ຮູບປັ້ນເຈົ້າມະຫາຊີວິດສີຼສະຫວ່າງວົງສ໌ ທີ່ໂພນຕ້ອງຍັງບໍ່ທັນແລ້ວສົມບູນ

SA Game

Art and Culture of Laos

ຍັງຫລໍ່ບໍ່ແລ້ວ ຮູບປັ້ນຫລໍ່ເຈົ້າມະຫາຊີວິດສີຼສະຫວ່າງວົງສ໌ ສ້າງຢູ່ນະຄອນຫລວງວຽງຈັນທີ່ໂຮງຫລໍ່ໂພນຕ້ອງ

ຮູບຫຼໍ່ (ພຣະບໍຣົມມະຮູບ) ຂອງພຣະບາດສົມເດັດພຣະເຈົ້າສີສະຫວ່າງວົງສ໌ ພຣະເຈົ້າມະຫາຊີວິດພຣະຣາຊະອານາຈັກລາວ ລ້ານຊ້າງຮົ່ມຂາວ, (ສ້າງຂຶ້ນປີໃດບໍ່ຊາບ) ຊາບພຽງວ່າສ້າງຂຶ້ນກ່ອນ ພຣະບໍຣົມມະຮູບຂອງພຣະອົງ ຊົງປະປະທານຣັດຖະທຳມະນູນ ທີ່ສວນສາທາລະນະສີເມືອງນັ້ນ ຫາກສັນນິຖານກໍຄົງປິ 1970,  ເທົ່າທີ່ເຫັນນັ້ນລັກສະນະພຣະບໍຣົມມະຮູບນີ້ ເປັນລັກສະນະດຽວກັນກັບທີ່ສວນສາທາລະນະ ສີເມືອງນັ້ນແລ ຄືຮູບຊົງປະທັບຢືນ.

ໄດ້ຍິນທ່ານພໍ່ເຖົ້າສິງກະໂປ ສີໂຄດຈຸນລະມະນີ ເວົ້າໃຫ້ຟັງ ເມື່ອປີ 1991 ຈັງຊີ້ ”ຮູບຫຼໍ່ພຣະເຈົ້າສີສະຫວ່າງວົງນີ້ ແມ່ນລັດຖະບານຣາຊະອານາຈັກ ຈັດສ້າງ ຫຼໍ່ໂດຍນາຍຊ່າງລາວສະໄໝນັ້ນ, ເມື່ອສ້າງເສັດ ແຕ່ຍັງບໍ່ທັນສຳເຣັດຄັກ ແລະຍັງບໍ່ທັນປະດິດສະຖານ(ຕັ້ງ) ພຣະເຈົ້າມະຫາຊີວິດສີສະຫວ່າງວັດທະນາ ຊົງທອດພຣະເນດ ຄາວສະເດັດບຸນນະມັດສະການພຣະທາດຫຼວງ ແລ້ວຊົງທັກທ້ວງວ່າ (ບໍ່ຄືພໍ່ເຮົາເລີຍ) ທໍ່ນັ້ນເອງທາງລັດຖະບານສະໄໝ(ຣັດບານສະໄໝຣາຊະອານາຈັກ) ນັ້ນກໍລະງັບການສ້າງ ແລະປະດິດສະຖານ ແລ້ວຈຶ່ງທຳການສ້າງໃໝ່ ໂດຍສັ່ງຫຼໍ່ມາຈາກ ໂຊຫວຽດ ມາໄວທີ່ສີເມືອງ” (ເວົ້າຕາມຟັງມາ ແລະຈື່ໄດ້ ໄດ້ຍິນທີ່ວັດພຣະທາດຫຼວງເໜືອ ມະຫາກະດີ ຫ້ອງປະຊຸມ ຊັ້ນສອງ)

SA Game
Art and Culture of Laos

ເວົ້າຕາມທີ່ເຫັນເອງ: ຂ້າພະເຈົ້າຮູບຫຼໍ່ດັ່ງກ່າວນີ້ຄັ້ງນອນຢູ່ໃນໂຮງເກັບມ້ຽນ ເຮັດດ້ວຍໄມ້ ຢູ່ກາງວັດທາດຫຼວງໃຕ້, ປະມານປີ 1986 ນີ້ລະຕອນກາງຄືນມາບຸນພຣະທາດຫຼວງ ກໍສົນໃຈສັງເກດ ເບິ່ງຄັກແນ່.

