ຮອງນາຍົກລັດຖະມົນຕີຢ້ຽມຢາມ​ແຫຼ່ງທ່ອງທ່ຽວຢູ່ແຂວງຄຳມ່ວນ

SA Game

ພາບ​: laoedaily.com.

ຮອງ​ນາ​ຍົກ​ພ້ອມ​ຄອບ​ຄົວຢ້ຽມຊົມແຫຼ່ງທ່ອງທ່ຽວຢູ່ແຂວງຄຳມ່ວນ.

ຄຳ​ມ່ວນ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ຫລາຍ​ທ່ອງ​ທ່ຽວ​ທີ່​ສວຍ​ງາມ​ຫລາຍ, ໃນວັນທີ 22-23 ມັງກອນ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ເຄື່ອນໄຫວທ່ຽວຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ ຢູ່ພາຍໃນແຂວງຄຳມ່ວນ ໂດຍມີການນຳຂອງຂອງແຂວງ, ເມືອງ ແລະ ບັນດາພະແນກການ ຮ່ວມຕິດຕາມ ແລະ ຕ້ອນ​ຮັບ.

​ໂດຍ ທ່ານຮອງນາຍົກລັດຖະມົນຕີ ໄດ້ເດີນທາງໄປຢ້ຽມຊົນແຫລ່ງທ່ອງທ່ຽວທາງທຳມະຊາດ ພູຜາມ່ານ ຕັ້ງຢູ່ເມືອງຄູນຄຳ ເຊິ່ງໄດ້ຮັບການພັດທະນາໂດຍບໍລິສັດ ກຣີນ ດິສໂຄເວີຣີ ລາວ ເຊິ່ງໄດ້ຮັບການອະນຸມັດ ສຶກສາຄວາມເປັນໄປໄດ້ ນັບແຕ່ປີ 2018 ເປັນຕົ້ນມາ ຮອດປະຈຸບັນໄດ້ຮັບການພັດທະນາກາຍເປັນສະຖານທີ່ ແວ່ພັກເຊົາ-ຜັກຜ່ອນ ພ້ອມທັງສິ່ງອຳນວຍຄວາມສະດວກສາທາລະນະເຊັ່ນ:

ສະຖານທີ່ຈອດລົດ, ຫ້ອງນໍ້າ, ຈຸດນັ່ງພັກຜ່ອນ, ຈຸດຊົມວິວທິວທັດທຳມະຊາດ, ຈຸດຖ່າຍຮູບ, ຫ້ອງຂໍ້ມູນຂ່າວສານ ແລະ ການບໍລິການອາຫານ-ເຄື່ອງດື່ມ.

SA Game
ພາບ​: laoedaily.com.

ນອກນັ້ນ, ກໍ່ຍັງມີກິດຈະກຳການທ່ອງທ່ຽວແບບພະຈົນໄພເປັນຕົ້ນແມ່ນ: ຂີ່ສາຍສະລິງ, ໄຕ່ຂົວອູ່, ໄຕ່ຂົວເຊືອກໄຍແມງມຸງ ແລະ ກິດຈະກຳອື່ນໆ. ນອກນີ້ຄະນະຂອງທ່ານຮອງນາຍົກກໍ່ໄດ້ໄປກາບໄຫວ້ສັກກາລະບູຊາ ວັດພຣະທາດສີໂຄດຕະບອງ ເມືອງທ່າແຂກ ກາບໄຫວ້ພຣະທາດໃຫຍ່, ອົງພຣະທາດສີໂຄດຕະບອງ ແລະ ຮູບຫຼໍ່ຂອງພຣະເຈົ້າສີໂຄດ ເຊິ່ງແມ່ນມິ່ງບ້ານຂວັນເມືອງຂອງປວງຊົນລາວທັງຊາດ ສະເພາະກໍ່ຄືຊາວແຂວງຄຳມ່ວນ ພ້ອມທັງມອບເງິນເພື່ອປະກອບສ່ວນເຂົ້າໃນການບູລະນະພຣະທາດ ຈຳນວນ 5 ລ້ານກີບ.

ຈາກນັ້ນກໍ່ໄດ້ສືບຕໍ່ເດີນທາງ ໄປກາບໄຫວ້ສັກກາລະບູຊາ ພຣະທາດຕູມຜາວັງ ບ້ານນາວາງໃຫຍ່ ເມືອງໜອງບົກ ພ້ອມທັງໄດ້ມອບເງິນ ຈຳນວນ 5 ລ້ານກີບ ເພື່ອບູລະນະປະຕິສັງຂອນພຣະທາດ ແລະ ມອບເງິນອີກ 10 ລ້ານກີບ ເພື່ອພັດທະນາບ້ານ ທັງຖື ໂອກາດດັ່ງກ່າວໂອ້ລົມຕໍ່ພໍ່ແມ່ປະຊາຊົນ ໂດຍໄດ້ຍົກໃຫ້ເຫັນເຖິງພື້ນຖານໂຄງລ່າງໃນການ ພັດທະນາຊາດ, ສະພາບເສດ ຖະກິດໃນປະຈຸບັນ. ຜົນສຳເລັດກອງປະຊຸມໃຫຍ່ຂອງສູນກາງ ຄັ້ງທີ XI ພ້ອມທັງໄດ້ແນະນຳ ມາຍັງອຳນາດ ການປົກຄອງເມືອງ-ບ້ານ ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ການຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກໃນການພັດທະນາລົງສູ່ຮາກຖານ-ທ້ອງຖິ່ນໃຫ້ທົ່ວເຖິງ.

SA Game
ພາບ​: laoedaily.com.

ສືບຕໍ່ປະຕິບັດການພັດທະນາເສດຖະກິດ-ສັງຄົມບ້ານ, ສົ່ງເສີມສິນຄ້າກະສິກຳຕາມທ່າແຮງ, ຍົກສູງຄຸນນະພາບການ ຜະລິດຕິດພັນກັບການພັດທະນາພື້ນຖານ ຊີວິດການເປັນຢູ່ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ຄຽງຄູ່ກັນນັ້ນກໍ່ຕ້ອງ ໄດ້ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄວາມປອດໄພໃນທົ່ວສັງຄົມ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: allinlaos.com