ອົງການກວດສອບເເຫ່ງລັດຫວຽດນາມຢ້ຽມຢາມທະນາຄານລາວ – ຫວຽດ

SA Game

LaoVietBank

ຫົວໜ້າ ອົງການກວດສອບເເຫ່ງລັດ ຫວຽດນາມລົງ​ເຮັດ​ວຽກ​ກັບທະນາຄານ ລາວ – ຫວຽດ ຈໍາກັດ

ໄດ້​ມີຄະນະຜູ້ແທນ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ນໍາໂດຍ ສະຫາຍ ໂງ ວັນ ຕວັນ ກໍາມະການສູນກາງພັກ, ຫົວໜ້າອົງການກວດສອບແຫ່ງລັດ ສສ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ(LaoVietBank) ໃນ​ວັນທີ 25 ພະຈິກ 2022ຜ່ານມາ.

ໃນໂອກາດນີ້, ສະຫາຍ ຫງວຽນ ດຶກ ວູ ສະມາຊິກສະພາບໍລິຫານ, ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ໄດ້ລາຍງານໝາກຜົນການປະຕິບັດອັນພົ້ນເດັ່ນຂອງ LaoVietBank ວ່າ:

ຕະ ຫລອດໄລຍະ 23 ປີ, ການເຄື່ອນໄຫວທຸລະກິດຂອງ LaoVietBank ນັບມື້ນັບມີຄວາມໝັ້ນຄົງ ແລະ ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ໂດຍໄດ້ເສີມຂະຫຍາຍບົດບາດຂອງການເປັນສະຖາບັນການເງິນ ເປັນຢ່າງດີ, ສ້າງຂົວຕໍ່ແຫ່ງການຊໍາ ລະ ແລະ ຫັນສະກຸນເງິນ ຂອງສອງປະເທດ (ສະກຸນເງິນດົງ ແລະ ເງິນກີບ), ຮັບໃຊ້ການພົວພັນທາງດ້ານເສດຖະ ກິດ, ການຄ້າ ແລະ ການລົງທຶນລະຫວ່າງລັດຖະບານ, ນັກທຸລະກິດ ແລະ ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດນະໂຍບາຍການເງິນ-ເງິນຕາ ແລະ ຮັບໃຊ້ເປົ້າໝາຍພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ.

SA Game
LaoVietBank

ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ, ຄາດຄະເນວ່າ ເສດຖະກິດຂອງລາວໃນທ້າຍປີ 2022 ແລະ ປີ 2023 ຈະຍັງສືບຕໍ່ໄດ້ຮັບຜົນກະທົບຈາກການຂາດດຸນງົບປະມານ, ອັດຕາເງິນເຟີ້, ອັດຕາແລກປ່ຽນ, ການຂາດແຄນເງິນຕາຕ່າງປະເທດ ແລະ ຄວາມສ່ຽງທີ່ຈະຖືກຜົນກະທົບຈາກການຫລຸດລົງ ຂອງ ເສດຖະກິດໂລກ

ເຊິ່ງສ້າງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງໃຫ້ແກ່ເສດຖະກິດ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ລາວ, ເຖິງຢ່າງໃດກໍຕາມ, LaoVietBank ຈະພະຍາຍາມສືບຕໍ່ປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ສຳເລັດ, ປະຕິບັດຕາມທິດທາງຍຸດທະສາດ ດ້ວຍຄຳຂວັນທີ່ວ່າ:

“ວິໄນ, ຄວາມຮັບຜິດຊອບ, ປະສິດທິຜົນ” ໃນນັ້ນ ສຸມໃສ່ບັນດາເປົ້າໝາຍຄື: ຊຸກຍູ້ການເຕີບໂຕຂອງສິນເຊື່ອ; ຜັນຂະຫຍາຍການປ່ຽນແປງຂະໜາດຂອງຖານລູກຄ້າ ແບບຍືນຍົງ; ລະດົມທຶນທີ່ຮັບປະກັນຄວາມປອດໄພ, ການຄຸ້ມຄອງເງິນທຶນຢ່າງຄ່ອງຕົວ, ປັບປຸງປະສິດທິຜົນການດຳເນີນທຸລະກິດ ແລະ ປະສິດທິຜົນໃນການນຳໃຊ້ຊັບສິນ; ຕັ້ງໜ້າປະຕິບັດການເກັບໜີ້ເສຍ, ໜີ້ນອກແຜນ, ດອກເບ້ຍທີ່ຄາດຄະເນວ່າຈະເກັບ, ດອກເບ້ຍຄ້າງຊໍາລະ, ຕະຫລອດຮອດ ການພັດທະນາຜະລິດຕະພັນ ທີ່ມີເນື້ອໃນດ້ານເຕັກໂນໂລຊີສູງ; ປັບປຸງຄຸນນະພາບການບໍລິການໃນການເບິ່ງແຍງລູກຄ້າ ແລະ ຮັກສາລາຍຮັບທີ່ໝັ້ນຄົງໃຫ້ແກ່ ພະນັກງານ.

ໂອກາດນີ້, ສະຫາຍ ໂງ ວັນ ຕວັນ ກໍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານ ທີ່ LaoVietBank ຍາດມາໄດ້ໃນຊຸມປີທີ່ຜ່ານມາ, ສິ່ງດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ-ສສ ຫວຽດນາມ. ນອກຈາກນັ້ນ, ທ່ານຍັງໄດ້ໃຫ້ທິດຊີ້ນໍາ ແລະ ຫວັງວ່າ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ຈະສືບຕໍ່ພັດທະນາຢ່າງເຂັ້ມແຂງ ແລະ ຍືນຍົງ, ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ລາວ, ເປັນສັນຍາລັກນຳໜ້າແຫ່ງການຮ່ວມມືລະຫວ່າງສອງປະເທດ ສປປ ລາວ-ສສ ຫວຽດນາມ.

SA Game
LaoVietBank

ພ້ອມກັນນີ້, ສະຫາຍ ເລ ຫງັອກ ເລິ່ມ ຜູ້ອຳນວຍການໃຫຍ່ ທະນາຄານ ການຄ້າ ຫຸ້ນສ່ວນ ລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ LaoVietBank ແລະ ບັນດາຕົວແທນທຸລະກິດ BIDV ປະຈໍາລາວ ຈະຍັງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ທິດຊີ້ນໍາຈາກ ສອງພັກ, ສອງລັດ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ ແລະ ການຮ່ວມມືດ້ານເສດຖະກິດ ລະຫວ່າງ 2 ປະເທດ ເພື່ອຊ່ວຍໃຫ້ທະນາຄານ LaoVietBank ແລະ ບັນດາຕົວແທນທຸລະກິດ BIDV ປະຈໍາລາວ ໄດ້ມີໂອກາດດຳເນີນທຸລະກິດຫລາຍກວ່າເກົ່າ, ສາມາດປະກອບສ່ວນຊຸກຍູ້ການຮ່ວມມືຮອບດ້ານ ແລະ ການພັດທະນາເສດຖະກິດຂອງສອງປະເທດ ສປປ ລາວ – ສສ ຫວຽດນາມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: LaoVietBank