ເລີມ​ແລ້ວ! ຫລວງ​ພະ​ບາງ ສ້າງ​ກິດ​ຈະ​ກຳ​ເພື່ອ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ

SA Game

ຫຼວງພະບາງ

ເພື່ອ​ການ​ທ່ອງ​ທ່ຽວ​ພາຍ​ໃນ ນະຄອນຫຼວງພະບາງສ້າງກິດຈະກຳສົ່ງເສີມການທ່ອງທ່ຽວພາຍໃນແຂວງ

ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ໄດ້​ທຳ​ລາຍ​ບັນ​ຍາ​ກາດ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ​ຫລວງ​ພະ​ບາງ​ໄປ​ຢ່າງ​ໜ້າ​ເຫັນ​ໃຈ, ພາຍ​ຫລັງ​ລະ​ຖະ​ບານ​ໄດ້​ປະ​ກາດ​ເປັນ​ເຂດ​ທ່ອງ​ທ່ຽວ​ສີ​ຂຽວ​, ຫລາຍໆ​ແຫ່ງ​ທ່ອງ​ທ່ຽວກໍ​ເລີມ​ມີ​ການ​ເໜັ່ງ​ຕີງ, ລ້າ​ສຸດທ້າຍອາທິດຜ່ານມາ, ຄະນະນຳພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດກິດຈະກໍາຖີບລົດທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງຈອມເພັດ ຊຶ່ງເປັນເມືອງເປົ້າໝາຍຈຸດທ່ອງທ່ຽວສີຂຽວ ທີ່ອົງການປົກຄອງແຂວງໄດ້ກໍານົດເປັນການເປີດການທ່ອງທ່ຽວ ໄລຍະທີ 1.

ເຂົ້າຮ່ວມກິດຈະກໍາດັ່ງກ່າວມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ພ້ອມດ້ວຍການນຳຂອງແຂວງ-ເມືອງຈອມເພັດ, ຜູ້ປະກອບການທຸລະກິດທ່ອງທ່ຽວ ແລະ ສະມາຊິກສະມາຄົມຖີບລົດເຂົ້າຮ່ວມ.
SA Game
ຫຼວງພະບາງ
ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄຳເຫັນກ່າວເປີດງານວ່າ: ໄລຍະຜ່ານມາກໍຄືປັດຈຸບັນ ແຂວງຫຼວງພະບາງ ໄດ້ປະສົບກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ວຽກງານທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແຕ່ອົງການປົກຄອງແຂວງ ກໍຄືພາກສ່ວນກ່ຽວຂ້ອງຂອງແຂວງໄດ້ສຸມໃສ່ແກ້ໄຂ ດ້ວຍການຫັນແນວທາງຈາກສູນກາງເປັນແຜນການຂອງທ້ອງຖິ່ນ ເພື່ອວາງມາດຄະການຄວບຄຸມ ສະກັດກັ້ນ ແລະ ແກ້ໄຂເປັນແຕ່ລະໄລຍະ.

ແນໃສ່ເຮັດໃຫ້ພາກທຸລະກິດ ການບໍລິການການທ່ອງທ່ຽວ ແລະ ປະຊາຊົນບັນດາເຜົ່າ ໄດ້ດຳລົງຊີວິດໃນສະພາບປົກກະຕິຮູບແບບໃໝ່, ທັງເປັນການຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບໃນໄລຍະຜ່ານມາໃຫ້ຄ່ອຍກັບຄືນສູ່ການພັດທະນາດີຂຶ້ນ.

ຂະບວນຖີບລົດຄັ້ງນີ້, ໄດ້ເລີ່ມຈາກຕະຫຼາດຊຸມຊົນບ້ານຊຽງແມນ ໄປຕາມເສັ້ນທາງການທ່ອງທ່ຽວສີຂຽວ ຜ່ານວັດຊຽງແມນ, ວັດຈອມເພັດ, ວັດລ້ອງຄູນ, ວັດຖໍ້າສັກກະລິນ, ວັດຫາດສ້ຽວ, ວັດໜອງສະແກ້ວ ໂດຍມີການທ່ຽວຊົມ ແລະ ຮັບຟັງການບັນຍາຍປະຫວັດຂອງວັດໂດຍຫຍໍ້. ຈາກນັ້ນ, ໄດ້ເດີນທາງໄປບ້ານຈ່ານເໜືອ ເຂົ້າຊົມສູນຫັດຖະກໍາເຄື່ອງປັ້ນດິນເຜົາ ແວ່ຊົມຂົວ (ຂົວອູ່) ຂ້າມນໍ້າຈ່ານ.
ສໍາລັບກິດຈະກໍາຖີບລົດ ຄັ້ງຕໍ່ໄປຈະເລີ່ມຈາກນະຄອນ-ຫຼວງພະບາງ ໄປຫາ ເມືອງປາກອູ ແລະ ເມືອງງອຍ ເພື່ອສ້າງໃຫ້ບັນຍາກາດການທ່ອງທ່ຽວ ຢູ່ແຂວງຫຼວງພະບາງມີຄວາມຄຶກຄື້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປະຊາຊົນ (ຂ່າວ-ພາບ: ຫຼວງພະບາງ)