ເມືອງ​ຄຳ ແຂວງ​ຊຽງ​ຂວາງ ຮອງ​ຮັບ 5 ບ້ານ​ເປັນ​ບ້ານ​ສາ​ມັກ​ຄີ​ປອງດອງ

SA Game

M

​ມີ 5 ບ້ານກຸ່ມນໍ້າແທ້ ເມືອງຄໍາ ແຂວງຊຽງຂວາງ ໄດ້ຖືກຮັບຮອງເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ.

ໄດ້​ມີ​ການ​ຮັບ​ຮອງ​ບ້ານ​ທີ່​ມີ​ຄວ​າມ​ສະ​ຫງົບ ແລະ ຮັກ​ແພງ​ກັນຢູ່ທີ່ສະໂມສອນບ້ານນໍ້າທຸ່ມ ເມືອງຄໍາ ແຂວງຊຽງຂວາງ ໄດ້ຈັດພິທີປະກາດຮັບຮອງເອົາ 5 ບ້ານ ເມືອງຄຳຄື: ບ້ານໂພນຂາມ, ບ້ານ ໂພນແຈ້ງ, ບ້ານ ນ້ຳທຸ່ມ, ບ້ານ ຜາຫານ ແລະ ບ້ານໂພນໂຮມ ເຊິງ​ຍັງ​ອາ​ໃສ່​ຫາ​ຢູ່​ຫາ​ກິນ​ແບບ​ສະ​ຫງົບ​ຫງຽບ ໄດ້​ຖື​ເອົາເປັນບ້ານສາມັກຄີປອງດອງຂື້ນຢ່າງເປັນທາງການ, ຖື​ວ່າ​ເປັນ​ກຸ່ມ​ບ້ານ​ທີ່​ເປັນ​ຕົວ​ຢ່າງ​ໃຫ້​ກັບ​ຫລາຍໆ​ບ້ານ.

ພາຍໃຕ້ການເປັນປະທານຂອງທ່ານ ຈົ່ງກູ້ຍ່າ ເລຂາພັກບ້ານນໍໍ້າທຸ່ມ ເປັນກຽດເຂົ້າຮ່ວມພິທີມີ ທ່ານ ດໍາດີ ນັນທະວົງ ກຳມະການພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ພົມມາ ເທບທິລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ຄະນະກຸ່ມ, ເລຂາພັກບ້ານ 5 ບ້ານ, ຜູ້ຊົງຄຸນວຸດທິ, ເຈົ້າກົກ-ເຈົ້າເຫຼົ່າ, ເຖົ້າແກ່ແນວໂຮມຕະຫຼອດຮອດພໍ່ແມ່ປະຊາຊົນ 5 ບ້ານຂ້າງເຂົ້າຮ່ວມ.

SA Game
Media Lao

ໃນພິທີທ່ານ ຈືຈໍລໍ່ ເລຂາພັກບ້ານໂພນແຈ້ງ ຂື້ນກ່າວເປີດພິທີຢ່າງເປັນທາງການ, ຈາກນັ້ນທ່ານທັງຕາງໜ້າໃຫ້ຄະນະຮັບຜິດຊອບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງ 5 ບ້ານຂຶ້ນຜ່ານບົດສະຫຼູບການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.

ໃນນີ້ທ່ານໄດ້ຍົກໃຫ້ເຫັນເຖີງໃນ ໄລຍະຜ່ານມາ, ຄະນະພັກ-ອຳນາດການປົກຄອງບ້ານທັງ5ບ້ານ ໄດ້ເອົາໃຈເຊື່ອມຊືມບັນດາແນວລາທາງນະໂຍບາຍຂອງພັກ-ລັດ,ເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງການປ່ຽນແປງໃໝ່ເປັນຕົ້ນແມ່ນ ຂະບວນການຮັກຊາດ ແລະ ພັດທະນາ, ປຸກລະດົມປະຊາຊົນບັນດາເຜົ່າ, ສຶກສາອົບຮົມການເມືອງແນວຄິດ ໃຫ້ພໍ່ແມ່ປະຊາຊົນມີຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ຮັກສາມູນເຊື້ອຮີດຄອງປະເພນີອັນດີງາມຂອງເຜົ່າ ເຮັດໃຫ້ບັນດາໜ້າວຽກໄດ້ຮັບຜົນສຳເລັດໃນຫຼາຍໆດ້ານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢ່າງເປັນຂະບວນການຝົດຝື້ນ.

ຈາກນັ້ນ, ໃນພິທີໄດ້ມອບຮັບໃບຢັ້ງຢືນຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ແກ່ອຳນາດການປົກຄອງບ້ານ 5 ບ້ານ ແລະຄອບຄົວຜ່ານການຮັບຮອງ. ໂດຍການເປັນກຽດຂຶ້ນມອບໂດຍທ່ານ ທ່ານ ພົມມາ ເທບທິລາດ ແລະ ທ່ານ ດຳດີ ນັນທະວົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Midia Laos