​ຫົວ​ໜ່ວຍ​ທຸ​ລະ​ກິດລາວ-ມາເລເຊຍແລກປ່ຽນຄວາມ​ຄິດ​ເຫັນປີ 2023

SA Game

ຂປລ

ແລກປ່ຽນຫົວໜ່ວຍທຸລະກິດ ສົ່ງເສີມການທ່ອງທ່ຽວມາເລເຊຍ

ທ່ອງທ່ຽວຂອງລາວ ແລະ ມາເລເຊຍ ປະຈຳປີ 2023 ຢູ່ ນະຄອນຫລວງວຽງຈັນ ຈັດສຳມະນາແລກປ່ຽນຫົວໜ່ວຍທຸລະກິດ ກັບຜູ້ປະ ກອບການດ້ານການ ໂດຍມີ ທ່ານນາງ ຊາລີນ້າ ອາໝັດ ຮອງຜູ້ອໍານວຍການ ພະແນກສົ່ງເສີມສາກົນ (ອາຊີຕາເວັນອອກສຽງໃຕ້), ທ່ານ ເເອັດດີ້ ອີຣາວານ ມາໝຸດ ເອກອັກຄະລັດຖະທູດມາເລເຊຍ ປະຈຳລາວ, ມີຜູ້ຕາງໜ້າຈາກອົງການທ່ອງທ່ຽວມາເລເຊຍ, ຜູ້ປະກອບການສາຍການບິນ, ໂຮງແຮມ, ບໍລິສັດທ່ອງທ່ຽວ, ເຈົ້າຂອງຜະລິດຕະພັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການສຳມະນາໃນຄັ້ງນີ້, ຜູ້ປະກອບການດ້ານການທ່ອງທ່ຽວຂອງມາເລເຊຍ ໄດ້ນຳສະເໜີ ກ່ຽວກັບລາຍການທ່ອງທ່ຽວຂອງຕົນ ເປັນຕົ້ນ ສະຖານທີ່ທ່ອງທ່ຽວທີ່ມີສື່ສຽງ ແລະ ສວຍງາມ ຂອງມາເລເຊຍ ບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ເຮືອນພັກ, ໂຮງ ແຮມ, ອາຫານ-ເຄື່ອງດື່ມ ແລະ ອື່ນໆ.

ນອກນັ້ນ, ຜູ້ປະກອບການດ້ານການທ່ອງທ່ຽວ ກໍຄື ບໍລິສັດທ່ອງທ່ຽວຕ່າງໆຂອງມາເລເຊຍ ຍັງໄດ້ຕັ້ງຮ້ານໂຄສະນາ, ເນາະນຳ ລາຍການທ່ອງທ່ຽວຂອງຕົນ,

ພ້ອມທັງ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ແນໃສ່ດຶງດູດເອົານັກທ່ອງທ່ຽວຈາກ ສປປ ລາວ ໄປທ່ຽວມາເລເຊຍ ໃຫ້ຫລາຍຂຶ້ນ, ທັງເປັນການຮັດແໜ້ນການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ.

SA Game
ຂປລ

ທ່ານນາງ ຊາລີນ້າ ອາໝັດ ໄດ້ກ່າວວ່າ: ການຈັດສຳມະນາດັ່ງກ່າວ, ຢູ່ ສປປ ລາວ ເປັນການສະແດງໃຫ້ເຫັນວ່າ ການທ່ອງທ່ຽວມາເລເຊຍ ມີຄວາມໝັ້ນໝາຍໃນການສ້າງສາຍພົວພັນທາງທຸລະກິດທີ່ເຂັ້ມແຂງ ກັບຕົວແທນການທ່ອງທ່ຽວຂອງລາວ ເພື່ອຕອບສະໜອງຄວາມສົນໃຈຂອງຊາວລາວ ທີ່ຢາກຮູ້ກ່ຽວກັບມາເລເຊຍຫລາຍຂຶ້ນ ແລະ ມາເລເຊຍ ມີຄວາມຕັ້ງໃຈທີ່ຈະດຶງດູດເອົານັກທ່ອງທ່ຽວລາວ ໃຫ້ມາທ່ຽວປະເທດມາເລເຊຍ ໃຫ້ຫລາຍຂຶ້ນ

ແລະ ຫວັງວ່າຄວາມພະຍາຍາມເຫລົ່ານີ້ຈະກະຕຸ້ນຊຸກຍູ້ໃຫ້ຄູ່ຄ້າ ແລະ ເພື່ອສົ່ງເສີມໃຫ້ມາເລເຊຍ ເປັນຈຸດໝາຍປາຍທາງເມື່ອທ່ານຄິດຢາກຈະໄປທ່ຽວໃນວັນພັກຜ່ອນ ແລະ ຫວັງວ່າຈະໄດ້ເຫັນບັນດາບໍລິສັດທ່ອງທ່ຽວ ໃນປະເທດລາວ ສ້າງລາຍການທ່ອງທ່ຽວແບບໃໝ່ໆຂຶ້ນມາ ເພື່ອດຶງດູດລູກຄ້າຂອງທ່ານ ໃຫ້ໄປທ່ຽວມາເລເຊຍຫລາຍຂຶ້ນ.

SA Game
ຂປລ

ປັດຈຸບັນ, ການເດີນທາງທ່ອງທ່ຽວ ຫລື ເດີນທາງໄປມາຫາສູ່ ເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ມາເລເຊຍ ຍັງພົບຄວາມຫຍຸ້ງຍາກ, ຍັງໄດ້ຕໍ່ສາຍການບິນຫລາຍສາຍ ເນື່ອງຈາກວ່າ ລາວ-ມາເລເຊຍ ຍັງບໍ່ມີສາຍການບິນກົງ, ຢ່າງໃດກໍຕາມ ໃນຕົ້ນເດືອນສິງຫາ 2023 ທີ່ຈະມາເຖິງນີ້, ຈະມີຖ້ຽວບິນໂດຍກົງ ລາວ-ມາເລເຊຍ, ບິນຈາກນະຄອນຫລວງວຽງຈັນ ໄປ ກວາລາລຳເປີ ດ້ວຍ 3 ຖ້ຽວບິນຕໍ່ອາທິດ(ວັນຈັນ, ວັນສຸກ, ວັນອາທິດ), ໃນຂະນະທີ່ ໃນປີ 2023 ນີ້, ມາເລເຊຍວາງເປົ້າໝາຍເພື່ອຕ້ອນຮັບນັກທ່ອງທ່ຽວຕ່າງປະເທດປະມານ 16,1 ລ້ານຄົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.