ອົງການການເງິນສາກົນເຊັນສັນຍາສະໜອງທືນໃຫ້ ທ່າບົກ-ທ່ານາແລ້ງ

SA Game

ເສດຖະກິດການຄ້າ

ພິທີເຊັນສັນຍາຂອງອົງການການເງິນສາກົນ ສະໜອງທຶນພັດທະນາ ທ່າບົກ-ທ່ານາແລ້ງ

ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ເຊັນສັນຍາຮັບການສະໜອງເງິນກູ້ ຈຳນວນ 67 ລ້ານໂດລາສະຫະລັດ ກັບອົງການການເງິນສາກົນ (IFC) ເພື່ອນຳໃຊ້ເຂົ້າໃນການພັດທະນາ, ການກໍ່ສ້າງ ແລະ ຈັດຊື້ອຸປະກອນທີ່ຈຳເປັນ ສຳລັບໂຄງການທ່າບົກທີ່ໄດ້ລະດັບມາດຕະຖານສາກົນ ແຫ່ງທຳອິດຂອງ ສປປ ລາວ ຫລື ເອີ້ນວ່າໂຄງການທ່າບົກ-ທ່ານາແລ້ງ ທີ່ນອນຢູ່ໃນສ່ວນໜຶ່ງຂອງເຂດວຽງຈັນໂລຈິສຕິກ ນະຄອນຫລວງວຽງຈັນໃນວັນທີ 7 ມິຖຸນາ 2022.

ຕາງໜ້າລົງນາມຄັ້ງນີ້ໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຈິສຕິກ ພາກ ຈຳກັດ ທັງເປັນປະທານ ບໍລິສັດ ທ່າບົກ-ທ່ານາແລ້ງ ແລະ ທ່ານ ວິເກຣມ ກຸມາ ຜູ້ຈັດການພັດທະນາຝ່າຍທຸລະກິດໃໝ່ ໃນຂົງເຂດອາຊີ ແລະ ປາຊີຟິກ ຂອງອົງການ IFC.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິ ຍານໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

SA Game
ເສດຖະກິດການຄ້າ

ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວວ່າ: ການເຊັນສັນຍາຄັ້ງນີ້ ແມ່ນເປັນການເຊັນສັນຍາເງິນກູ້ 3 ສະບັບ ວົງເງິນ 67 ລ້ານໂດລາສະຫະລັດ ເປັນບາດກ້າວທຳອິດໃນການສະໜອງເງິນທຶນຂອງ IFC ແລະ ຈະສູ່ບາດກ້າວຕໍ່ໄປ ເພື່ອສະໜັບສະໜູນໂຄງການທ່າບົກ-ທ່ານາແລ້ງ ໃຫ້ສຳເລັດດ້ານພື້ນຖານໂຄງລ່າງ ເພື່ອອຳນວຍຄວາມສະດວກໃຫ້ແກ່ສິນຄ້າຜ່ານແດນ.

ໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ ເປັນໂຄງການໜຶ່ງທີ່ນອນຢູ່ໃນຍຸດທະສາດ ວ່າດ້ວຍການຂົນສົ່ງ ແລະ ເຊື່ອມໂຍງດ້ານໂລຈິສຕິກແຫ່ງຊາດ ເປັນໂຄງການຍຸດສາດສຳຄັນຂອງລັດຖະບານ ເຊິ່ງເປັນໜຶ່ງໃນທ່າບົກ 9 ທ່າຂອງ ສປປ ລາວ ທີ່ໄດ້ມີຍຸດທະສາດ ວ່າດ້ວຍການເຊື່ອມໂຍງ.

ໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ ໄດ້ເຊັນສັນຍາສໍາປະທານຈາກລັດຖະບານ ໃນກາງປີ 2020 ແລະ ໄດ້ເລີ່ມການກໍ່ສ້າງໂຄງການໃນທ້າຍປີດຽວກັນ ລວມໄລຍະເວລາການກໍ່ສ້າງ 11 ເດືອນ
ດ້ວຍມູນຄ່າໂຄງການຈາກການສຶກສາສຳຫລວດເບື້ອງຕົ້ນ 727 ລ້ານໂດລາສະຫະລັດ, ແຕ່ໃນໄລຍະທຳອິດ ໄດ້ກໍ່ສ້າງສຳເລັດເຂດທ່າບົກ-ທ່ານາແລ້ງ ແລະ ໄລຍະ 2 ແມ່ນເຂດໂລຈິສຕິກ ນະຄອນຫລວງວຽງຈັນ.

ສຳລັບທ່າບົກທ່ານາແລ້ງ ພາຍຫລັງເປີດໃຫ້ບໍລິການໄດ້ 6 ເດືອນຜ່ານມາ ກໍເປັນທີ່ຕອບຮັບຈາກສາກົນ ກໍຄືການຂົນສົ່ງສິນຄ້າຜ່ານແດນຈາກ ສປ ຈີນ ຜ່ານ ສປປ ລາວ ໄປປະເທດໄທ ແລະ ໄປນາໆປະເທດໃນພາກພື້ນ ແລະ ສິນຄ້າຈາກໄທ ຜ່ານ ສປປ ລາວ ໄປ ສປ ຈີນ ລວມມີຈຳນວນ 10 ພັນກວ່າຕູ້ຄອນເທນເນີ.

SA Game
ເສດຖະກິດການຄ້າ
ທ່ານ ຈັນທອນ ສິດທິໄຊ ໃຫ້ຮູ້ຕື່ມວ່າ: ການກູ້ຢືມ ຫລື ຮ່ວມມືກັບ IFC ຍ້ອນພວກເຮົາເປັນຄູ່ຮ່ວມຍຸດທະສາດ ວ່າດ້ວຍການຮ່ວມກັນພັດທະນາ ເພາະວ່າ IFC ນອກຈາກການໃຫ້ທຶນແລ້ວຍັງໃຫ້ຄຳປຶກສາໃນຫລາຍໆດ້ານ ເຊັ່ນ:

ດ້ານສິ່ງແວດລ້ອມ, ເຕັກນິກ, ຮູບແບບການບໍລິການຈັດການ ເຊິ່ງພວກເຮົາກໍໄດ້ຮັບການສະໜັບສະໜູນໃຫ້ຄວາມຮູ້ ແລະ ຍົກລະດັບການບໍລິຫານ ຈາກ IFC.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ເສດຖະກິດການຄ້າ