ອາ​ນຸ​ສອນ​ສະ​ຖານ ແຫ່ງນ້ຳໃຈສາມັກຄີປະຊາຊົນຫວຽດນາມ – ລາວ

SA Game

ພາບ: ຂ​ປ​ລ.

ລາວໂຄ ອາ​ນຸ​ສອນ​ແຫ່ງນ້ຳໃຈຊ່ວຍເຫຼືອເຊິ່ງກັນລະຫວ່າງທະຫານ ແລະ ປະຊາຊົນຫວຽດນາມ – ລາວ.

ລາວ​ໂຄ ອະ​ນຸ​ສອນ​ສະ​ຖານ​ທາງ​ດ້ານ​ປະ​ຫວັດ​ສາດ​ຂອງ ສ​ປ​ປ ລາວ ແລະ ຫວຽດ​ນາມ, ເຊິງ​ໄດ້​ສ້າງ​ຂື້ນ​ເພື່ອ​ຈາ​ລືກ​ໄວ້​ໃຫ້​ຫລາຍໆ​ຄົນ​ຮຸ່ນ​ຫລັງ​ໄດ້​ຮູ້ ແລະ ເຂົ້າ​ໃຈ ຄວາມ​ເປັນ​ມາ​ຕ່າງໆ​ຂອງ ສ​ປ​ປ ລາວ ແລະ ຫວຽດ​ນາມ ໄດ້​ມີ​ປະ​ຫວັດ​ສາດ​ອັນ​ແໜ້ນ​ແຟ້ນ​ມາ​ຕັ້ງ​ແຕ່​ດົນ​ນານ​ແລ້ວ.

ເຂດອະນຸສອນສະຖານປະຫວັດສາດ ການປະຕິວັດ ຫວຽດນາມ – ລາວ ຢູ່ ບ້ານລາວໂຄ, ຕາແສງ ພຽງຄ໋ວາຍ, ເມືອງ ອຽນເຈົາ, ແຂວງ ເຊີນລາ ສສ ຫວຽດນາມ ແມ່ນສະຖານທີ່ເປັນສັນຍະລັກແຫ່ງນ້ຳໃຈສາມັກຄີ-ຊ່ວຍ ເຫລືອເຊິ່ງກັນລະຫວ່າງທະຫານ ແລະ ປະຊາຊົນ ຫວຽດນາມ – ລາວ ໃນໄລຍະການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ, ມັນແມ່ນໜຶ່ງໃນບັນດາຖານທີ່ໝັ້ນການປະຕິວັດຢູ່ລຽບຕາມເຂດຊາຍແດນ ຫວຽດນາມ – ລາວ ເຊິ່ງໄດ້ເປັນຂີດໝາຍພົ້ນເດັ່ນເຫັນແຈ້ງການສະໜິດຕິດພັນແລະຊ່ວຍເຫລືອຂອງປະຊາຊົນໃນເຂດດັ່ງກ່າວທີ່ມີຕໍ່ປະທານ ໄກສອນ ພົມວິຫານ, ເຊິ່ງເວລານັ້ນເພິ່ນແມ່ນຜູ້ບັນຊາຄະນະຊາວໜຸ່ມປະຈັນບານຢູ່ເຂດພາກເໜືອລາວ.

SA Game
ພາບ: ຂ​ປ​ລ.

ໃນໄລຍະເຄື່ອນໄຫວຢູ່ເຂດພຽງສາ ເວລານັ້ນ ເຊິ່ງປັດຈຸບັນແມ່ນ ລາວໂຄ (ແຕ່ປີ 1948 ຮອດທ້າຍປີ 1949), ປະທານ ໄກສອນ ພົມວິ ຫານ ໄດ້ຖືກສັບຊ້ອນຢູ່ນຳທ່ານ ຈ໋າງລາວໂຄ ຊາວເຜົ່າມົ້ງ, ທັງສອງມີຄວາມຜູກພັນອັນສະໜິດແໜ້ນທີ່ສຸດ; ປະທານ ໄກສອນ ພົມວິຫານ ແລະ ຄະນະຊາວໜຸ່ມປະຈັນບານຢູ່ພາກເໜືອລາວ ໄດ້ຮັບການອູ້ມຊູຊ່ວຍເຫລືອ ແລະ ລ້ຽງດູຈາກປະຊາຊົນບ້ານ ພຽງສາ ເພື່ອກໍ່ສ້າງຖານທີ່ໝັ້ນເຄື່ອນໄຫວເຮັດການປະຕິວັດ ແບບປິດລັບຢູ່ເຂດດັ່ງກ່າວ ດໍາເນີນພາລະກິດຕໍ່ສູ້ປົດປ່ອຍຊາດ ອອກຈາກການຄອບຄອງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ.

ອະນຸສອນສະຖານປະຫວັດສາດ ການປະຕິວັດ ຫວຽດນາມ – ລາວ ຢູ່ບ້ານລາວໂຄ ໄດ້ຮັບການບັນທຶກເຂົ້າບັນຊີອະນຸສອນສະຖານລະດັບຊາດ ຂອງ ສສຫວຽດນາມ.

ລາວໂຄ ມີບົດບາດສຳຄັນ, ທັງ ສະໜິດຕິດພັນກັບວັດທະນະທຳ ແລະ ມູນເຊື້ອແຫ່ງຄວາມສາມັກຄີ ມິດຕະພາບລະຫວ່າງ ຫວຽດນາມ – ລາວ.

ເຂດອະນຸສອນສະຖານລາວໂຄ ໄດ້ມີພິທີເປີດຢ່າງເປັນທາງການໃນວັນທີ 6 ກໍລະກົດ ປີ2017, ໃນໂອກາດສະເຫລີມສະຫລອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມື ຫວຽດ ນາມ – ລາວ.

SA Game
ພາບ: ຂ​ປ​ລ.

ຖ້າທ່ານເດີນທາງລຽບໄປຕາມເສັ້ນທາງຈາກໃຈກາງຕາແສງ ພຽງ ຄ໋ວາຍ ປະມານ 13 ກມ ກໍ່ຈະຮອດບ້ານ ລາວໂຄ ແລະ ເຂດອະນຸສອນສະຖານປະຫວັດສາດ ການປະຕິວັດຫວຽດນາມ – ລາວ ຢູ່ຫົວບ້ານ.
ປະຈຸບັນ, ບ້ານລາວໂຄມີເກືອບ 100 ຄອບຄົວ ເຊິ່ງເປັນຊົນເຜົ່າມົ້ງທີ່ດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີ ແລະ ມີການພັດທະນາຢ່າງບໍຢຸດຢັ້ງ.

ແຂວງ ເຊີນລາ ສສ ຫວຽດນາມແລະ ແຂວງ ຫົວພັນ ຂອງ ສປປ ລາວມີຊາຍແດນຕິດກັນ, ລວມຄວາມຍາວກວ່າ 20 ກິໂລແມັດ ແລະ ບ້ານລາວໂຄ ກໍແມ່ນບ້ານທີ່ຕັ້ງຢູ່ເຂດຊາຍແດນ ທີ່ຕິດກັບເມືອງ ຊຽງຄໍ້ ແຂວງຫົວພັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.