ເຈົ້າສັດທາຈາກປະເທດໄທຈັດພິທີຖວາຍຜ້າກະຖິນແກ່ພຣະສົງທິ່ວັດສີດອນສັກ

SA Game

ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ຄະນະສັດທາຈັງຫວັດຣະຍອງປະເທດໄທ ໄດ້ຈັດພິທີຖວາຍຜ້າກະຖິນ ໃຫ້ແກ່ພຣະສົງ​ທີ່ ສ​ປ​ປ ລາວ

ຊາວບ້ານສາມຫຼ່ຽມຄໍາ(ບ້ານຄວ້ານ) ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະ ຄະນະສັດທາຈາກຈັງຫວັດຣະຍອງ ປະເທດໄທ ໄດ້ຈັດພິທີຖວາຍຜ້າກະຖິນ ໃຫ້ແກ່ພຣະສົງທີ່ຈຳພັນສາ 3 ເດືອນ ທິ່ວັດສີດອນສັກໃນວັນທີ 8 ພະຈິກ 2022 ຜ່ານ​ມາ​ນີ້, ເພື່ອເປັນກຳລັງໃຈໃຫ້ແກ່ພຣະສົງ ສົ່ງເສີມພຣະສົງໃຫ້ມີຄວາມຮັກໃນພຣະສາສະໜາ ອຸສາຫະດຳລົງຕົນເຜີຍແຜ່ສາສະໜາຕໍ່ໄປ ແລະ ສືບທອດຮີດຄອງປະເພນີອັນດີງາມຂອງລາວ

ປັດໃຈຍອດບໍລິວານກະຖິນ ຈະນຳໄປສົມທົບທຶນສ້າງພຣະພຸດທະຮູບໃຫຍ່ ໜ້າຕັກ 10 ແມັດ ໂດຍການນຳພາຂອງທ່ານຈ້າວເຫວີຍ ປະທານສະພາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ຖວາຍຕັ້ງຕົ້ນກະຖິນ ສ້າງພຣະເຈົ້າໃຫຍ່ ຈຳນວນ 1.000.000 ບາດ ແລະ ມີພຸດທະສາສະນິກກະຊົນທັງຫຼາຍ ທັງພາຍໃນ ແລະ ຕ່າງປະເທດໄດ້ສົມທົບຖວາຍຈຳນວນຫຼາຍ.

SA Game
ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ວັດສີດອນສັກເປັນວັດໃນການອຸປະຖຳຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໂດຍມີຄູບາອິນທະນິນ ພູລິຍາໂນ ພົມສະຫວັນ ແລະ ຊາວບ້ານສາມຫຼ່ຽມຄຳ ເປັນຜູ້ນຳພາສ້າງໃຫ້ງົດງາມເປັນສະຖານທີ່ສັກສິດອີກແຫ່ງໜຶ່ງຂອງເມືອງຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.

ທ່ານໃດມີໃຈສັດທາຢາກຮ່ວມສ້າງພຣະເຈົ້າໃຫຍ່ ສາມາດມາຖວາຍປູນ, ຫີນ, ຊາຍ ແລະ ປັດໃຈຢູ່ທີ່ວັດໄດ້ຕາມກຳລັງສັດທາຂອງຕົນ.

SA Game
ເຂດເສດຖະກິດພິເສດສາມຫຼ່ຽມຄຳ
ຕອນແລງຂອງວັນດຽວກັນ ໄດ້ມີພິທີປ່ອຍປາລົງນໍ້າຂອງ ທີ່ ເກາະດອນຊາວ ໂດຍການນຳພາຂອງ ຄູບານິນ ພ້ອມດ້ວຍ ສິດສານຸສິດ ອອກຕົນຍາດໂຍມ ທັງຫຼາຍ. ຈຸດປະສົງ ເພື່ອພ້ອມກັນອະນຸລັກສັດນ້ຳ-ສັດປ່າ, ຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າທຳມະຊາດ ຮັກສາສິ່ງແວດລ້ອມການປົກປັກຮັກສາທຳມະຊາດໃຫ້ມີຄວາມອຸດົມສົມບູນ.
SA Game
ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ນອກນັ້ນ, ຍັງເພື່ອອຸທິດສ່ວນບຸນກຸສົນໃຫ້ເຈົ້າກຳນາຍເວນ ແລະ ໃຫ້ຕົນເອງ ໃຫ້ມີອາຍຸໝັ້ນຍືນຍາວ ປາສະຈາກໂລກໄພໄຂ້ເຈັບ ປະສົບຜົນສຳເລັດຕາມຄວາມປາຖະໜາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຫ້ອງການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ.