ເກີດ​ເຫດແຜ່ນດິນໄຫວຮຸນ​ແຮງຢູ່ເມືອງເງິນ ແຂວງໄຊຍະບູລີ

SA Game

ພາບ​: laoedaily.com

ແຜ່ນດິນໄຫວແຮງສັ່ນສະເທືອນ 4.9 ຣີກເຕີ ຢູ່ບໍລິເວນບ້ານປຸ່ງຟາດ ເມືອງເງິນ ແຂວງໄຊຍະບູລີ.

ໄດ້​ມີ​ລາຍ​ງາ​ນ​ຈາກ ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ ໄດ້​ລາຍ​ງານ​ແຜ່ນ​ດິນ​ໄຫວ​ຈາກ​ສູນ​ຂ່າວ​ສານ​ແຜ່ນ​ດິນ​ໄຫວ​ແຫ່ງ​ຊາດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໃນວັນທີ 07 ກໍລະກົດ 2021, ໄດ້ລາຍງານວ່າ ໄດ້​ມີການເກີດແຜ່ນດິນໄຫວພາຍໃນປະເທດລາວ ເວລາ 13:4 ໂມງ ຂອງໂມງທ້ອງຖິ່ນ.

ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ຈຸດສູນກາງເສັ້ນຂະໜານທີ 19.68 ອົງສາເໜືອ ແລະ ເສັ້ນແວງທີ 101.15 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 4.9 ຣີກເຕີ ມີຄວາມເລິກຫ່າງຈາກເທິງໜ້າດິນປະມານ 15 ກິໂລແມັດ.

ຈຸດສູນກາງທີ່ເກີດແຜ່ນດິນໄຫວ ຢູ່ບໍລິເວນບ້ານປຸ່ງຟາດ ເມືອງເງິນ ແຂວງໄຊຍະບູລີ ຊຶ່ງຈຸດເກີດເຫດແຜ່ນດິນໄຫວຫ່າງຈາກເທສະບານ ເມືອງເງິນ ປະມານ 8 ກິໂລແມັດ ແລະ ມີເຫດການແຜ່ນດິນໄຫວຂະໜາດນ້ອຍຕາມມາ (Aftershock) ຈຳນວນ 3 ຄັ້ງ.

SA Game
ພາບ​: laoedaily.com
  •  ໃນເວລາ 13:54:44, ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງເສັ້ນຂະໜານທີ 19.621 °N ແລະ ເສັ້ນແວງທີ 101.127°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.1 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 1 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນ ບ້ານນາງົວ ເມືອງເງີນ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງເງີນ ປະມານ 2 Km.
  •  ໃນເວລາ 14:09:47, ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງເສັ້ນຂະໜານທີ 19.626°N ແລະ ເສັ້ນແວງທີ 101.217°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.2 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 2 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນ ເມືອງເງີນ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງເງີນ ປະມານ 11 Km.
  •  ໃນເວລາ 14:12:18, ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງເສັ້ນຂະໜານທີ 19.638°N ແລະ ເສັ້ນແວງທີ 101.116°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 5 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນ ເມືອງເງີນ ແຂວງໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງເງີນ ປະມານ 3 Km.

ຈາກເຫດການແຜ່ນດິນໄຫວໃນເບື້ອງຕົ້ນ ຍັງບໍ່ມີລາຍງານຜົນເສຍຫາຍ; ເຊິ່ງເຫດການແຜ່ນດິນໄຫວຄັ້ງນີ້ ຈັດໃນແຜ່ນດິນໄຫວຂະໜາດນ້ອຍ ຫາ ປານກາງ ສາມາດສ້າງຄວາມເສຍໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la