ຮອງ​ນາ​ຍົກ​ ສ​ປ​ປ ລາວ ຈັດ​ພິ​ທີ່ຕ້ອນ​ຮັບ ທູດ​ພິ​ເສດ​ຈາກ ສ. ເກົາ​ຫລີ

SA Game

ກຕທ

ພິ​ທີ​ການຕ້ອນຮັບທູດພິເສດ ສ.ເກົາຫລີທີ່​ກະ​ຊວງ​ໂດຍຮອງນາຍົກລັດຖະມົນຕີ

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຮັນ ດົງ ແມນ (Han Dong-man), ທູດພິເສດຂອງລັດຖະ ມົນຕີຕ່າງປະເທດແຫ່ງ ສາທາລະນະລັດ ເກົາຫລີ ໃນວັນທີ 27 ມິຖຸນາ 2022ນີ້,

ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 25-28 ມິຖຸນາ 2022.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ທ່ານທູດພິເສດຂອງລັດຖະມົນຕີຕ່າງປະເທດ ແຫ່ງ ສ. ເກົາຫລີ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍໄປຍັງລັດ ຖະບານ ແຫ່ງ ສ.ເກົາຫລີ ທີ່ໄດ້ສຳເລັດການແຕ່ງຕັ້ງບັນດາຄະນະລັດຖະມົນຕີ ຊຸດໃໝ່ ໃນເດືອນຜ່ານມາ

SA Game
ກຕທ

ແລະ ຖືໂອກາດນີ້, ສະແດງຄວາມຍິນດີຊົມເຊີຍ ໄປຍັງທ່ານ ປາກ ຈິນ (Park Jin) ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີຕ່າງປະເທດ ແຫ່ງ ສ.ເກົາຫລີ ຄົນໃໝ່.

ພ້ອມດຽວກັນນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ທີ່ສືບຕໍ່ນັບມື້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການຮ່ວມນຳກັນ ແຕ່ວັນທີ 25 ຕຸລາ 19 95 ເປັນຕົ້ນມາ.

ພິເສດໃນປີ 2020 ຜ່ານມາ ສອງປະເທດ ໄດ້ຮ່ວມກັນຈັດບັນດາກິດຈະກຳເພື່ອສະເຫລີມສະຫລອງ ວັນຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ສ.ເກົາຫລີ ຢ່າງມີຜົນສຳເລັດ, ການນຳຂັ້ນສູງຂອງສອງປະເທດ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາ, ບັນດາຂະແໜງການຮ່ວມມືຕ່າງໆ

ສືບຕໍ່ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ເປັນຕົ້ນ ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ, ລວມທັງ ການຮ່ວມມືໃນຂອບອາຊຽນ, ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ ແລະ ຂອບການຮ່ວມມືຢູ່ ສະຫະປະຊາຊາດ

ເຊິ່ງທັງຫມົດນັ້ນ ໄດ້ປະກອບສ່ວນສຳຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ ຢ່າງມີຜົນສຳເລັດເປັນແຕ່ລະໄລຍະ. ນອກຈາກນີ້, ສອງຝ່າຍ ຍັງແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

SA Game
ກຕທ

ໃນຕອນທ້າຍ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສ.ເກົາຫລີ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການຊ່ວຍເຫລືອ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສອງຝ່າຍ ຈະສືບຕໍ່ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ ໃນອະນາຄົດ. ພ້ອມນີ້, ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນ ສ.ເກົາຫລີ ຈົ່ງປະສົບຜົນ ສຳເລັດໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກຕທ