ຮອງປະທານປະເທດໄດ້​ຮັບຫຼຽນ​ກຽດ​ຕິ​ຄ​ຸນ​ອາ​ທິດ​ອຸ​ໄທ​ຈາກລັດຖະບານຍີ່ປຸ່ນ

SA Game

ຂ​ປ​ລ

ຍີ່ປຸ່ນ ມອບຫລຽນກຽດຕິຄຸນກຽດຕິຍົດສູງສຸດ ຂອງພົນລະເຮືອນຍີ່ປຸ່ນ ໃຫ້ຮອງປະທານປະເທດ

ໃນວັນທີ 20 ມັງກອນ 2023, ລັດຖະບານຍີ່ປຸ່ນ ໄດ້ມອບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ເຊິ່ງເປັນລາງວັນກຽດຕິຍົດສູງສຸດ ຂອງພົນລະເຮືອນຍີ່ປຸ່ນ ໃຫ້ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໂດຍໄດ້ຈັດພິທີມອບຫລຽນກຽດຕິຄຸນດັ່ງກ່າວຢ່າງເປັນທາງການ ເຊິ່ງຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ມອບໂດຍ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ.

ໃນພິທີ ທ່ານ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມຍິນດີ ຕໍ່ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ສະແດງຄວາມຂອບໃຈ ຕໍ່ກັບການປະກອບສ່ວນຢ່າງພົ້ນເດັ່ນ ໃນການຊຸກຍູ້, ເສີມຂະຫຍາຍສາຍພົວພັນສອງຝ່າຍ ແລະ ສົ່ງເສີມມິດຕະພາບລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວຕະຫລອດມາ.

ໃນໄລຍະທີ່ດຳລົງຕໍາແໜ່ງ ເປັນປະທານສະພາແຫ່ງຊາດ(2010-2021) ໄດ້ມີສ່ວນຮ່ວມສໍາຄັນໃນການພັດທະ ນາສາຍພົວພັນສອງຝ່າຍ ຜ່ານການຮ່ວມມືຢ່າງຮອບດ້ານ ກັບປະເທດຍີ່ປຸ່ນ ເຊິ່ງໄລຍະດັ່ງກ່າວ

SA Game
ຂປລ

ທ່ານໄດ້ໄປຢ້ຽມຢາມປະເທດຍີ່ປຸ່ນເຖິງ 3 ຄັ້ງ ແລະ ຍັງໄດ້ເປັນເຈົ້າພາບຕ້ອນຮັບຄະນະລັດຖະສະພາຂອງຍີ່ປຸ່ນ ທີ່ມາຢ້ຽມຢາມ ສປປ ລາວ ເພື່ອສົ່ງເສີມການແລກປ່ຽນ ລະຫວ່າງ ສະພາຂອງສອງປະເທດ. ນອກນີ້, ຍັງໄດ້ນຳພາ ແລະ ສົ່ງເສີມຫລາຍໂຄງການການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ໃນ ຫລາຍຂະແໜງການ, ໃນປີ 2012 ຂໍ້ຕົກລົງເພື່ອລິເລີ່ມການຮ່ວມມືດ້ານປະມວນກົດໝາຍແພ່ງຂອງລາວ ກໍໄດ້ຮັບການລົງນາມໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ທ່ານ ທາກິ ລັດຖະມົນຕີກະຊວງຍຸດຕິທໍາຍີ່ປຸ່ນ ໃນລະຫວ່າງການມາຢ້ຽມຢາມ ສປປ ລາວ, ການປະມວນກົດໝາຍແພ່ງຂອງລາວສະບັບດັ່ງກ່າວ ຖືວ່າເປັນການຮ່ວມມືຂັນສູງສຸດທາງດ້ານນິຕິກຳ ລະຫວ່າງສອງປະເທດ ເຊິ່ງກົດໝາຍແພ່ງຂອງລາວ ສະບັບປີ 2018 ກໍໄດ້ຮັບການອະນຸມັດໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ໃນຖານະທີ່ເປັນປະທານສະພາແຫ່ງຊາດ.

ໃນປີ 2015, ຍັງໄດ້ເຂົ້າຮ່ວມກອງປະຊຸມ “WAW! 2015” ເຊິ່ງເປັນກອງປະຊຸມສາກົນກ່ຽວກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນນາມຜູ້ນໍາຍິງຕົວແທນຂອງປະເທດລາວ. ນອກນີ້, ທ່ານໄດ້ສະແດງການສະໜັບສະໜູນຢ່າງເຂັ້ມແຂງ ເພື່ອຄວາມສະເໝີພາບທາງເພດ ແລະ ຄວາມເຂັ້ມຂອງແມ່ຍິງ, ເຊິ່ງຖືວ່າເປັນໜຶ່ງໃນບູລິມະສິດທີ່ຍີ່ປຸ່ນ ໃຫ້ຄວາມສໍາຄັນສູງສຸດ, ທ່ານຍັງໄດ້ສະແດງເຈດຈໍານົງທີ່ຈະຮ່ວມມືກັບຍີ່ປຸ່ນ ເພື່ອສື່ສານວຽກງານບູລິມະສິດເຫລົ່ານີ້ອອກໄປສູ່ສັງຄົມສາກົນ.

SA Game
ຂ​ປ​ລ

ທ່ານ ໂຄບະຢະຊິ ເຄນອິຈິ ຍັງໄດ້ກ່າວອີກວ່າ: ໃນນາມທີ່ເປັນຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານກໍໄດ້ສືບຕໍ່ມີສ່ວນຮ່ວມໃນການສ້າງຄວາມເຂັ້ມແຂງສາຍພົວພັນສອງຝ່າຍຍີ່ປຸ່ນ ແລະ ສປປ ລາວ, ໃນເດືອນສິງຫາ ທ່ານໄດ້ເຂົ້າຮ່ວມພິທີມອບວັກຊິນ ເພື່ອສົ່ງເສີມມາດຕະການຕ້ານການລະ

ບາດຂອງພະຍາດໂຄວິດ-19 ທີ່ສະໜອງໂດຍປະເທດຍີ່ປຸ່ນ, ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຂອງລັດຖະບານຍີ່ປຸ່ນ ໃນປີ 2021 ເຊິ່ງສະແດງອອກເຖິງສາຍພົວພັນມິດຕະພາບ ອັນດີງາມລະຫວ່າງສອງປະເທດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.