ເຊື່ອມ​ສຳ​ພັນ! ກອງ​ທັບ​ຈີນ​ຊ່ວຍ​ເຫລືອ​ວັກ​ຊີນແກ່ກອງ​ທັບ​ລາວ 400.000ໂດ​ສ

SA Game

ພາບ​: laoedaily.com

ກອງທັບ ສ​ປ ຈີນ ຊ່ວຍວັກຊິນ 400.000ໂດສ ແກ່ກອງທັບປະຊາຊົນລາວ.

ຄວາມ​ສຳ​ພັນ​ລະ​ຫວ່າງກອງ​ທັບ​ປົດ​ປ່ອຍ​ປະ​ເທດ​ຈີນ ແລະ ກອງ​ທັບ​ປະ​ຊາ​ຊົນ​ລາວ​ໄດ້​ມີ​ມາ​ຍາວ​ນານ​ແລ້ວ, ຊຶງ​ກອງ​ທັບ​ທັງ​ສອງປະ​ເທດ​ໄດ້​ໃຫ້​ການນ​ຊ່ວຍ​ເຫລືອ​ເຊິງ​ກັນ ແລະ ກັນ​ມາ​ໂດຍ​ຕະ​ຫລອດ, ໂດຍ​ສະ​ເພາະ ກອງ​ທັບ​ຈາກ ສ​ປ ຈີນ ຍາມ​ໃດ​ກໍ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ກັບ​ເບື້ອງ​ລາວ​ຕະ​ຫລອດ​ມາ. ​ຈາກ​ການ​ລາຍ​ງານ​ຂອງວິທະຍຸ ກະຈາຍສຽງແຫ່ງຊາດໃຫ້​ຮູ້ວ່າ ກອງ​ທັບ ສ​ປ ຈີນ ໄດ້​ຊ່ວຍ​ເຫລືອ ວັກຊີນປ້ອງກັນໂຄວິດ-19 ຈຳນວນ 400.000 ໂດສ ໃຫ້ກັບກອງທັບປະຊາຊົນລາວ.

ປະ​ຈຸ​ບັນ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນໃນວັນທີ 23 ສິງຫາ 2021 ນີ້ແລ້ວ ແລະ ໃຫ້ກຽດກ່າວມອບໂດຍ ພັນເອກພິເສດ ຫຼີປິ່ງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ, ກ່າວຮັບໂດຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະ.

SA Game
ພາບ​: laoedaily.com

ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດກ່າວວ່າ:

ຄືດັ່ງພວກເຮົາຮູ້ນໍາກັນດີແລ້ວວ່າ, ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ໄດ້ສ້າງຜົນກະທົບອັນໃຫຍ່ຫຼວງຕໍ່ການດໍາລົງຊີວິດ ແລະ ເສດຖະກິດ-ສັງຄົມ, ວັກຊິນເປັນສິ່ງຈຳເປັນ ໃນການປ້ອງກັນການຕິດເຊື້ອ ແລະ ເປັນການແກ້ໄຂບັນຫາແບບຍືນຍົງ ແລະ ສໍາຄັນຍິ່ງໄປກ່ວານັ້ນ ໃຫ້ໄດ້ຄວາມໝາຍສຳຄັນດັ່ງກ່າວ,

ພັກ-ລັດຖະບານຈີນ ໄດ້ຈັດສົ່ງຢາວັກຊິນ ໃຫ້ແກ່ປະຊາຊົນລາວເວົ້າລວມ, ເວົ້າສະເພາະ ກອງທັບປົດປ່ອຍປະຊາຊົນຈີນ ກໍໄດ້ຈັດສົ່ງໃຫ້ກອງທັບປະຊາຊົນລາວ ຄັ້ງນີ້ເປັນຊຸດທີ່ສອງ 400.000 ໂດສ ລວມທັງຊຸດກ່ອນ 300.000 ໂດສ ລວມ: 700.000 ໂດສ.

ຂ້າພະເຈົ້າ ໃນນາມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຂໍຕາງໜ້າໃຫ້ກອງທັບປະຊາຊົນລາວ, ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງກອງທັບປົດປ່ອຍປະຊາຊົນຈີນອ້າຍນ້ອງ ໂດຍຜ່ານ ສະຫາຍ ພັກເອກພິເສດ ຫຼີປິ່ງ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳລາວ ທີ່ເວລາໃດກໍ່ໄດ້ສະເເດງຄວາມເປັນຫວ່ງເປັນໃຍ ເເລະ ໃຫ້ການຊ່ວຍເຫຼືອອັນລ້ຳຄາຕໍ່ກອງທັບປະຊາຊົນລາວ.

SA Game
ພາບ​: laoedaily.com

ເຊິ່ງມັນສະເເດງໃຫ້ເຫັນເຖິງມິດຈິດມິດໃຈຖານອ້າຍນ້ອງຮ່ວມອຸດົມການດຽວກັນ, ຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ເເລະ ທັງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ,ຈີນ-ລາວ ທີ່ມີຄວາມໝາຍທາງດ້ານຍຸດທະສາດ ລະຫວ່າງສອງພັກ, ສອງລັດ ກໍ່ຄືສອງກອງທັບ ລາວ-ຈີນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລີກຢ່າງບໍ່ຢຸດຢັ້ງ ເເລະ ມີບາດກ້າວໃໝ່ຂື້ນໄປເລື້ອຍໆ.

ແຕ່ຕົ້ນເດືອນກຸມພາ 2021 ເປັນຕົ້ນມາ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ-19 ແກ່ ສປປ ລາວ ເປັນຈໍານວນ 6 ຄັ້ງ, ເຊິ່ງຄັ້ງທໍາອິດມີຈໍານວນ 300.000 ໂດສ, ຄັ້ງທີ 2 ຈໍານວນ800.000, ໂດສ, ຄັ້ງທີ 3 ຈໍານວນ 300.000 ໂດສ, ຄັ້ງທີ 4 ຈໍານວນ 500.000 ໂດສ ຄັ້ງທີ 5 ຈໍານວນ 1.000.000 ໂດສ ແລະຄັ້ງທີ 6 ຈໍານວນ 400.000ໂດສ, ລວມທັງໝົດທີ່ລັດຖະບານຈີນໃຫ້ການຊ່ຍເຫລືອວັກຊີນໃຫ້ແກ່ ລັດຖະບານ ສປປ ລາວ ຈໍານວນ 3.300.000 ໂດສ.

ປັດຈຸບັນປະຊາກອນລາວ ທີ່ໄດ້ຮັບວັກຊິນເຂັມ1 ແລ້ວ ຈໍານວນ 2.109.937ຄົນ ແລະເຂັມ 2 ຈໍານວນ 1.664.137 ຄົນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la