ຮີດ 12 ຄອງ 14 ປະເພນີວັດຖະນະທຳຂອງບັນພະບູລຸດລາວ

SA Game

ພາບ: www.allinlaos.com

ຮີດ 12 ຄອງ 14 ມໍລະດົກຮີດຄອງປະເພນີຂອງບັນພະບູລຸດລາວ.

ເຊືອວ່າຄົນລາວເຮົາເກືອບທຸກຄົນຕ້ອງເຄີຍໄດ້ຍິນຄຳນີ້ຄຳວ່າ ຮີດ 12 ຄອງ 14 ທີ່ຜູ້ເຖົ້າເພິ່ນມັກເວົ້າມັກບອກມັກສອນລູກໆຫລານໆ ຮຸ່ນຕໍ່ຮຸ່ນມາຫລາຍຊົວອາຍຸຄົນ ແລະ ກໍເຊືອອີກວ່າຄົງຍັງມີອີກຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ.

ເຊິ່ງ ຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ທັງພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມແລ້ວກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນ ເອງ.

SA Game
ພາບ: www.allinlaos.com

ຮີດ ມາຈາກຄຳບາລີທີ່ວ່າ: ຈາປິດຕະ ເປັນໄດ້ທັງຄຳນາມ ແລະ ຄຳກະລິຍາ ຮີດ12 ໝາຍເຖິງປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າພາຍໃນ 12ເດືອນ ເພິ່ນຈະນັບເອົາຕາມເດືອນລາວ ບໍ່ແມ່ນເດືອນສາກົນ ເປັນຕົ້ນແມ່ນ

  1. ເດືອນຈຽງ: ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າເຂົ້າປະລິວາດຊະກຳ.
  2. ເດືອນຍີ່: ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ, ບຸນງະ ບຸນລະປືມ(ລາວເທິງພາກໃຕ້) ບຸນກະເລີ (ລາວເທິງພາກເໜືອ)
SA Game
ພາບ: www.allinlaos.com
  1. ເດືອນສາມເພັງ: ເຮັດບຸນເຂົ້າຈີ່ ບຸນມາຂະບູຊາ ບຸນວັດພູຈຳປາສັກ
  2. ເດືອນສີ່: ເຮັດບຸນພະເວດ ຫຼື ບຸນມະຫາຊາດ
  3. ເດືອນຫ້າ: ເຮັດບຸນປີໃໝ່ລາວ ຫຼື ບຸນກຸດສົງການ
  4. ເດືອນຫົກ: ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ
  5. ເດືອນເຈັດ: ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງ ປູ່ຕາ (ກຽມເຮັດໄຮ່ເຮັດນາ)
  6. ເດືອນແປດ: ເຮັດບຸນເຂົ້າພັນສາ
  7. ເດືອນເກົ້າ: ເຮັດບຸນເຂົ້າປະດັບດິນ
  8. ເດືອນສິບ: ເຮັດບຸນເຂົ້າສະຫຼາກ
  9. ເດືອນສິບເອັດ: ເຮັດບຸນອອກພັນສາ
  10. ເດືອນສິບສອງ: ເຮັດບຸນກະຖິນ ບຸນພະທາດຫຼວງ.
SA Game
ພາບ: www.allinlaos.com

ວ່າ ດ້ວຍຄອງ 14 ແມ່ນມີຄື: ຄອງ 14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງ ຂອງພະລາຊາ, ສຳຄົນຄົນທົ່ວໄປແມ່ນໜ້າທີ່ຂອງໝົດທຸກຄົນຈະຕ້ອງປະພຶດປະຕິບັດຕໍ່ ກັນເຊັ່ນ: ຄູ່ຜົວ ເມຍ ຊາວບ້ານ ຄອບຄົວເຮືອນຊານ ແລະວັດວາອາຮາມສາສະໜາ ລາຍລະອຽດຄືລຸ່ມນີ້:

