ຜົ້ງ​ສາ​ລີ​ກໍ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ພືດ​ພັນ​ນາໆ​ສະ​ນິດ​ໂດຍ​ສະ​ເພາະ​ທີ່​ຮູ້​ກັນ​ດີ​ກໍ​ຄື​ຊາ​ອັນ​ຂື້ນ​ຊື່​ຂອງ​ແຂວງ​ຜົ້ງ​ສາ​ລີ​ເປັນ​ຕົ້ນ​ກໍ​ແມ່ນ​ຊາ​ກໍ​ແມນ, ເຊິງ​ເຂົາ​ເຈົ້​າ​ໄດ້​ສ້າງ​ສະ​ມາ​ຄົມ​ສົ່ງ​ເສີມ​ຊາ​ກໍ​ແມນ​ໂດຍ​ສະ​ເພາະ​ເພື່ອ​ໃຫ້​ມີ​ການ​ພັດ​ທະ​ນາ ແລະ ສົ່ງ​ເສີມ​ໃຫ້​ເປັນ​ສິນ​ຄ້າ ທັງ​ໃຫ້​ດີ​ຂື້ນ​ໄປ​ເປັນ​ກ້າວໆ.

ໃນວັນທີ 2 ພະຈິກ 2020 ຜ່ານ​ມາ​ນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ແຂວງຜົ້ງສາລີ ກໍໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຖິ່ນກຳເນີດຊາກໍແມນ ໃຫ້ແກ່ສະມາຄົມສົ່ງເສີມຊາກໍແມນ ຂອງເມືອງຜົ້ງສາລີ, ໂດຍມີ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມນຳ, ເຊິ່ງຕາງໜ້າຮັບໃບຢັ້ງຢືນຖິ່ນກຳເນີດຊາກໍແມນ ແລະ ໃບອະນຸຍາດນຳໃຊ້ກາໝາຍຖິ່ນກຳເນີດແຫ່ງຊາດ ທ່ານ ຄຳພັນ ຈັງຕິງຢົງ ປະທານສະມາຄົມສົ່ງເສີມຊາກໍແມນ.

SA Game
ພາບ: ຂ​ປ​ລ.

ໂອກາດນີ້, ທ່ານ ຄຳຜອຍ ວັນນະສານ ແລະ ທ່ານ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ່າງກໍໄດ້ມີຄຳເຫັນວ່າ: ການຈົດທະບຽນຢັ້ງຢືນຖິ່ນກຳເນີດຊາກໍແມນ ແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກຮັກສາຄຸນນະພາບ ທີ່ມີເອກະລັກສະເພາະຂອງຊາກໍແມນ ທີ່ມີປະຫວັດຄວາມເປັນມາອັນຍາວນານ ຕິດພັນກັບວັດທະນະທຳ ແລະ ວິຖີຊີວິດຂອງປະຊາຊົນ ເມືອງຜົ້ງສາລີ ມາໄດ້ຫລາຍສະຕະວັດແລ້ວ ແລະ ສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນ ຈາກບັນພະບູລຸດສູ່ຄົນຮຸ່ນປັດຈຸບັນ ແລະ ໄດ້ຮັບການອະນຸລັກຕໍ່ໆໄປຢ່າງຢືນຍົງ.

ພ້ອມນີ້, ຍັງຮຽກຮ້ອງມາຍັງສະມາຄົມສົ່ງເສີມຊາກໍແມນ ຈົ່ງຮ່ວມໃຈກັນຮັກສາພູມປັນຍາທ້ອງຖິ່ນແບບດັ່ງເດີມ ທີຕິດພັນກັບການຜະລິດຊາ, ຮັກສາຄວາມອຸດົມສົມບູນຂອງລະບົບນິເວດ ທີ່ຖືເປັນປັດໄຈຕົ້ນຕໍເຮັດໃຫ້ຊາກໍແມນ ມີເອກະລັກສະ ເພາະ ແລະ ມີຊື່ສຽງມາໄດ້ຫລາຍສະຕະວັດແລ້ວໃຫ້ຍືນຍົງຄົງຕົວ.

SA Game
ພາບ: ຂ​ປ​ລ.

ສົ່ງເສີມໃຫ້ຊາກໍແມນ ໃຫ້ເປັນທີ່ຮັບຮູ້ທັງພາຍໃນ ແລະ ຕ່າງປະເທດ ແນໃສ່ສ້າງມູນຄ່າເພີ່ມ ແລະ ກາຍເປັນແຫລ່ງທ່ອງທ່ຽວແບບອະນຸລັກ ແລະ ຂະຫຍາຍສະມາຊິກໃຫ້ທົ່ວເຖິງ, ພ້ອມທັງບໍລິຫານຄຸ້ມຄອງສະມາຄົມໃຫ້ເຂັ້ມແຂງ, ໝັ້ນຄົງ ແລະ ຍືນຍົງຕະຫລອດໄປ.

ພິທີໃນຄັ້ງນີ້, ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຜົ້ງສາລີ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການກະກຽມການຈົດທະບຽນຖິ່ນກຳເນີດຊາກໍແມນ ໃຫ້ 2 ກົມກອງ ແລະ 14 ທ່ານ.

ຈາກນັ້ນ, ຜູ້ເຂົ້າຮ່ວມງານ ໄດ້ເລາະຊົມຮ້ານວາງສະແດງສິນຄ້າ ທີ່ຜະລິດຈາກຊາກໍແມນ ແລະ ໄດ້ລົງຢ້ຽມຢາມເຂດການຜະລິດຊາ ຂອງສະມາຄົມສົ່ງເສີມຊາກໍແມນ ຕື່ມອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.