ເປີດນຳໃຊ້ແລ້ວ! ຈັດພິທີມອບ-ຮັບ ຫໍສະພາແຫ່ງຊາດລາວ​ຫລັງ​ໃໝ່

SA Game

ພາບ​: laoedaily.com

ຫໍສະພາແຫ່ງຊາດ ຫລັງໃໝ່​ໄດ້​ເປີດ​ນຳ​ໃຊ້ຢ່າງເປັນທາງການ​ແລ້ວ.

ຫລ​ັງ​ຈາກ​ການ​ຕ້ອນ​ຮັບ ທ່ານ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ​ທີ່​ມາ​ຢ້ຽມ​ຢາມ​ ສ​ປ​ປ ລາວ ແລ້ວ,

ໃນວັນທີ 10 ສິງຫາ 2021 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຮ່ວມກັບ ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍການນຳ ພັກ-ລັດ ສອງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມພິທີມອບ-ຮັບ ແລະ ເປີດນຳໃຊ້ຫໍສະພາແຫ່ງຊາດລາວ ຢ່າງເປັນທາງການ.

SA Game
ພາບ​: laoedaily.com

ໃນພິທີດັ່ງ​ກ່າວ, ສະຫາຍ ຫງວຽນ ຊວນ ຟຸກ ໄດ້ຕາງຫນ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກ່າວມອບຕຶກສະພາແຫ່ງຊາດ ລາວຫຼັງໃຫມ່ພາຍຫຼັງ ທີ່ມີການສ້າງມາເປັນໄລຍະຫນຶ່ງ ເຊິ່ງເປັນຂອງຂວັນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມອບໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ນໍາໃຊ້ ແລະ ທັງ ເປັນສັນຍາລັກແຫ່ງຄວາມສາມັກຄີພິເສດ ຫວຽດນາມ-ລາວ.

ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງຫນ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ຂອງຂວັນອັນປະເສີດ ດັ່ງກ່າວ ແລະ ຢືນຢັນວ່າຈະພ້ອມກັນປົກປັກຮັກສາຫໍສະພາ ແຫ່ງນີ້ ໃຫ້ຄົງຢູ່ຄູ່ກັບພະທາດຫຼວງ ທີ່ເປັນສະຖານທີ່ສັກກາລະບູຊາ ຂອງປະຊາຊົນລາວຕະຫຼອດ ໄປ.

SA Game
ພາບ​: laoedaily.com

ພາຍຫຼັງສໍາເລັດພິທີການເປີດນໍາໃຊ້ ແລະ ມອບ-ຮັບຫໍສະພາແຫ່ງຊາດລາວແລ້ວ, ສະຫາຍ ປະທານປະເທດ ທັງສອງ ກໍໄດ້ໃຫ້ກຽດປະດັບຫຼຽນໄຊອິດສະຫຼະຊັ້ນ 1 ແລະ ຊັ້ນ 2 ຂອງ ສປປ ລາວ ໃຫ້ 3 ກົມກອງຂອງຝ່າຍຫວຽດນາມ ແລະ ປະດັບຫຼຽນໄຊແຮງງານ ຊັ້ນ 1 ແລະ ຊັ້ນ 2 ຂອງ ສສ ຫວຽດນາມ ໃຫ້ບຸກຄົນຂອງຝ່າຍລາວຈໍານວນ 3 ສະຫາຍ.

ຕໍ່ມາ ສະຫາຍ ຫງວຽນ ຊວນ ຟຸກ, ສະຫາຍ ທອງລຸນ ສີ ສຸລິດ ໄດ້ພ້ອມກັນເປີດແຖບຜ້າຫີນສີລາຈາລຶກ ທີ່ມີເນື້ອໃນ “ຫໍສະພາແຫ່ງຊາດ ຂອງຂວັນຈາກ ພັກ, ລັດ ແລະ ປະຊາຊົນຫວຽດນາມ” ແລະ ຮ່ວມກັນໄປປູກຕົ້ນໄມ້ ທີ່ລະນຶກເພື່ອເປັນສິລິມົງຄຸນ ແກ່ສະພາແຫ່ງຊາດລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com