ເປີດກ້ວາງໃຫ້ທຸລະກິດລາວ ເຂົ້າຊິງລາງວັນທຸລະກິດດີເດັ່ນປະຈຳປີ 2021.
ງານຊິງລາງວັນທຸລະກິດດີເດັ່ນອາຊຽນແຫ່ງ ສປປ ລາວ ປີ 2021.
ໄດ້ມີການຈັດພິທີຖະແຫຼງຂ່າວຂຶ້ນວັນທີ 22 ກໍລະກົດ 2021 ທີ່ ສຄອຊ ເພື່ອເປີດກ້ວາງໃຫ້ບັນດາທຸລະກິດຕ່າງໆໃນລາວເຂົ້າຮ່ວມເພື່ອຊິງລາງວັນທຸລະກິດດີເດັ່ນປະຈຳປີ 2021, ໂດຍການເຂົ້າຮ່ວມຂອງທ່ານ ທະນົງສິນ ກັນລະຍາ, ທ່ານ ສະຫວັນຄອນ ລາຊະມູນຕີ, ທ່ານ ສັນຕິ ອິນທະວົງ ພ້ອມດ້ວຍພາກທຸລະກິດ ແລະ ສື່ມວນຊົນຫລາຍພາກສ່ວນ.
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ) ຮ່ວມກັບໂຄງການ RECOTEVET ຂອງ GIZ ປະຈຳລາວຖະແຫຼງຂ່າວ ກຽມຈັດງານຊິງລາງທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2021 ເພື່ອຫາທຸລະກິດລາວຊະນະເລີດ ເພື່ອເປັນໂຕແທນທຸລະກິດຂອງລາວເຂົ້າຊິງລາງວັນທຸລະກິດດີເດັ່ນຂອງອາຊຽນ 2021 ລວມ10ລາງວັນ.
ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ ກ່າວວ່າ: ລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປລາວ 2021 (ABA Laos 2021) ເປັນງານມອບລາງວັນທີ່ເປີດກວ້າງຕໍ່ສະມາຊິກ ສຄອຊ ແລະ ທຸກໆຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ຂອງ ສປປ ລາວ ທີ່ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ, ບໍ່ວ່ານ້ອຍ ຫລື ໃຫຍ່ ກໍສາມາດສົ່ງເຂົ້າສະໝັກແຂ່ງຂັນເອົາລາງວັນໄດ້ ເຊິ່ງທຸລະກິດທີ່ຊະນະເລີດໄດ້ຮັບລາງວັນ ຈາກ (ASEAN Business Awards Laos 2021) ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນເຊິ່ງຈະໄດ້ພົບກັບບັນດາຫົວຫນ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ.
ການປະກາດຜົນຜູ້ທີ່ໄດ້ຮັບລາງວັນລະດັບພາກພື້ນແມ່ນຈະໄດ້ຈັດຂຶ້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ (ASEAN Business & Investment) ໃນ ກອງປະຊຸມສຸດຍອດອາຊຽນ (ASEAN Summit) ຄັ້ງທີ 37 ໃນທ້າຍປີ 2021 ທີ່ ປະເທດ ບູໄນ.
ປະເພດລາງວັນສຳລັບປີ 2021 ປະກອບມີ 3 ປະເພດເຊັ່ນ: ປະເພດທີ 1. ລາງວັນຂະແໜງບູລິມະສິດດີເດັ່ນ ປະກອບມີ 12 ຂະແໜງການເຊັ່ນ: ຂະແໜງກະສິກຳ, ຂະແໜງພະລັງງານ, ຂະແໜງປະມົງ, ຂະແໜງປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຂະແໜງຫັດຖະກຳ, ຂະແໜງ ICT, ຂະແໜງພື້ນຖານໂຄງລ່າງ, ຂະແໜງຕັດຫຍິບ, ຂະແໜງທ່ອງທ່ຽວ, ຂະແໜງຂົນສົ່ງ ແລະ ໂລຈີດຕິກ, ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້.
ປະເພດທີ 2 ແມ່ນລາງວັນຂະແໜງທຸລະກິດ SME ດີເດັ່ນ (SME Excellence Award) ປະກອບມີ 5 ຂະແໜງການ ເພີ່ມມາໃໝ່ 1 ຂະແໜງ ການ ເຊັ່ນ: ລາງວັນການຂະຫຍາຍໂຕທຸລະກິດດີເດັ່ນ, ການຈ້າງງານດີເດັ່ນ, ນະວັດຕະກຳດີເດັ່ນ, ການປະກອບສ່ວນຕໍ່ສັງຄົມ ແລະ ລາງວັນການຫັນເປັນດິຈີຕອລດີເດັ່ນ (ລາງວັນເພີ່ມມາໃໝ່) ແລະ ປະເພດທີ 3 ແມ່ນລາງວັນພິເສດ ປະກອບມີ 8 ປະເພດລາງວັນ ເພີ່ມມາໃໝ່ 1 ຂະແໜງການເຊັ່ນ:
ລາງວັນເພື່ອນມິດສປປລາວດີເດ່ັນ (ມີ 3 ລາງວັນ), ລາງວັນທຸລະກິດຄອບຄົວດີເດັ່ນ, ລາງວັນທຸລະກິດເພື່ອສັງຄົມແບບຍືນຍົງ, ລາງວັນທຸລະກິດສີຂຽວ, ລາງວັນທຸລະກິດລິເລີ່ມ, ລາງວັນນັກທຸລະກິດໜຸ່ມດີເດັ່ນ, ລາງວັນຜູ້ປະກອບການແມ່ຍິງດີເດັ່ນ ແລະ ລາງວັນການພັດທະນາສີມືແຮງງານດີເດັ່ນ (ລາງວັນເພີ່ມມາໃໝ່ມີທັງໝົດ 10 ລາງວັນ).
ທ່ານ ສັນຕິ ອິນທະວົງ ຊ່ຽວຊານຝ່າຍລາວ ໂຄງການພັດທະນາອາຊີວະສຶກສາ ປະຈໍາ ສປປລາວ ອົງການ ຈີໄອແຊັດກ່າວວ່າ: ລາງວັນດັ່ງກ່າວແນ່ໃສ່ພາກທຸລະກິດຮັບຮູ້ ຊຸກຍູ້ຜູ້ປະກອບການຫັນມາເຮັດໃຫ້ທຸລະກິດຂອງເຂົາເຈົ້າ ມີການພັດທະນາ ແລະ ແຂງຂັນ ໂດຍສ້າງພະນັກງານໃຫ້ມີຄຸນນະພາບ ສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.
ທ່ານ ສະຫວັນຄອນ ຣາຊະມູນຕີ ປະທານສະມາຄົມນັກຂ່າວ ແຫ່ງປະເທດລາວໄດ້ກ່າວວ່າ: ລາງວັນດັ່ງກ່າວເປັນລາງວັນທີ່ຮັບໃຊ້ແຜນຍຸດທະສາດຂອງອາຊຽນໃຫ້ມີການພັດທະນາເສດຖະກິດ ທຸລະກິດໃຫ້ມີການແຂ່ງຂັນເຮັດໃຫ້ທຸລະກິດໃນບັນດາປະເທດ ມີຄວາມເຂັ້ມແຂງ ສ້າງຜົນປະໂຫຍດມາສູ່ບັນດາປະເທດໃນອາຊຽນ.
ຂອບໃຈແຫລ່ງທີ່ມາ: laoedaily.com