ເຂດ​ເສດ​ຖະ​ກິດ ສາມ​ຫຼ່ຽນ​ຄຳ ສ້າງວຽກ​ໃຫ້​ແຮງ​ງານ​ລາວ​ຈຳ​ນວນ​ຫລາຍ

SA Game

ຮສສ

ສາມຫຼ່ຽມຄຳ ​ເປັນ​ເຂດ​ເສດ​ຖະ​ກິດ​ທີ່ສ້າງວຽກເຮັດງານທຳໃຫ້ແຮງງານລາວ​ເກືອບແສນຄົນ.

ໃນວັນທີ 23 ຕຸລາ 2021ຜ່ານມານີ້, ໄດ້​ມີກອງປະຊຸມຫາລື ເພື່ອເປັນການກຽມຮັບມືກັບການລົງທຶນ ແລະ ການປົກປ້ອງຜູ້ອອກແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງຮ່ວມກັບແຂວງ ແລະ ຜູ້ພັດທະນາ ຈັດກອງປະຊຸມຫາລື ກ່ຽວກັບການໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກໃນການດຳເນີນການຂຶ້ນທະບຽນ ເພື່ອຈົດນັບຈຳນວນຜູ້ອອກແຮງງານ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດ​ຖະ​ກິດ​ພິ​ເສດ​ສາມ​ຫຼ່ຽມ​ຄຳດັ່ງກ່າວ.

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ມີຄຳເຫັນ ໂດຍຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນ ລວມທັງການປະຕິ ບັດຕາມການຊີ້ນຳຂອງລັດຖະບານ ໃນການແກ້ໄຂບັນຫາແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເນື່ອງຈາກ ເຂດດັ່ງກ່າວມີການລົງທຶນຂະໜາດໃຫຍ່ ແລະ ສ້າງຜົນປະໂຫຍດອັນມະຫາສານໃຫ້ແກ່ການພັດທະນາເສດຖະກິດຢູ່ແຂວງບໍ່ແກ້ວ.

SA Game
ຮສສ

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ຖືເປັນການລົງທຶນຂະໜາດໃຫຍ່ ທີ່ອາດຈະສ້າງວຽກເຮັດງານທຳໃຫ້ກັບແຮງງານລາວ ແລະ ແຮງງານຕ່າງປະເທດ ເຖິງແສນກວ່າຄົນໃນອະນາຄົດ.

ດັ່ງນັ້ນ ການຂຶ້ນທະບຽນແຮງງານ, ການຈັດຫາງານວຽກເຮັດງານທຳ ແລະ ການກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອໃຫ້ສາມາດກຳໄດ້ສັນຍາແຮງງານ, ເງິນເດືອນພື້ນຖານ, ຜູ້ອອກແຮງງານໄດ້ຮັບການຄຸ້ມຄອງຕາມກົດໝາຍ ວ່າດ້ວຍແຮງງານ ແລະ ກົດໝາຍ ວ່າດ້ວຍການປະກັນສັງຄົມ ລວມທັງການຝຶກສີມືແຮງງານເຂົ້າສູ່ຕາມຕຳແໜ່ງງານ ເຊິ່ງທັງໝົດນີ້ ເປັນອີກວຽກໜຶ່ງທີ່ສຳຄັນ ທີ່ຖືກກຳນົດຢູ່ໃນວາລະແຫ່ງຊາດຂອງລັດຖະ ບານ ຕ້ອງໄດ້ປະຕິບັດໃຫ້ສຳເລັດຢ່າງຮີບດ່ວນ.

ທ່ານຍັງກ່າວຕື່ມວ່າ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຖືວ່າເປັນເຂດເສດຖະກິດທີ່ໃຫຍ່ທີ່ສຸດອີກເຂດໜຶ່ງຂອງ ສປປລາວ ດ້ວຍຈຳນວນການລົງທຶນທີ່ມະຫາສານ ແລະ ການນຳໃຊ້ແຮງງານ ທັງລາວ ແລະ ຕ່າງປະເທດຫລາຍສິບພັນຄົນ ແລະ ອາດເຖິງແສນຄົນໃນອະນາຄົດອັນໃກ້, ສະນັ້ນ ການຂຶ້ນທະບຽນແຮງງານ ຈະເຮັດໃຫ້ສາມາດເກັບກຳຂໍ້ມູນຂອງຜູ້ອອກແຮງງານທີ່ກຳລັງເຮັດວຽກ ຢູ່ເຂດເສດ ຖະກິດພິເສດສາມຫຼ່ຽມຄຳ ຢ່າງລະອຽດ ເຊັ່ນ: ຈຳນວນຜູ້ວ່າງງານ, ຜູ້ບໍ່ມີຫົວໜ່ວຍແຮງງານສັງກັດ, ຜູ້ຕ້ອງການຝຶກສີມືແຮງງານ, ຜູ້ຕ້ອງການສືບຕໍ່ເຮັດວຽກ ແລະ ຜູ້ຕ້ອງການກັບຄືນປະເທດ ຊຶ່ງຈະຊ່ວຍໃຫ້ສາມາດກຳນົດກົນໄກໃນການແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ .

SA Game
ຮສສ

ປັດຈຸບັນ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ສາມາດດຶງດູດການລົງທຶນໄດ້ທັງໝົດ 303 ບໍລິ ສັດ, ໃນນັ້ນ ພາຍໃນ 12 ບໍລິສັດ, ຕ່າງປະເທດ 290 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 1 ບໍລິສັດ, ກວມເອົາຂະແໜງອຸດສາຫະກຳ 5 ບໍລິສັດ, ຂະແໜງການຄ້າ 76 ບໍລິສັດ ແລະ ຂະແໜງບໍລິການ 222 ບໍລິສັດ.

ບໍລິສັດໂດຍມີທືນທັງໝົດຫລາຍກວ່າ 6,5 ຕື້ກວ່າໂດລາສະຫະລັດ ແລະ ໂດຍລົງທຶນຕົວຈິງແລ້ວ 1,8 ຕື້ກວ່າໂດລາສະຫະລັດ, ສາມາດສ້າງວຽກເຮັດງານທໍາໃຫ້ແຮງງານໄດ້ 51.238 ຄົນ ໃນນັ້ນ, ແຮງງານລາວ 19.984 ຄົນ ແລະ ແຮງງານຕ່າງປະເທດ 37.254 ຄົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຮສສ.