ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນຢ້ຽມ​ຢາມ​ແຂວງ​ ເຫີ​ເປີຍ

SA Game

ຂ​ປ​ລ

ທູດລາວ ທັດສະນະ-ຢ້ຽມຢາມ ແຂວງເຫີເປີຍລະຫວ່າງວັນທີ 05-06/08/2022 ຜ່ານ​ມາ

 ທ່ານ ນາງ ຄໍາເພົາ ເອິນທະວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ພ້ອມດ້ວຍພະນັກງານສະຖານທູດ ແລະ ຄອບຄົວ ໄດ້ເດີນທາງໄປທັດສະນະສຶກສາ ແລະ ຢ້ຽມຢາມແຂວງເຫີເປີຍ ຕາມການເຊື້ອເຊີນຂອງ ສະມາຄົມມິດຕະພາບຈີນກັບນານາຊາດໃນລະຫວ່າງວັນທີ 05-06/08/2022 ຜ່ານ​ມາ​ນີ້, ໃນໄລຍະຢ້ຽມຢາມ, ຄະນະໄດ້ຢ້ຽມພົບ ທ່ານ ເນັ້ຍຣຸຍຜິງ ຮອງປະທານສະພາຜູ້ແທນປະຊາຊົນ ແຂວງເຫີເປີຍ ພ້ອມດ້ວຍຄະນະ.

ການພົບປະຄັ້ງນີ້ ຝ່າຍຈີນໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ທີ່ຕັ້ງທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ຂອງການປະຕິວັດຂອງພັກກອມມູນິດຈີນໃນເມື່ອກ່ອນ ກໍຄືການພັດທະນາຢ່າງຮອບດ້ານຂອງແຂວງໃນປັດຈຸບັນ, ສະພາບການພົວພັນຮ່ວມມືລະຫວ່າງແຂວງເຫີເປີຍ ກັບ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ.

SA Game
ຂ​ປ​ລ

ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ຄະນະຂອງສະຖານທູດລາວ ແລະ ຕີລາຄາສູງຕໍ່ຈຸດພິເສດທາງດ້ານພູມສາດການເມືອງທີ່ສໍາຄັນ ໃນການປະກອບສ່ວນຕົ້ນຕໍເຂົ້າໃນການປົດປ່ອຍ ແລະ ສະຖາປະນາເປັນສາທາລະນະລັດ ປະຊາຊົນ ຈີນ ໃນປີ 1949, ພ້ອມທັງສະແດງຄວາມຊົມເຊີຍຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຫີເປີຍ ທີ່ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫລວງຮອບດ້ານ ພາຍໃຕ້ການນໍາພາຂອງພັກ-ລັດ ຈີນ. ສອງຝ່າຍໄດ້ປຶກສາຫາລືການຮ່ວມມື ເພື່ອຮັດແໜ້ນການພົວພັນສອງຝ່າຍລະຫວ່າງລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນລະ ຫວ່າງ ສະຖານທູດລາວ ປະຈໍາ ສປ ຈີນ ທີ່ປັກກິ່ງ ແລະ ແຂວງເຫີເປີຍ, ສປ ຈີນ.

SA Game
ຂ​ປ​ລ

ໃນໂອກາດດັ່ງກ່າວ, ຄະນະ ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຢາມສະຖານທີ່ສໍາຄັນທາງປະ ຫວັດສາດ, ວັດທະນະທຳ ແລະ ສັງຄົມ ຂອງແຂວງເຫີເປີຍ ຈໍານວນໜຶ່ງ ເຊັ່ນ: ອານຸສອນສະຖານເຂດທີ່ຕັ້ງຂອງພັກກອມມູນິດຈີນ ຢູ່ເມືອງຊີປາຍໂພ, ອະດີດສໍານັກງານຫ້ອງການພົວພັນຕ່າງປະເທດພັກກອມມູນິດຈີນ, ຫໍພິພິຕະພັນແຂວງເຫີເປີຍ, ສູນຝຶກຊ້ອມກິລາປິ່ງປ່ອງລະດັບຊາດ, ບ້ານຊົນນະບົດພັດທະນາໃໝ່ຖາຢວນ ແລະ ສະຖານທີ່ອື່ນໆຈໍານວນໜຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.