ອວຍພອນ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ

ຂປລ

ຫລາຍກະຊວງ ອ້ອມຂ້າງສູນກາງ ໄດ້ເຂົ້າອວຍພອນ ກະຊວງປ້ອງກັນປະເທດ ໃນວັນສ້າງຕັ້ງກອງທັບ.

ຄະນະພັກ, ຄະນະນຳຈາກຫລາຍພາກສ່ວນ, ຫລາຍກະຊວງ ອ້ອມຂ້າງສູນກາງ ໄດ້ເຂົ້າອວຍພອນ ກະຊວງປ້ອງກັນປະເທດ ໃນວັນທີ 18 ມັງກອນ 2023 ນີ້, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ຕາງໜ້າ ຮັບໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະ.

ຄະນະທີ່ເຂົ້າມາອວຍພອນ ໃນຄັ້ງນີ້, ປະກອບມີ: ຄະນະຈາກກະຊວງສາທາລະນະສຸກ, ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງເວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງວ່າການສູນກາງພັກ, ສະມາຄົມຫ້ອງການທີ່ປຶກສາທູດປ້ອງກັນຊາດຕ່າງປະເທດ ປະຈຳ ສປປ ລາວ, ກະຊວງຍຸຕິທຳ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການຕ່າງປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ກຳມາທິການ ປກຊ-ປກສ ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ, ກະຊວງພະລັງງານ ແລະ ບໍ່ແຮ່

ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາມເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ, ບໍລິສັດສີເມືອງກຸບ, ໂຮງແຮມລາວເທວ ​ແລະວິທະຍາຄານການເພດກອງທັບ.

SA Game
ຂປລ

ໂອກາດດັ່ງກ່າວ, ຜູ້ຕາງໜ້າ ຈາກບັນດາກະຊວງ, ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ, ຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ກອງທັບປະຊາຊົນລາວ ຍາດມາໄດ້ ຕະຫລອດໄລຍະ 74ປີ ຜ່ານມາ ເຊິ່ງໄດ້ປະ ກອບສ່ວນເຮັດໃຫ້ປະເທດຊາດ ມີຄວາມສະຫງົບ, ປອດໄພ ແລະ ສີວິໄລ ຈົນຮອດປັດຈຸບັນ.

ພ້ອມ​ກັນ​ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ບັນດາກະຊວງ ທີ່ເຫັນໄດ້ຄວາມສຳຄັນ ເຂົ້າມາອວຍພອນໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ບັນດາກະຊວງ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອກະຊວງປ້ອງກັນປະເທດ ໃນແຕ່ລະດ້ານ, ໃນໄລຍະຜ່ານມາເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງກະຊວງປ້ອງກັນປະເທດ ໄດ້ຮັບຜົນສຳເລັດເປັນກ້າວໆມາ.

ໃນຕອນບ່າຍວັນດຽວກັນ, ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ໄດ້ຕ່າງໜ້າໃຫ້ກະຊວງປ້ອງກັນປະເທດ ສືບ​ຕໍ່ຕ້ອນຮັບຜູ້ຕາງໜ້າ​ຈາກ ຄະນະຈັດຕັ້ງສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ກະຊວງອຸດສາຫະກຳ ແລະ ການຄ້າ

SA Game
ຂປລ

ກອງບັນຊາການທະຫານອາກາດ,ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ຄະນະໂຄສະນາອົບຮົມສູນກາງພັກ, ສູນກາງແນວລາວສ້າງຊາດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທະນາຄານການຄ້າ, ທະນາຄານແຫ່ງ ສປປ ລາວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 74 ປີ ເຊັ່ນດຽວກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.