ຮີບດ່ວນ! ຕະຫລາດນັດແຮງງານໄດ້ເປີດຂື້ນແລ້ວໂດຍສະຖາບັນຂົງຈື.

SA Game

ພາບ: ຊີ​ອາ​ໄອ

ຕະຫຼາດນັດແຮງງານເພື່ອໃຫ້​ໂອ​ກາດ​ບັນ​ດິດ​ໃໝ່ ແລະ ຜູ່​ທີ່​ຕ້ອງ​ການ​ວຽກ​ເຮັດ.

ສະ​ຖາ​ບັນ​ຂົງ​ຈື​ໄດ້ຈັດງານຕະຫຼາດ ນັດແຮງງານ​ ເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບໃໝ່ ຫຼື ຜູ້ທີ່ກໍາລັງຕ້ອງການຊອກວຽກເຮັດງານທຳ​ໃນ​ປະ​ຈຸ​ບັນ​ໄດ້​ມີ​ໂອ​ກາດ​ໃນ​ການ​ເຂົ້າ​ຫາ​ຂໍ້​ມູນ​ຕ່າງໆ, ໃນວັນທີ 13 ພະຈິກ 2020 ນີ້, ຢູ່ສະຖາບັນ​ຂົງຈື​ ມະຫາວິທະຍາໄລແຫ່ງຊາດ​.

ເປັນກຽດເຂົ້າຮ່ວມໂດຍ ທ່ານ​​ ສຈ.ປອ. ສົມສີ ຍໍພັນໄຊ ອະທິການບໍດີ​ ມະຫາວິທະຍາໄລແຫ່ງຊາດ, ທ່ານ​ ເສິນຊິນຫຼູ ປະທານສະພາການຄ້າກວາງຊີ ສປ​ ຈີນ​ ປະຈໍາ ລາວ,​ ທ່ານ​ ຄໍາຮຸ່ງ ຈັນທະ​ວົງ​ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ແລະ​ທ່ານ​ ໂຫລໝິງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍ​ຈີນ,​ ມີບັນດາບໍລິສັດ ຫ້າງຮ້ານຕ່າງໆ ພ້ອມດ້ວຍພະນັກງານ,​ ຄູອາຈານ​ ແລະ​ນັກສຶກສາເຂົ້າຮ່ວມ.​

SA Game
ພາບ: ຊີ​ອາ​ໄອ

ໃນໂອກາດດັ່ງກ່າວ,​ ທ່ານ​​ ອະທິການບໍດີ ມຊ ​ ໄດ້ກ່າວວ່າ: ການຈັດງານຕະຫລາດນັດແຮງງານ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ແລະເພື່ອເປັນການເປີດໂອກາດໃຫ້ແກ່ນັກສຶກສາທີ່ຮຽນຈົບມາຈາກພາຍໃນ ແລະ​ຕ່າງປະເທດ ຫຼື ຜູ້ທີ່ຕ້ອງການຊອກວຽກເຮັດງານທຳ ໃຫ້ໄດ້ມີໂອກາດມາສະໝັກຊອກວຽກຕາມທີ່ຕົນເອງຕ້ອງການໄດ້, ພ້ອມນັ້ນ ຍັງສາມາດຕອບສະໜອງໄດ້ຕາມສາຍຮຽນທີ່ຕົນເອງຮຽນຈົບມາ​ ແລະ​ໄດ້ນຳໃຊ້ຄວາມຮູ້ຄວາມສາມາດທີ່ຕົນເອງມີ ມານຳໃຊ້ໃຫ້ເກີດຜົນປະໂຫຍດຢ່າງສູງສຸດ.​

ທ່ານກ່າວຕື່ມວ່າ: ສໍາລັບງານໃນຄັ້ງນີ້ ມີ 24 ບໍລິສັດເຂົ້າຮ່ວມ, ມີທັງບໍລິສັດລາວ ແລະ​ບໍລິສັດຈີນທີ່ດຳເນີນທຸລະກິດຢູ່ລາວ ມາເປີດຮັບສະໝັກພະນັກງານ.​ ນອກຈາກເປີດຮັບສະໝັກພະນັກງານແລ້ວ ຍັງໄດ້ມີການວາງສະແດງຜະລິດຕະພັນຂອງບໍລິສັດນຳອີກ ເຊິ່ງເປັນການເປີດໂອກາດໃຫ້ແກ່ນັກສຶກສາ ໄດ້ສຶກສາຮຽນຮູ້ ແລະ​ເຂົ້າໃຈທ່າແຮງຂອງແຕ່ລະບໍລິສັດ ກ່ອນທີ່ຈະຕັດສິນໃຈສະໝັກເຮັດວຽກກັບບໍລິສັດໃດໜຶ່ງ

ເຊິ່ງເປັນການຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດໄດ້ເປີດກວ້າງ ໃນການຮັບພະນັກງານທົ່ວໄປໃນສັງຄົມ​, ຖືວ່າເປັນແນວທາງນະໂຍບາຍຂອງພັກ ແລະ​ລັດຖະບານລາວ ໄດ້ກະຕຸກຊຸກຍູ້ສົ່ງເສີມຕະຫຼອດມາ ແລະມັນເປັນການເປີດໂອກາດອັນກວ້າງໃຫ້ທຸກຄົນ ໄດ້ມີສິດເຂົ້າເຖິງແຫຼງວຽກເຮັດງານທຳດ້ວຍຕົນເອງ ໂດຍເໝາະສົມກັບສິ່ງທີ່ຕົນເອງຖະໜັດ ຫຼື ຕາມຄວາມສາມາດທີ່ຕົນເອງມີ ເພື່ອຊ່ວຍໃຫ້ຜູ້ທີ່ຮຽນຈົບມາ ໄດ້ໃຊ້ຄວາມຮູ້ຄວາມສາມາດເຂົ້າໃນການເຮັດວຽກງານຕົວຈິງ.​

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ຊີອາໄອ