ຫາລືເກັບກຳຂໍ້ມູນສຳລັບການສ້າງນະໂຍບາຍຮອງຮັບລະບົບ Digital ໃນລາວ

SA Game

ສູນບໍລິຫານລັດດິຈິຕອນ

ປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ການພັດທະນາລະບົບລັດດິຈິຕອນກ່ຽວກັບນະໂຍບາຍໃນລາວ

ໃນວັນທີ 6 ກໍລະກົດ 2022, ທີ່ໂຮງແຮມ ຄລາວ ພລາຊາ, ນະຄອນຫຼວງວຽງຈັນ, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ສະຖາບັນການພັດທະນາຂອງ ສ.ເກົາຫຼີ ຫຼື Korea Development Institute (KDI) ຈັດກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ເພື່ອສ້າງ ແລະ ປັບປຸງນະໂຍບາຍ ຮອງຮັບການພັດທະນາລະບົບການບໍລິຫານ ແລະ ບໍລິການລັດດິຈິຕອນຂອງ ສປປ ລາວ

ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ປອ. ຢັງ ໂຮ ອານ (Yang-Ho-Ahn), ທີ່ປຶກສາອາວຸໂສ KDI, ອະດີດຮອງລັດຖະມົນຕີກະຊວງພາຍໃນ ແລະ ຄວາມປອດໄພ ຂອງ ສ.ເກົາຫຼີ, ມີຜູ້ເຂົ້າຮ່ວມຈາກກະຊວງ/ອົງການທຽບເທົ່າທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດຈຳນວນ 40 ທ່ານ.

SA Game
ສູນບໍລິຫານລັດດິຈິຕອນ

ໃນກອງປະຊຸມດັ່ງກ່າວ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ນໍາສະເໜີພາບລວມຂອງໂຄງການແລກປ່ຽນຄວາມຮູ້ ຫຼື Knowledge Sharing Program (KSP) ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສ.ເກົາຫຼີ ສົກປີ 2021-2022 ພ້ອມທັງໄດ້ສະເໜີຈຸດປະສົງ, ເປົ້າໝາຍ ແລະ ແຜນວຽກ ຂອງໂຄງການດັ່ງກ່າວ.

ພ້ອມກັນນີ້, ທາງ KDI ກໍໄດ້ນຳສະເໜີຂໍ້ມູນທີ່ເກັບກຳໄດ້ເບື້ອງຕົ້ນ ແລະ ປຶກສາຫາລື ຮັບຄຳຄິດເຫັນຈາກພາກສ່ວນກ່ຽວຂ້ອງ ໃນວຽກງານນະໂຍບາຍ ແລະ ແຜນການຫັນເປັນທັນສະໄໝທາງດ້ານດິຈິຕອນຂອງແຕ່ລະຂະແໜງການ ເພື່ອສັງລວມ ແລະ ຄົ້ນຄວ້າສ້າງເປັນລາຍງານ ແຜນນະໂຍບາຍໃນການຫັນເປັນລັດຖະບານດິຈິຕອນ ຂອງ ສປປ ລາວ.

SA Game
ສູນບໍລິຫານລັດດິຈິຕອນ

ໂຄງການ KSP ສົກປີ 2021-2022 ນີ້ຈະປະກອບມີ 3 ວຽກຫຼັກຄື: 1) ປະເມີນຄືນລະບົບໂຄງສ້າງ, ໂຄງຮ່າງ, ລະບົບການນໍາເນີນການ ຂອງລັດຖະບານດິຈິຕອນ ໃນ ສປປ ລາວ.

2) ສຶກສາແນວທາງເພື່ອປັບປຸງ ຫຼື ສ້າງໃໝ່ທາງດ້ານນະໂຍບາຍທີ່ຈໍາເປັນ ເພື່ອຫັນເປັນລັດຖະບານດິຈິຕອນ ຢ່າງມີປະສິດທິ ພາບ. 3) ຊ່ວຍພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ ແລະ ມີພື້ນຖານທາງດ້ານລັດຖະບານດິຈິຕອນຫຼາຍຂຶ້ນ. ເມື່ອສຳເລັດໂຄງການ ສປປ ລາວ ຈະມີບ່ອນອີງ ໃນການພັດທະນາດ້ານນະໂຍບາຍ ແລະ ໂຄງສ້າງ ເພື່ອຫັນເປັນລັດຖະບານທັນສະໄໝ ດ້ານດິຈິຕອນ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີປະສິດທິພາບສູງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ສູນບໍລິຫານລັດດິຈິຕອນ