SA Game
ພາບ: www.allinlaos.com
  1. ເມື່ອພືດໂພດເຂົ້າກ້າໝາກໄມ້ເປັນຮວງເປັນໝາກມາແລ້ວ ຕົນຢ່າຟ້າວກິນກ່ອນໃຫ້ເອົາທຳບຸນໃຫ້ທານແກ່ທ່ານຜູ້ມີສິນກິນ ກ່ອນ ແລ້ວຕົນຈິ່ງກິນພາຍລຸນ ແຕ່ປັດຈຸບັນບໍ່ຄ່ອຍປະຕິບັດຕາມແລ້ວ.
  2. ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າກ້າແຂງໃສ່ກັນ.
  3. ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາຮາມ ແລະເຮືອນແຫ່ງຕົນດ້ວຍການປຸກຫໍບູຊາເທວະດາໃນສີ່ແຈເຮືອນ
  4. ເມື່ອຈະຂຶ້ນເຮືອນນັ້ນໃຫ້ຊ່ວຍລ້າຕີນເສຍກ່ອນແລ້ວຈິ່ງຂຶ້ນ
  5. ເມືອເຖິງວັນສິນ 7-8-14-15ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ອາໄສຢູ່ທຸກເຊົ້າຄໍ່າວັນຄືນ.
  6. ເມື່ອຈະເຂົ້ານອນນັ້ນໃຫ້ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນເສຍກ່ອນ ແລ້ວຈິ່ງເຂົ້ານອນ ເຊິ່ງປັດຈຸບັນບໍ່ນິຍົມໃຊ້ແລ້ວ
  7. ເຖິງວັນສິນໃຫ້ເອົາດອກໄມ້ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸໂປສົດພະສົງຂອງ ອົງຄະເຈົ້າ ໃຫ້ແຕ່ງຂັນດອກໄມ້ທູບທຽນໄປເຄນສັງຄະເຈົ້າ
  8. ເຖິງວັນສິນດັບສີນເພັງມາໃຫ້ນິມົນພະສັງຄະເຈົ້າມາສູນມຸງຄຸນເຮືອນ ແລ້ວທຳບຸນໃສ່ບາດຖວາຍທານ.
  9. ເມື່ອພະສົງມາບິນທະບາດນັ້ນຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ບາດກໍຢ່າໃຫ້ ຊູນບາດ ຊູນພິກຂຸສາມະເນນ ແລະ ຍາມໃສ່ບາດນັ້ນຢ່າໄດ້ໃສ່ເກີບ ກັ້ງຄັນຮົ່ມ ບໍ່ເອົາຜ້າປົກຫົວ ບໍ່ອູ້ມລູກຫຼານ ແລະຖືສາດຕາວຸດຕ່າງໆ.
  10. ເມື່ອພິກຂຸເຂົ້າປະລິດວາສະກຳຊຳລະເນື້ອຕົວແລ້ວເວລາອອກປະລິວາສະ ກຳໃຫ້ມີຂັນດອກໄມ້ທູບທຽນ ແລະເຄື່ອງອັດທະປະລິຂານໄປຖວາຍ.
SA Game
ພາບ: www.allinlaos.com
  1. ເມື່ອພິກຂຸສັງຄະເຈົ້າກາຍມາ ໃຫ້ນັ່ງລົງຍໍມືໄຫວ້ກ່ອນ ແລ້ວຈິ່ງຄ່ອຍເຈລະຈາ.
  2. ຢ່າຢຽບເງົາເຈົ້າພິກຂຸສຳມະເນນ.
  3. ຢ່າເອົາອາຫານເງື່ອນຂອງຕົນກິນແລ້ວໄປທານໃຫ້ສັງຄະເຈົ້າແລະຢ່າເອົາໄວ້ຄອຍໃຫ້ຜົວກິນ.
  4. ຢ່າເສບກາມມະຄຸນໃນວັນສິນ ວັນເຂົ້າວັດສາ ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່.

ທັງໝົດ ເຫຼົ່ານັ້ນແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບຖືມາແຕ່ດຶກດຳບັນ ຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ຖືກກັບຮີດຄອງປະເພນີອັນດີງາມຂອງຊາດຕະຫຼອດມາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

ຂອບ​ໃຈແຫລ່ງ​ທີ່​ມາ​: www.allinlaos.com