ເປີດກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານຊຸດທີ IX

SA Game

ພາບ​: laoedaily.com.

ກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານຊຸດທີ IX​ໄດ້​ຈັດ​ຂື້ນ​ຢ່າງ​ອົບ​ອຸ່ນ.

ໃນຕອນເຊົ້າຂອງວັນທີ 08 ເມສາ 2021, ໄດ້ມີກອງປະຊຸມຄັ້ງປະຖົມມະລຶກຄະນະລັດຖະບານຊຸດໃໝ່ ແຫ່ງ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ.
ລັດຖະບານ ຊຸດທີ IX ຄົ້ນຄວ້າ-ພິຈາລະນາ ຫລາຍວຽກສຳຄັນ ເພື່ອກ້າວສູ່ການເຮັດແທ້ ທຳຈິງ ແລະ ຊື່ສັດ ຕໍ່ປະຊາຊົນ:
1. ເປັນກອງປະຊຸມຄັ້ງທໍາອິດຂອງລັດຖະບານ ພາຍຫລັງທີ່ສະພາແຫ່ງຊາດ ຊຸດທີ IX ເຫັນດີຮັບຮອງເອົາກົງຈັກຂອງລັດຖະບານ ຊຸດທີ IX ຊຶ່ງປະກອບມີ 17 ກະຊວງ ແລະ 02 ອົງການທຽບເທົ່າກະຊວງ ແລະ ສະມາຊິກລັດຖະບານ ມີທັງໝົດ 21 ທ່ານ (ຍິງ 03 ທ່ານ)
2. ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 02 ວັນ ແຕ່ວັນທີ 08-09 ເມສາ 2021, ຊຶ່ງຈະໄດ້ຮັບຟັງ ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນ:
SA Game
ພາບ​: laoedaily.com.
  • ເຜີຍແຜ່ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງນາຍົກ ແລະ ຮອງນາຍົກລັດຖະມົນຕີ,
  • ຮ່າງແຜນດຳເນີນງານຂອງລັດຖະບານ ຊຸດທີ IX ໄລຍະ 05 ປີ 2021-2025, ຮ່າງຂໍ້ຕົກລົງວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານຊຸດທີ IX, ຮ່າງເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຮ່າງເອກະສານວາລະແຫ່ງຊາດ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດປີ 2021-2025,
  • ພິເສດ, ຕອນທ້າຍຂອງກອງປະຊຸມຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປລາວ
3. ໃນໂອກາດກ່າວໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານທັງໝົດ ຈົ່ງພ້ອມກັນ: “ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄ້ວາພິຈາລະນາ, ປະກອບຄຳເຫັນຢ່າງສ້າງສັນ, ກົງໄປກົງມາ ທັງຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍເຂົ້າໃນແຕ່ລະຫົວຂໍ້ ແລະ ຄຳຖາມເຈາະຈີ້ມ ເພື່ອໃຫ້ຜົນຂອງກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແລະ ໃຫ້ສົມກັບຄວາມມຸ່ງຫວັງຂອງປະຊາຊົນລາວບັນດາເຜົ່າ ທີ່ຢາກເຫັນ ແລະ ຢາກໃຫ້ ລັດຖະບານຊຸດທີ IX ເປັນລັດຖະບານທີ່: ເວົ້າແທ້, ທໍາຈິງ, ດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ ເພື່ອປະຊາຊົນ.
ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo
ຂໍ້ມູນ: Souridong Sundara