ເກັບ​ກຳ​ຂໍ້​ມູນ​ການ​ສະ​ໜອງ​ສະ​ບຽງ​ອາ​ຫານ ຂອງ​ເມືອງຍອດ​ອູ ແຂວງຜົ້ງ​ສາ​ລີ

SA Game

laoedaily.com.

ແຂວງຜົ້ງສາລີ ລົງພື້ນ​ທີ່ເກັບກໍາຂໍ້ມູນການສະໜອງສະບຽງອາຫານ ຢູ່ເມືອງຍອດອູ.

ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ຫລວງ​ຫລາຍ​ໃນ​ທຸກ​ພື້ນ​ທີ່​ທົ່ວ​ປະ​ເທດ, ແລະ ແຂວງ​ຜົ້ງ​ສາ​ລີ​ກໍ​ເປັນ​ແຂວງ​ໜຶ່ງ​ທີ່ໄດ້​ຮັບ​ຜົນ​ກະ​ທົບ ແລະ ​ມີ​ຄວາມ​ຂາດ​ເຂີນຫລາຍ​ທາງ​ດ້ານ​ສະ​ບຽງ​ອາ​ຫານ, ເຊິງກ່ອນໜ້ານີ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ໄດ້ແຈ້ງການວ່າດ້ວຍການເກັບກຳ ຂໍ້ມູນສະຖິຕິ ການສະໜອງສະບຽງອາຫານ ພາຍໃນເທດສະບານເມືອງໃນໄລຍະທີ່ປະຊາຊົນຕົກທຸກໄດ້ຍາກຄືມີການລະບາດຂອງພະຍາດໂຄວິດ-19 ນີ້.

ທາງ​ແຂວງ​ຜົ້ງ​ສາ​ລີ​ກໍ​ບໍ່​ໄດ້​ປ່ອຍ​ປະ​ລະ​ເລີຍ ແລະ ໄດ້​ຈັດ​ທິມເພື່ອຕິດຕາມ ຄຸ້ມຄອງການຂຶ້ນລາຄາສິນຄ້າໂດຍບໍ່ໄດ້ຮັບອະນຸຍາດ, ຕິດຕາມການສະໜອງສະບຽງອາຫານພາຍໃນໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກໃນໄລຍະທີ່ມີຄວາມຫຍຸ້ງຍາກນີ້ໄດ້ຮັບຜົນກະທົບນ້ອຍທີ່ສຸດຈາກ​ການ​ລະ​ບາດ​ຂອງ​ໂຄວິດ-19 ແລະ ຊອກ​ຫາ​ວິ​ທີ່​ທາງ​ເພື່ອ​ແກ້​ໄຂ ແລະ ປ້ອງ​ກັນ​ໄວ້.

SA Game
laoedaily.com.

ໃນຕອນເຊົ້າຂອງວັນທີ 19 ຕຸລາ 2021 ທີມງານຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງຍອດອູ ນຳພາໂດຍ ທ່ານ ໄລຄຳ ບຸນພາໄຊຊົນ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ຍອດອູ, ແລະ ພະນັກງານແຂວງ ສົມທົບກັບພະນັກງານເມືອງ ໃນແຕ່ລະໜ່ວຍງານຈິ່ງໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນສະຖິຕິກໍາລັງການ ຊື້-ຂາຍ ສະພາບການສະໜອງ ແລະ ຄວາມຕ້ອງການ ສິນຄ້າອຸປະໂພກ, ບໍລິໂພກ ຢູ່ຕະຫຼາດເທດສະບານເມືອງຍອດອູ, ໂດຍໄດ້ແຍກລະອຽດແຕ່ລະປະເພດຄື: ສິນຄ້ານໍາເຂົ້າ ແລະ ສິນຄ້າທີ່ຜະລິດສະໜອງພາຍໃນເທດສະບານເມືອງຍອດອູເປັນປະຈໍາວັນ, ເພື່ອສ້າງຄວາມເຂັ້ງແຂງໃຫ້ກັບຄະນະຮັບຜິດຊອບຄຸ້ມຄອງ ແລະ ຈັດສັນຕະຫຼາດ ແລະ ປັບປຸງລະບຽບການຄຸ້ມຄອງຕະຫຼາດ ໃຫ້ຖືກຕ້ອງສອດຄ່ອງຕາມສະພາບຄວາມເປັນຈີງ.

SA Game
laoedaily.com.

ພ້ອມດຽວກັນຍັງໄດ້ປັບປຸງບຸກຄະລາກອນໜ່ວຍງານຄຸ້ມຄອງຕະຫຼາດ ໃຫ້ສາມາດຈັດຕັ້ງປະຕິບັດ ຕາມສິດ ແລະ ພາລະບົດບາດ ໃຫ້ເປັນລະບົບ ແລະ ທົ່ວເຖິງ; ເພື່ອເປັນການຄາດຄະເນການດຸ່ນດ່ຽງສະບຽງອາຫານຢູ່ພາຍໃນເມືອງຍອດອູ ທີ່ຂື້ນກັບແຂວງຜົ້ງສາລີ ໃຫ້ສາມາດພະຍາກອນໄດ້ຖືກຕ້ອງຕາມສະພາບຕົວຈິງ ແລະ ຊັດເຈນໃນແຕ່ລະໄລຍະ ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາ ວຽກງານອຸດສາຫະກໍາ ແລະ ການຄ້າ 5 ປີ (2021-2025) ໃຫ້ປະກົດຜົນເປັນຈິງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.