ເມືອງວັງວຽງຈະພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ສະໜາມກ໊ອບ

SA Game

laoedaily.com

ເຊັນສັນຍາສໍາປະທານ ໂຄງການພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ສະໜາມກ໊ອບ ເມືອງວັງວຽງ

ວັນທີ 26 ກໍລະກົດ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໄດ້​ມີພິທີເຊັນສັນຍາສໍາປະທານ ໂຄງການພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ສະໜາມກ໊ອບຢູ່ເມືອງວັງວຽງ ແຂວງວຽງຈັນ ລະຫວ່າງລັດຖະບານລາວ ແລະ ບໍລິສັດ ວັງວິວລີ້ຮິວ ຈໍາກັດ

ຕາງໜ້າລັດຖະບານໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ລົງທຶນ, ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ເຕັ່ງເມັ່ງ ຢ່າງລືໄຊ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ແລະ ຕາງໜ້າບໍລິສັດ ວັງວິວລີ້ຮິວ ຈໍາກັດ ເຊັນໂດຍ ທ່ານ ນາງ ມະນີວອນ ສິດທິໄຊ ຮອງປະທານບໍລິສັດ ວັງວິວລີ້ຮິວ ຈຳກັດ, ທ່ານ ໄຕຣລັກ ວິສີສົມບັດ ປະທານບໍລິສັດ ທີເຮັດບີ ກຣຸບ ຈຳກັດຜູ້ດຽວ ແລະ ທ່ານ ນາງ ມະໂນລາ ປະເສີດ ຮອງປະທານຄະນະກໍາມະການບໍລິຫານພົວພັນລັດຖະບານ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ.

SA Game
laoedaily.com

ທ່ານ ນາງ ມະນີວອນ ສິດທິໄຊ ຮອງປະທານບໍລິສັດ ວັງວິວລີ້ຮິວ ຈໍາກັດ ກ່າວວ່າ:

ຂ້າພະເຈົ້າຂໍສະ ແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ລັດຖະບານລາວ ທີ່ໄດ້ໄວ້ເນື້ອເຊື່ອໃຈ ແລະ ໃຫ້ໂອກາດບໍລິສັດພວກຂ້າພະເຈົ້າເຊັນສຳປະທານໂຄງການພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ສະໜາມກ໊ອບໃນເນື້ອທີ່ 261 ເຮັກຕາ ຢູ່ເຂດອ່າງນໍ້າຜາແຖມ ບ້ານປາກເປາະ ແລະ ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ.

ໂຄງການດັ່ງກ່າວມີເປົ້າໝາຍພັດທະນາອຸດສາຫະກໍາການທ່ອງທ່ຽວ ແລະ ສະຫນາມກ໊ອບແນໃສ່ສ້າງເປັນຈຸດໃຈກາງຂອງອຸດສາຫະກໍາການທ່ອງທ່ຽວທາງທໍາມະຊາດແຫ່ງໃໝ່ຂອງເມືອງວັງວຽງທີ່ເຕັມໄປດ້ວຍຄວາມສະດວກສະບາຍທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ

ປະກອບໄປດ້ວຍສິ່ງອໍານວຍຄວາມສະດວກພື້ນຖານໂຄງລ່າງຄົບຖ້ວນ ສົ່ງເສີມຂະຫຍາຍເອກະລັກ ແລະ ຄວາມຍືນຍົງ ເຊິ່ງແຫຼ່ງທ່ອງທ່ອງນີ້ແມ່ນບໍ່ໄກຈາກຕົວເມືອງວັງວຽງ ມີໄລຍະຫ່າງປະມານ 4 ກິໂລແມັດ ຫ່າງຈາກສະຖານີລົດໄຟ ລາວ – ຈີນ ປະມານ 3,5 ກິໂລແມັດ ແລະ ຫ່າງຈາກທາງດ່ວນປະມານ 7 ກິໂລແມັດ ເນື້ອທີ່ໂຄງການທັງໝົດ 261 ເຮັກຕາ ຢູ່ໃນເຂດອ່າງນໍ້າຜາແຖມອ້ອມຮອບດ້ວຍພູທີ່ເປັນເອກະລັກ ເປັນເຂດແຫຼ່ງທ່ອງທ່ຽວທີ່ ໃຫຍ່ກວ່າໝູ່ໃນແຂວງວຽງຈັນ.

ວັດຖຸປະສົງ ແລະ ວິໄສທັດໃນການພັດທະນານີ້ ທາງບໍລິສັດໄດ້ນໍາເອົາແຫຼ່ງທ່ອງທ່ຽວ ແລະ ອຸດສາຫະກໍາລວມເຂົ້າກັນ ເພື່ອເຮັດໃຫ້ມີຄວາມແຕກຕ່າງຈາກແຫຼ່ງທ່ອງທ່ຽວອື່ນ ເປັນສະຖານທີ່ອຸດສາຫະກໍາການທ່ອງທ່ຽວ ແລະ ສະໜາມກ໊ອບ ເຊິ່ງປະກອບມີເຂດສົ່ງເສີມອຸດສາຫະກໍາ – ຫັດຖະກໍາ ໂດຍນໍາເອົາວັດທະນະທໍາຂອງລາວແຕ່ລະເຂດແຄວ້ນມາທໍາການຜະລິດໃຫ້ເປັນອຸດສາຫະກໍາຂະໜາດນ້ອຍ ເພື່ອປ້ອນເຂົ້າໃນແຫຼ່ງທ່ອງທ່ຽວທັງໝົດທົ່ວປະເທດ ໂດຍໃຫ້ສິດທິພິເສດທາງດ້ານພາສີ ແລະ ຊ່ວຍສະໜອງ ແຫຼ່ງທຶນໃຫ້.

