ຮອງລັດຖະມົນຕີ​ຢ້ຽມ​ຢາມ​ສະ​ຖາ​ນີ​ລົດ​ໄຟ​ລາວ-ຈີນ​ຢູ່​ດ່ານ​ສາ​ກົ​ນ ຫຼວງ​ນ້ຳ​ທາ

SA Game

laoedaily.com

ຮອງລັດຖະມົນຕີກະຊວງການຕ່າງປະເທດ​ຢ້ຽມສໍາຫຼວດສະຖານີລົດໄຟລາວ-ຈີນ ຢູ່ເຂດດ່ານສາກົນບໍ່ເຕ່ນ.

ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ສຳ​ເລັດ​ກາ​ນກ​ໍ່​ສ້າງ ແລະ ກະ​ກຽມ​ທີ່​ຈະ​ເປີດ​ນຳ​ໃຊ້​ແລ້ວ​ໃນ​ເດືອນ​ໜ້າ​ນີ້, ແລະ ໄດ້​ມີ​ການ​ແລນ​ທົດ​ລອງ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ, ຖື​ວ່າ ສ​ປ​ປ​ລາວ ເປັນ​ບາດ​ກ້າວ​ອັນ​ໃຫຍ່​ໃນ​ການ​ທີ່​ຈະ​ກ້າວ​ໄປ​ສູ່​ບັນ​ດາ​ປະ​ເທດ​ສະ​ດວກ​ຂື້ນ.

ໃນວັນທີ 18 ພະຈິກ 2021, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຄະນະຮັບຜິດຊອບຫຼັກ ໃນການຄົ້ນຄວ້ານໍາສະເໜີຂັ້ນເທິງອະນຸມັດສ້າງຕັ້ງດ່ານສາກົນ ໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ນໍາພາຄະນະວິຊາການຈາກສູນກາງ ເຊັ່ນ:

ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ , ກະຊວງປ້ອງກັນຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ກະຊວງການເງິນກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງສາທາະລະນະສຸກ ລົງ ສຳຫຼວດເກັບກຳຂໍ້ມູນ ຢູ່ພື້ນທີ່ຕົວຈິງ ບໍລິເວນທີ່ຈະສ້າງຕັ້ງເປັນດ່ານສາກົນທາງລົດໄຟລາວ-ຈີນ ທີ່ສະຖານີລົດໄຟບໍ່ເຕ່ນ ແຂວງ ຫຼວງນໍ້າທາ ເພື່ອນໍາສະເໜີລັດຖະບານພິຈາລະນາອະນຸມັດ ຕາມລະບຽບຫຼັກການ.

SA Game
laoedaily.com

ການສ້າງຕັ້ງດ່ານສາກົນທາງລົດໄຟ ລາວ-ຈີນ ຈະເປັນຜົນດີຫຼາຍຢ່າງໃຫ້ແກ່ສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າ ໄດ້ໄປມາຫາສູ່ເຊິ່ງກັນ ແລະກັນຢ່າງສະດວກສະບາຍ ແລະ ປະຢັດເວລາ, ທັງເປັນຜົນດີຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເຊິ່ງຈະເປັນຂົວຕໍ່ໃນການດຶງດູດເອົານັກລົງທຶນຕ່າງປະເທດ ເຂົ້າມາລົງທຶນໃນຂະແໜງການຕ່າງໆເພີ່ມຂຶ້ນ, ລວມເຖິງການນໍາເຂົ້າ ແລະ ສົ່ງອອກສິນຄ້າຈາກ ສປປ ລາວ ໄປ ສປ ຈີນ ແລະ ປະເທດຕ່າງໆໃນໂລກຢ່າງສະດວກສະບາຍ.

SA Game
laoedaily.com

ພ້ອມນັ້ນ, ກໍເປັນການສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນບັນດາເຜົ່າໃນການທຳການຜະລິດ ຂາຍ ເປັນສິນຄ້າ ເພື່ອແກ້ໄຂ ແລະ ຍົກສູງຊິວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເທື່ອລະກ້າວ. ຜ່ານການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງສ່ວນຫຼາຍແມ່ນມີຄວາມພ້ອມ, ແຕ່ບາງໜ້າວຽກຍັງຈະໄດ້ສືບຕໍ່ຈັດຕັ້ງຫຼັງການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການໃນວັນທີ 3ທັນວາ 2021 ນີ້.

SA Game
laoedaily.com

ໃນໂອກາດມາເຄື່ອນໄຫວວຽກງານໃນຄັ້ງນີ້ ຄະນະໄດ້ຮັບການຕ້ອນຮັບຈາກ ທ່ານ ອ່ອນຈັນ ຄຳພາວົງ ຮອງ ເຈົ້າແຂວງຫຼວງນໍ້າ ພ້ອມດ້ວຍຄະນະ ແລະ ຜູ້ພັດທະນາໂຄງການທາງລົດໄຟລາວ-ຈີນ ຢ່າງອົບອຸ່ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao people’s Army News