ປີ 1992 ມີຄົນຄົນສັດທາ ຢາກຈະເອົາຮູບດັ່ງກ່າວນີ້ ປະດິດສະຖານຢູ່ຕັ້ງຂຶ້ນ ແຕ່ຍ້ອນສະພາບການ ສະຖານທີ່ບໍ່ເອື້ອອຳນວຍ ຕໍ່ມາຫຼາຍຝ່າຍຈຶ່ງຕົກລົງໃນກອງປະຊຸມ ເຄື່ອນຍ້າຍໄປໄວ້ທີ່ ກົມຜລິດຕະພັນສິນຊ້າງສາມຫົວ (ທີ່ປະດິດສະຖານພຣະເຈົ້າຟ້າງູ່ມ ດຽວນີ້ນີ້ລະ) ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງ ຖວ, ແລະກົມຜລິດຕະພັນສິນ, ຄືຊິເປັນຍ້ອນການເຄື່ອນຍ້າຍຍາກ ບໍ່ສະດວກຫຼືຈັງໃດບໍ່ຮູ້ ຈຶ່ງຕ້ອງຕັດເຄິ່ງຍັງຫຼືອເທົ່າທີ່ເຫັນ, ສ່ວນທ່ອງລ່າງ ສະພາບບໍ່ງາມ ຖິ້ມກະບໍ່ສົມ ທາງໂຮງການຜລິດຕະພັນສິນເອົາໄປເຮັດປະໂຫຍດອຶ່ນ ຄືຫຼໍ່ພຣະ (ໄດ້ຮັບຄຳບອກເລົ່າຈາກຜູ້ຫຼໍ່ ແລະກະເຫັນພຣະທີ່ເຂົາຫຼໍ່ກັບຕາ ເພາະເຂົາມານິມົນພໍ່ທ່ານປະທານສູນກາງ ອພສ ໄປເບິ່ງ ຜູ້ຂຽນເປັນເລຂາ ກໍໄປນຳຕອນນັ້ນ) ເຂົາບອກວ່າ ຕົ້ມທອງບໍ່ເປື່ອຍໃນຂັ້ນແຮກ, ເຂົາບອກວ່າເຮັດທຸກວິທີທາງ ຈຶ່ງຕົ້ມທອງເປື່ອຍ(ນາຍຊ່າງ ເຂົາວ່າງຶດ ເພາະທຳຕາມວິຊາການທຸກຢ່າງ) ບາດຍົກທຽນຂັນຫ້າແລ້ວກັບຕົ້ມເປື່ອຍ ແລ້ວບາດຫຼໍ່ພຣະແລ້ວທອງບໍ່ຕິດກັນ ເປັນຮູບພຣະ ແຕ່ບໃຊ້ການບໍ່ໄດ້(ພຣະທີ່ຖືກຫຼໍ່ນັ້ນະເຫັນດ້ວຍຕົນເອງຄືກັນໄປລູບໄປຄຳເບິ່ງ ກະເຫັນກະປູດກະເປົາ ອົງອື່ນທີ່ໃຊ້ທອງອື່ນພັດສວຍງາມ).

ຕໍ່ມາເມື່ອທາງ ກະຊວງ ຖວ ໄດ້ເອົາສະຖານນັ້ນ ເປັນສວນທາລະນະພຣະເຈົ້າຟ້າງູ່ມ ຈຶ່ງໄດ້ຍ້າຍໄປຫຼັກ 5 ຈອມມະນີນັ້ນ ຄຳຕອບສຸດທ້າຍແມ່ນຢູ່(ໂຮງງານບໍລິສັດຜລິດຕະພັນສິນ ຫຼັກ 5)
(ເລື່ອງແປກ)

