ອາດ​ລະ​ບາດ​ໜັກ! ​ພ​ະ​ແນກ​ສາ​ທາ​ລະ​ນະ​ສຸກ​ຜົ້ງ​ສາ​ລີປະ​ກາດ​ຫາ​ຜູ້​ມີ​ເຊື້ອບວກ

SA Game

​ຕິດ​ຕໍ່​ຫາ​ດ່ວນ! ພະແນກສາທາລະນະສຸກ ແຂວງຜົ້ງສາລີ ປະກາດຫາ​ ທ້າວ ວງຽໄຊ ອາຍຸ​ 20​ ປີ.

ຈາກ​ການ​ທີ່​ໃຫ້​ຂໍ້​ມູນ​ສ່ວນ​ຕົວ ຫລື ເບີ​ໂທ​ຕິດ​ຕໍ່ ຊື່ ແລະ ທີ່​ຢູ່​ບໍ່​ຊັດ​ເຈນ​ລະ​ອຽດ​ຂອງ​ຜູ້​ເຂົາ​ມາ​ກວດ​ພະ​ຍາດ​ໂຄວິດ-19, ເຮັດ​ໃຫ້​ການ​ພົວ​ພັນ​ຕິດ​ຕໍ່​ກັບ​ຄືນ​ຫາ​ຜູ້​ກ່ຽວ​ຍາກ​ຫລາຍ, ບໍ່​ພຽງ​ແຕ່​ຕິດ​ຕໍ່​ຫາ​ຫຍຸ້ງ​ຍາກ​ເທົ່າ​ນັ້ນ, ຜູ້​ນັ້ນ​ຫາກ​ຕິດ​ເຊື້ອ​ອາດ​ຈະ​ໄປ​ແພ່​ຂະ​ຫຍາຍ​ອອກ​ໄປ​ເປັນ​ວົງ​ກ້​ວາງ​ໂດຍ​ບໍ່​ຮູ້​ຕົວ​ສະ​ນັ້ນ​ການ​ທີ່​ແຕ່​ລະ​ຄົນ​ເຂົ້າ​ໄປ​ກວດ​ຄວນ​ຈະ​ໃຫ້​ທີ່​ຢູ່ ແລະ ເບີ​ໂທ​ທີ່​​ຊັດ​ເຈນ ແລະ ຖືກ​ຕ້ອງ​, ເພື່ອ​ການ​ຕິດ​ຕໍ່​ຫາ​ງາຍ​ຂື້ນ ແລະ ວ່ອງ​ໄວ.

ພະແນກສາທາລະນະສຸກແຂວງ​ຜົ້ງສາລີ​ ອອກໜັງສືແຈ້ງການ​ ເລກທີ 825/ສທຂ, ຜົ້ງສາລີ, ວັນທີ 30 ເມສາ 2021​ ເຖິງຫົວໜ້າຫ້ອງການສາທາລະນະສຸກ 7 ເມືອງເລື່ອງສືບຕໍ່ຕິດຕາມ ແລະ ຊອກຫາ ທ້າວ ວຽງໄຊ ອາຍຸ 20​ ປີ ທີ່ຕິດເຊື້ອໂຄວິດ-19
ອີງຕາມຜົນກວດທາງດ້ານວິເຄາະຊອກຫາພະຍາດ ໂຄວິດ-19 ທີ່ແຂວງອຸດົມໄຊ ຄັ້ງວັນທີ 23 ເມສາ 2021.

SA Game
ພາບ: laodaily.com.la

ຕາມການປຶກສາຫາລື ແລະ ເຫັນດີເປັນເອກະພາບຂອງຄະນະພະແນກສາທາລະນະສຸກ​ ຄັ້ງວັນທີ​ 30​ ເມສາ​2021​ ພະແນກສາທາລະນະສຸກແຂວງ ແຈ້ງມາຍັງຫົວໜ້າຫ້ອງການສາທາລະນະສຸກ 7​ ເມືອງ ຊາບວ່າ: ປັດຈຸບັນ ທ້າວ ວງຽໄຊ ອາຍຸ​ 20​ ປີ (ບໍ່ຮູ້ນາມສະກຸນ) ຂ່າວເບື້ອງຕົ້ນ ເປັນຄົນຍອດອູ, ເນື່ອງຈາກວ່າຜູ້ກ່ຽວໄດ້ ອອກຈາກ ນະຄອນຫຼວງວຽງຈັນແລ້ວມາເຖີງແຂວງ ອຸດົມໄຊ ວັນທີ​ 22​ ເມສາ​ 2021 ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຫຼັງຈາກນັ້ນ ບໍ່ເຫັນຜູ້ກ່ຽວເລີຍ.

ວັນທີ​ 23​ ເມສາ2021 ຜົນກວດຊອກຫາເຊື້ອໂຄວິດ-19 ມີຜົນ(+). ໄລຍະຜ່ານມາປະສານ ກັບພາກສ່ວນທີ່ກ່ຽວຂ້ອງ ເມືອງ ຍອດອຸແລ້ວ ແຕ່ກໍ່ມີຊື່ ທ້າວ ວຽງໄຊ ທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ.​ ເມື່ອ ເປັນແນວນັ້ນ ຈື່ງແຈ້ງມາຍັງຫ້ອງການສາທາລະນະສຸກ 7​ ເມືອງ ໃຫ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລ້ວສືບຕໍ່ ຕິດຕາມ ແລະ ຊອກຫາ ຊື່ທ້າວ ວຽງໄຊ ຕາມຂໍ້ມູນຂ້າງເທິງ ເຊິ່ງແມ່ນຄົນເມືອງໃດເມືອງໜື່ງ ຫຼື ບ້ານໃດບ້ານໜຶ່ງຂອງແຂວງຜົ້ງສາລີ, ຖ້າພົບເຫັນຜູ້ກ່ຽວ ຕາມຂໍ້ມູນດັ່ງກ່າວ ໃຫ້ແຈ້ງຫາຄະນະຮັບຜິດຊອບສະເພາະກິດໂດຍດ່ວນ.​ ທັງນີ້,​ ກໍ່ເພື່ອເປັນການ ປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ຜູ້ກ່ຽວນໍາເຊື້ອພະຍາດແຜ່ໄປວົງກວ້າງຕື່ມອີກ.

SA Game

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la.