ເມືອງຫລາ ແຂວງອຸດົມໄຊ ຕ້ອນ​ຮັບ​ ທ່ານ ທອງ​ລ​ຸນ ປະ​ທານ​ປະ​ເທດ​ລາວ

SA Game

ຂ​ປ​ລ

ປະທານປະເທດ ຢ້ຽມຢາມປະຊາຊົນເມືອງຫລາ ແຂວງອຸດົມໄຊຫລັງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

  ທ່ານ ທອງລຸນ ສີສຸດລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍຄະນະຈາກສູນກາງ ແລະ ຄະນະນຳຂອງແຂວງອຸດົມໄຊ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຫລາໃນວັນທີ 21 ມັງກອນ 2023 ​ຜ່ານ​ມານີ້, ພາຍຫລັງໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນປີທີ່ຜ່ານມາ ແລະ ພວມໄດ້ຮັບການຟື້ນຟູ ພັດທະນາເສດຖະ ກິດ – ສັງຄົມຂອງເມືອງ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ.

ໃນການລົງຢ້ຽມຢາມ ເຂດໄດ້ຮັບຜົນກະທົບໃນຄັ້ງນີ້ ການນຳຂອງແຂວງ, ຂອງເມືອງ ໄດ້ລາຍງານໃຫ້ທ່ານ ປະທານປະເທດຊາບ ກ່ຽວກັບການປະຕິບັດຟື້ນຟູ ຫລັງໄດ້ຖືກໄພພິບັດມາເຖິງປະຈຸບັນ ອົງການປົກຄອງເມືອງ ໄດ້ສົມທົບກັບອົງການປົກຄອງແຂວງ ໄດ້ປຸກລະດົມທົ່ວສັງ ຄົມ ເຂົ້າມາຊ່ວຍເຫລືອຟື້ນຟູພື້ນທີ່ດັ່ງກ່າວ ເຊິ່ງມີເນື້ອທີ່ນາຖືກເສຍຫາຍທັງໝົດ 244 ເຮັກຕາ

SA Game
ຂ​ປ​ລ

ໃນນັ້ນເນື້ອທີ່ສາມາດຟື້ນຟູໄດ້ 193 ຮຕ, ເນື້ອທີ່ນາຟື້ນຟູສຳເລັດ 136,9 ເຮັກຕາ ກວມ 70,93%, ບໍລິສັດຟື້ນຟູໄດ້ 80 ເຮັກຕາ, ມູນຄ່າ 1,2 ຕື້ກີບ; ປະຊາຊົນຟື້ນຟູເອງໄດ້ 56,9 ເຮັກຕາ, ມູນຄ່າ 807 ລ້ານກີບ, ໃນນັ້ນໄດ້ປູກໝາກຖົ່ວເບີ ຈຳນວນ 395 ຄອບຄົວ, ເນື້ອທີ່ 90,65 ເຮັກຕາ, ປູກໝາກອຶ 50 ຄອບຄົວ, ເນື້ອທີ່ 25,16 ເຮັກຕາ, ປູກຢາສູບ 11 ຄອບຄົວ 3 ເຮັກຕາ, ລວມແລ້ວມີ 456 ຄອບຄົວ, ເນື້ອທີ່ 118,81 ເຮັກຕາ.

ພ້ອມດຽວກັນນີ້, ທ່ານ ປະທານປະເທດ ຍັງໄດ້ເຂົ້າຢ້ຽມຢາມສາງ ໝາກຖົ່ວເບີ ຂອງບໍລິສັດ ຊິງຕາ ທີ່ເປັນຜູ້ລົງທຶນຮັບເໝົາຟື້ນຟູເຂດຖືກໄພນ້ຳຖ້ວມ ແລະ ເຊົ່າເນື້ອທີ່ນາໃນຊ່ວງລະດູແລ້ງ ໃນໄລຍະ 5 ປີ. ຈາກນັ້ນ ໄດ້ລົງຢ້ຽມ ຢາມພື້ນທີ່ຜະລິດໝາກຖົ່ວເບີຂອງພໍ່ແມ່ປະຊາຊົນຕາມບໍລິສັດ ບຸກເບີກເພື່ອປູກພືດລະດູແລ້ງ.

SA Game
ຂ​ປ​ລ

ໂອກາດນີ້, ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງຄະນະພັກ-ຄະນະນຳ ຂັ້ນເມືອງ, ຂັ້ນແຂວງ ທີ່ໄດ້ເອົາໃຈໃສ່ເພີ່ມທະວີຍູ້ແຮງໃນການປັບປຸງພື້ນທີ່ຖືກຜົນກະທົບ ແລະ ດຶງດູດທຸລະກິດຟື້ນຟູ ເພື່ອຍົກສູງສະມັດຕະພາບ, ຄຸນນະ ພາບ ແລະ ຄວາມສາມາດການຈັດສັນ ແລະ ນຳໃຊ້ທ່າແຮງເພື່ອຊຸກຍູ້ຟື້ນຟູພື້ນທີ່ດັ່ງກ່າວໃຫ້ສູ່ສະພາບປົກກະຕິ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.