ເປີດສູນລວມ​ສິນ​ຄ້າແບຣນລາວ ສູ່ສາກົນ​ໂດຍ ບ້ານ​ລາວ​ມົງ​ຄຸນ.

SA Game

ພາບ: ຂ​ປ​ລ.

ບ້ານລາວມົງຄຸນ ສູນລວມ​ສິນ​ຄ້າແບຣນລາວ ສູ່ສາກົນ.

ສິນ​ຄ້າ​ຂອງ​ຄົນ​ລາວ​ບໍ່​ວ່າ​ຈະ​ເປັນ​ເຄື່ອງ​ສີ​ມື​ຫັດ​ຖະ​ກຳ, ກະ​ສິ​ກຳ, ແລະ ອື່ນໆ​ອີກ​ຫລາກຫລາຍສິນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ​ແຕ່​ຍັງ​ຂາດ​ໃນ​ການ​ໂຄ​ສະ​ນາ​ໃຫ້​ສັງ​ຄົມ ຫລື ສາ​ກົນ​ໄດ້​ຮັບ​ຮູ້​ເຊິງ​ເປັນ​ສິ່ງ​ທີ່​ດີ​ທີ່​ໃນ​ມື້​ນີ້​ໄດ້​ມີ​ບ່ອນ​ທີ່​ຈະ​ເປັນ​ເວ​ທີ​ໃນ​ການ​ວາງ​ສະ​ແດງ​ຈ່ຳ​ໜາຍ​ສິນ​ຄ້າ​ຂອງ​ລາວ​ໂດຍ ບ້ານ​ລາວ​ມົງ​ຄຸນ.

ເຊິງບ້ານລາວມົງຄຸນ​ເປັນສູນລວມສິນຄ້າແບຣນລາວ ໄດ້ເປີດໃຫ້ບໍລິການ ຢ່າງເປັນທາງການ ໃນ ວັນທີ 24 ຕຸລາ ຜ່ານມາ, ເຊິ່ງໄດ້ລວບລວມເອົາບັນດາສິນຄ້າ ທີ່ເປັນຂອງຄົນລາວ ມາວາງຈຳໜ່າຍໄວ້ບ່ອນດຽວ ເຊັ່ນ: ຫ້ອງເສື້ອ, ຜ້າໄໝ, ເຄື່ອງດົນຕີລາວ, ຢາພື້ນເມືອງ ແລະ ຜະລິດຕະພັນຫັດຖະກຳເປັນຕົ້ນ.

SA Game
ພາບ: ຂ​ປ​ລ.

ນອກນີ້, ຍັງມີເຄື່ອງດື່ມ, ອາຫານພື້ນເມືອງ ແລະ ນວດແຜນບູຮານໄວ້ຄ່ອຍບໍລິການລູກຄ້າທີ່ມາທ່ຽວຊົມ. ທັງນີ້, ກໍເພື່ອຈັດຕັ້ງປະຕິບັດນະໂຍບາຍ ການສົ່ງເສີມຜະລິດຕະພັນພາຍໃນ ແລະ ເສີມສ້າງທ່າແຮງໃຫ້ແກ່ສີນຄ້າລາວ ໃຫ້ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງຍິ່ງໆຂຶ້ນ.

ທ່ານ ນາງ ມຸກດາວັນ ແກ້ວວິໄລ ເຈົ້າຂອງໂຄງການບ້ານລາວມົງຄຸນ ໄດ້ກ່າວວ່າ: ບ້ານລາວມົງຄຸນ ສ້າງຂຶ້ນເພື່ອສົ່ງເສີມສິນຄ້າແບຣນລາວເຂົ້າສູ່ຕະຫລາດໂລກ, ເປັນຈຸດໃຈກາງໃນການຈໍາໜ່າຍສິນຄ້າ ລາວ ເຂົ້າສູ່ຕະຫລາດພາກພື້ນ ທັງເປັນການອະນຸລັກວັດທະນະທໍາອັນດີງາມ ຂອງຊາດລາວ ໃຫ້ຄົງຢູ່ກັບຄົນຮຸ້ນໃໝ່.

ຄາດວ່າໃນອະນາຄົດຈະຂະຫຍາຍສາຂາໄປທີ່ ຫລວງພະບາງ, ຈຳປາສັກ, ສະຫວັນນະເຂດ ເພື່ອລວມຜະລິດຕະພັນທີ່ໂດດເດັ່ນ ແລະ ສວຍງາມ ໃນແຂວງດັ່ງກ່າວມາວາງສະແດງ. ສຳລັບທ່ານໃດ ທີ່ສົນໃຈຢາກຈະນຳສິນຄ້າ ຂອງຕົນມາວາງຈຳໜ່າຍທີ່ບ້ານລາວມົງຄຸນ ກໍສາມາດເຂົ້າມາສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ບ້ານລາວມົງຄຸນ ສະຖານຕັ້ງຢູ່ບ້ານທົ່ງຂັນຄຳ ຮ່ອມ 9 ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ ເປີດທຸກມື້ ເລີ່ມແຕ່ 8:00 – 21:00 ໂມງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