ປິ 1991 ກາງຄໍ່າຄືນຕອນເດິກຂອງຄືນແຫ່ທຽນບຸນນະມັດສະການພຣະທາດຫຼວງນັ້ນ (ບ່າຍໂມງກາງຄືນປາຍໄປແລ້ວ) ມີຄົນຮູ້ຈັກກັນພາ ຊາຍຄົນໜຶ່ງມາຫາພ້ອມ ຂັນທຽນມາປຸກ ກໍລຸກຕ້ອນຮັບເຂົາ ບອກຈຸດປະສົງແລ້ວ ເຂົາກໍເລົ່າເລື່ອງລາວໃຫ້ຟັງວ່າ “ຕອນຫົວຄໍ່າ ພາແຟນສາວມາທ່ຽວງານບຸນ(ພວກເຂົາມາຈາກຊານເມືອງພຸ້ນ) ທຳບຸນ ວຽນທຽນ ຢູ່ເດີ່ນພຣະທາດຫຼວງນັ້ນ ພໍດີແຟນຂອງເຂົາກໍປວດຖ່າຍເບົາ ກໍເຂົ້າໄປວັດທາດຫຼວງໃຕ້ຫັ້ນ ຄົນຫຼາຍ ເຂົ້າຫ້ອງນໍ້ານຳບໍ່ທັນປວດເບົາແຮງແຟນກໍໄປເບົາທີ່ຮົ່ມຕົ້ນໄມ້ບ່ອນທີ່ເຂົາມຸງນັ້ນ (ອາຈານສັງເກດຕາມຄຳໃຫ້ການ ກໍແມ່ນບ່ອນຮູບຫຼໍ່ນີ້ລະ) ຫຼັງຈາກນັ້ນບໍ່ເທົ່າໃດແຟນບອກ ວ່າເຈັບທ້ອງ ກໍຍັງທ່ຽວທີ່ງານຕະຫຼາດນັດຢູ່ ຈົນເຕີບອາການເຈັບທ້ອງກໍແຮງຂຶ້ນ ຈຶ່ງພາໄປ ໂຮງໝໍມະໂຫສົດ ທາງໂຮງໝໍກວດເຊັກບໍ່ປາກົດເຫັນມີອາການຫຍັງຜິດປົກກະຕິ ໃຫ້ຢາ ແລະໃສ່ນໍ້າທະເລ ນອນຢູ່ໂຮງໝໍພຸ້ນ ອາການກໍບໍ່ເຊົາແຖມຍັງແຮງຂຶ້ນ ມີຫຼາຍຄົນໃຫ້ຄວາມ ເຫັນວ່າ ອາດມີອັນແຕະຕ້ອງບໍຫຼືບໍ່ ຈົນແຟນມາບອກວ່າ ເຄື່ອງລັບຜູ້ຍິງຂອງແຟນໃຄ່ຂຶ້ນ ຜິດປົກກະຕິ ຈຶ່ງຄິດວ່າຕ້ອງມິອັນຜິດ ຈຶ່ງມາຫາໝູ່ນີ້ ແລະໝູ່ກະພາມາຫາ ອາຈານໃຫ້ອາ ຈານຊ່ວຍແນ່ ຂ້າພະເຈົ້າກໍສົງໄສວ່າ ຕ້ອງເປັນນຳໄປຖ່າຍເບົາໃນສະຖານທີ່ນັ້ນ ກໍພາເຂົາໄປວັດທາດຫຼວງໃຕ້ ເຂົາບອກຈຸດທີ່ແຟນເຂົາຖ່າຍເບົາ ສັງເກດຄັກກໍພໍດີບ່ອນສຽນ ຂອງຮູບຫຼໍ່ນັ້ນໂລດ ຂ້າພະເຈົ້າກໍລອງພາເຂົາຄາລະວະແລ້ວ ເຂົາກໍກັບໄປ, ຕື່ນເຊົ້າຂອງວັນໃໝ່ ເຂົາພາເເຟນເຂົາມາລາ ກ່ອນຈະກັບໄປບ້ານ ໄດ້ບອກວ່າ ຫຼັງຈາກເຂົາກັບຈາກອາຈານໄປ ຍັງບໍ່ທັນຮອດໂຮງໝໍອາການເຈັບຂອງແຟນເຂົາເຊົາປານປິດຖິ້ມ. (ອັນນີ້ເລົ່າໃຫ້ຟັງ ຕາມທີ່ໄດ້ຮູ້ ບໍ່ໄດ້ແນະນຳທາງຜິດ ຄົງຈະບໍ່ວ່າກັນ)
ຂໍ້ມູນຈາກ ພຣະອາຈາຣຍ໌ເນື່ອງ Ariya Ariya Lukxaodone 16/02/2014

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Art and Culture of Laos