ອຸທິຍານແຫ່ງຊາດດົງຫົວສາວ ແລະ ເຊປຽນ ຈະ​ກາຍ​ເປັນ​ບ່ອນ​ທ່ອງ​ທ່ຽວ

SA Game

​ອິນ​ໄຊ​ລາວ.

ຈະພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ເຊປຽນ.

ໄດ້​ມີ​ແຜນ​ການ​ທີຈະພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດເຊປຽນ ແບບໝັ້ນຄົງ ແລະຍືນຍົງ ເພື່ອ​ສົ່ງ​ເສີມ​ແຫລ່ງ​ທ່ອງ​ທ່ອງ​ພາຍ​ໃນ​ໃຫ້​ກັບ​ມາ​ມີ​ຄວາມ​ຄືກ​ຄື້ນ​ອີກ​ຄັ້ງ​ຫລັງ​ຈາກ​ທີ່​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ງຽບ​ເຫງົາ​ມາ​ໄດ້​ໄລ​ຍະ​ໜຶ່ງ​ແລ້ວ ແລະ ຫລ້າ​ສຸດໄດ້​ມີ​ການຈັດກອງ​ປະ​ຊຸມຂຶ້ນໃນວັນທີ 10 ກໍລະກົດ 2021 ຢູ່ທີ່ໂຮງແຮມປາກຊ່ອງ ແດນງາມ ເມືອງປາກຊ່ອງແຂວງຈໍາປາສັກ.

ເປັນປະທານຂອງທ່ານ ສົມມາດ ພົລເສນາ  ຮອງປະທານສະພາແຫ່ງຊາດ,ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ,ທ່ານ ອິມ ມູ ຮອງ ເອກອັກຄະລັດຖະທູດແຫ່ງສາທາລະນະລັດເກົາຫຼີ ປະຈໍາ ສປປ ລາວ. ມີທ່ານຕາງໜ້າກະຊວງກະສິກຳ ແລະ ປ່າໄມ້,ບັນດາທ່ານການນໍາພະແນກການອ້ອມຂ້າງແຂວງ,ນະຄອນ,ເມືອງ,ຫົວໜ່ວຍທຸລະກິດດ້ານການທ່ອງທ່ຽວ ແລະພະນັກງານກ່ຽວຂ້ອງເຂົ້າຮ່ວມ.

SA Game
​ອິນ​ໄຊ​ລາວ.

ໃນກອງປະຊຸມຄັ້ງນີ້ໄດ້ຜ່ານ ບົດສະເໜີໂຄງການສ້າງຕັ້ງສວນອຸທິຍານແຫ່ງຊາດພາກໃຕ້ (ສວນອຸທິຍານດົງຫົວສາວ ແລະ ເຊປຽນ). ບົດສະເໜີແຜນພັດທະນາຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວແບບຍືນຍົງໃນເຂດອຸທິຍານ ດົງຫົວສາວ ແລະ ເຊປຽນ. ພ້ອມກັນນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນ,ຊຶ່ງພົ້ນເດັ່ນໄດ້ຍົກເອົາບົດຮຽນການພັດທະນາການທ່ອງທ່ຽວທຳມະຊາດຈາກຕ່າງປະເທດ ໂດຍສະເພາະຈາກສາທາລະນະລັດເກົາຫຼີ ແລະບາງບົດຮຽນທີ່ລິເລີ່ມປະຕິບັດມາແລ້ວ ພາຍໃນປະເທດມາປະຍຸກໃຊ້ ເພື່ອໃຫ້ການສະໜັບສະໜູນການທ່ອງທ່ຽວທຳມະຊາດໃນ 2 ອຸທິຍານດົງຫົວສາວ ແລະເຊປຽນໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສໍາຄັນຫຼາຍ ເຊິ່ງເປັນການລະດົມແນວຄວາມຄິດນັກວິຊາການເຂົ້າໃນການວາງແຜນການປົກປັກຮັກສາ ແລະ ພັດທະນາດິນ,ນໍ້າ,ປ່າໄມ້,ຊີວະນາໆພັນ ທໍາມະຊາດແລະສິ່ງແວດລ້ອມ ກໍຄືຄຸນຄ່າຂອງອຸທິຍານທັງສອງແຫ່ງນີ້ໃຫ້ເກີດປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ,ການສ້າງລາຍຮັບແລະລຶບລ້າງຄວາມທຸກຍາກ ຕິດພັນກັບການອະນຸລັກ.

SA Game
​ອິນ​ໄຊ​ລາວ.

ການທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບໝັ້ນຄົງ ແລະ ຍືນຍົງ ນີ້ ແມ່ນມີບົດບາດສໍາຄັນທີ່ສຸດທີ່ບັນດາປະເທດໃນໂລກ ແລະພາກພື້ນເອົາໃຈໃສ່ດ້ວຍການຮ່ວມມືຫຼາຍຮູບແບບ, ສະນັ້ນກອງປະຊຸມຄັ້ງນີ້ຍັງຈໍາເປັນໃຫ້ແກ່ການກະກຽມເງື່ອນໄຂຮອບດ້ານໃຫ້ແກ່ການສ້າງນິຕິກຳໃນການຄຸ້ມຄອງ,ບໍລິຫານ,ຈັດການ,ການດຶງດູດແຫຼ່ງທຶນໃນການພັດທະນາພື້ນຖານໂຄງລ່າງ ແລະອື່ນໆ.ຊຶ່ງເປົ້າໝາຍຫຼັກນີ້ແມ່ນເລັງໃສ່ການຮ່ວມມື ແລະຂໍການ ສະໜັບສະໜູນ,ຊ່ວຍເຫຼືອຈາກສາທາລະນະລັດເກົາຫຼີ ເພື່ອປະຕິບັດແຜນພັດທະນາການທ່ອງທ່ຽວອະນຸລັກໃນເຂດອຸທິຍານແຫ່ງຊາດທັງສອງແຫ່ງນີ້ອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com