ສ່ວນບັນດາກິດຈະກໍາຫຼັກທີ່ຈະໄດ້ໃຫ້ບໍລິການໃນໂຄງການ ຕາມແຜນນັ້ນ ປະກອບມີດັ່ງນີ້ຄື:

ສະໜາມກ໊ອບ, ສະໜາມແຂ່ງມ້າ, ສະໜາມກີລາ, ກິດຈະກຳບັນເທີງຕ່າງໆ, ສູນຝຶກອົບຮົມ, ສູນການຄ້າ, ຮ້ານຄ້າປອດພາສີ, ໂຮງແຮມຣີສອດລະດັບ 5 ດາວ, ສ້າງສະຖາບັນສຶກສາ, ໂຮງໝໍ ແລະ ກິດຈະກຳສາທາລະນະສຸກ ທັງໝົດນີ້ເພື່ອພັດທະນາໂຄງການໃຫ້ເປັນແຫຼ່ງທ່ອງທ່ຽວທີ່ມີຄຸນນະພາບແບບຄົບວົງຈອນ ກ່ຽວກັບການກໍ່ສ້າງໂຄງການ ຄາດວ່າຈະໃຊ້ເວລາທັງໝົດ 8 – 9 ປີ ເຊິ່ງແບ່ງອອກເປັນ 3 ໄລຍະ ລວມມູນຄ່າກໍ່ສ້າງທັງໝົດ ປະມານ 358 ລ້ານໂດລາສະຫະລັດ ໂດຍຮູບແບບການລົງທຶນແມ່ນແບບ BOT ແລະ ມີອາຍຸສໍາປະທານ 50 ປີ.

SA Game
laoedaily.com

ບໍລິສັດ ວັງວິວລີ້ຮິວ ຈໍາກັດ ເປັນສ່ວນໜຶ່ງຂອງ ກຸ່ມບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ( PTL Holding Company Limited ) ແມ່ນໜຶ່ງໃນບໍລິສັດລົງທຶນທຸລະກິດຊັ້ນນຳໃນ ສປປ ລາວ ແລະ ເປັນບໍລິສັດແມ່ຂອງກຸ່ມທຸລະກິດຈາກຫຼາກຫຼາຍຂະແໜງທາງດ້ານພະລັງງານ, ໂລຈິດສ໌ຕິກ, ການຄ້າ, ນະວັດຕະກຳ ແລະ ອື່ນໆ ເຊິ່ງປະກອບມີບັນດາບໍລິສັດໃນກຸ່ມທຸລະກິດ ຄື:ບໍລິສັດ ປີໂຕຣ ລ້ຽມເທຣດດິ້ງລາວ ມະຫາຊົນ, ບໍລິສັດ ສິດທິໂລຈິສຕິກລາວ ຈຳກັດ, ບໍລິສັດ ຂວັນໃຈການຄ້າຂາອອກ – ຂາເຂົ້າ ຈຳກັດ, ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ, ບໍລິສັດ ບົວລະພາພາວເວີ ຈຳກັດ, ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ, ບໍລິສັດ ລ້ານຊ້າງອະສັງຫາລິມະຊັບ ແລະ ພັດທະນາພະລັງງານ ຈຳກັດ, ບໍລິສັດ ຊີແອັດໄລຕິ້ງເອເລັກໂຕຣນິກ ຈຳກັດ ແລະ ອື່ນໆ.

ພາຍໃຕ້ການຊີ້ນຳຈາກລັດຖະບານລາວ ແລະ ການຮ່ວມມືກັບພາກເອກະຊົນທີ່ເຂັ້ມແຂງຈະຊ່ວຍໃຫ້ການພັດທະນາໂຄງການດັ່ງກ່າວໄດ້ຮັບປະສິດທິພາບ ແລະ ໝາກຜົນອັນດີ ເພື່ອຮອງຮັບການພັດທະນາອຸດສາຫະກໍາການທ່ອງທ່ຽວ ເຊິ່ງເປັນໜຶ່ງໃນບຸລິມະສິດຂອງຊາດໃນປັດຈຸບັນ ພ້ອມທັງຮັບປະກັນການເພີ່ມທະວີໃນການປະກອບພັນທະເຂົ້າງົບປະມານຂອງລັດຖະບານ ແນໃສ່ສ້າງຜົນປະໂຫຍດສູງສຸດໃຫ້ແຂວງ ວຽງຈັນ ເວົ້າສະເພາະ, ເວົ້າລວມກໍເພື່ອປະຊາຊົນລາວ ແລະ ປະເທດຊາດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: laoedaily.com